spot_img
Homeຂ່າວພາຍ​ໃນຮອງປະທານປະເທດ ເຄື່ອນໄຫວ ຢ້ຽມຢາມເຂດການຜະລິດເຂົ້າບ້ານປ່າໂມກ

ຮອງປະທານປະເທດ ເຄື່ອນໄຫວ ຢ້ຽມຢາມເຂດການຜະລິດເຂົ້າບ້ານປ່າໂມກ

Published on

ໃນວັນທີ 17 ມັງກອນ 2023,ດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເມືອງມຸນລະປາໂມກ ແຂວງຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳຂອງແຂວງ, ພະແນກການກ່ຽວຂ້ອງ ຮ່ວມຕິດຕາມ ແລະ ມີ ທ່ານ​ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກ ໃຫ້ການຕ້ອນຮັບ.

ໃນການຢ້ຽມຢາມ ເມືອງມຸນລະປາໂມກນີ້, ທ່ານຮອງປະທານປະເທດ ໄດ້ຢ້ຽມຢາມເຂດການຜະລິດເຂົ້າບ້ານປ່າໂມກ ຂອງ ບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວ-ທາງເເລະຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ແລະຮັບພັງການລາຍງານຈາກ ທ່ານ ພັນເອກ ສີສະຫງວນ ອິນທະຈັກ ຜູ້ອຳນວຍການບໍລິສັດ ດັ່ງກ່າວ, ເຂດການຜະລິດເຂົ້າຂອງບໍລິສັດ ມີເນື້ອທີ່ປູກເຂົ້າທັງໝົດ 350 ເຮັກຕາ, ສາມາດປູກເຂົ້າໄດ້ 2 ລະດູການ/ປີ ຄືນາປີ ເເລະ ນາເເຊງ; ດ້ວຍກຳມະວິທີການປູກເເບບ ຢອດເມັດ, ສ່ວນໃຫຍ່ເເມ່ນນໍາໃຊ້ກົນຈັກທີ່ທັນສະໄຫມເຂົ້າໃນການຜະລິດ ເນື່ອງຈາກວ່າໃຊ້ຕົ້ນທຶນທີ່ຕໍ່າ ເເລະ ຫລຸດຜ່ອນກໍາ ລັງເເຮງງານຄົນໄດ້ດີ ສາມາດຄືນທຶນໄດ້ໄວ. ສວ່ນວ່າຕົ້ນທຶນໃນການບຸກເບີກເນື້ອທີ່ນາເເມ່ນ ປະມານ 15 ລ້ານກີບ/ເຮັກຕາ, ຜົນຜະລິດທີ່ໄດ້ຮັບສະເລ່ຍ 2.5ໂຕນ/ເຮັກຕາ ສຳລັບການຜະລິດປີຜ່ານມາ ເເລະ ຕົ້ນປີ2023 ໄດ້ມີການປັບປຸງເນື້ອທີ່ນາໃໝ່, ເເກ້ໄຂລະບົບລະບາຍນໍ້າເພື່ອໃຫ້ທ່ວງທັນເຂົ້າໃນການຜະລິດ ເເລະ ຄາດຄະເນ ຜົນຜະລິດທີ່ຈະໄດ້ຮັບເເມ່ນ4ໂຕນ/ເຮັກຕາ.

ນອກນັ້ນ ກໍມີໂຮງສີເຂົ້າທັນສະໄຫມ, ສະມັດຕະພາບ ສາມາດຄັດເມັດເເຍກເມັດເຂົ້າໄດ້ລະອຽດເເລະ ສາມາດສີເຂົ້າໄດ້ 2 ໂຕນ/1 ຊົ່ວໂມງ, ສະເລ່ຍໃນມື້ໝຶ່ງໄດ້16ໂຕນ; ສ່ວນໃຫຍ່ເຂົ້າທີ່ສີໄປເເມ່ນສົ່ງໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂົງເຂດພາກໃຕ້ເເລະພາກກາງ ທັງນີ້ກໍ່ເພື່ອຮັບປະກັນທາງດ້ານສະບຽງອາຫານໃຫ້ເເກ່ກອງທັບປະຊາຊົນລາວ ແລະ ຍັງຈັດຈຳຫນ່າຍຕາມທ້ອງຕະຫລາດພາຍໃນປະເທດອີກດ້ວຍ.

ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະ ຍັງໄດ້ລົງເບິ່ງຈຸດທີ່ຈະກໍ່ສ້າງຂົວເຊລຳເພົາ ຕັ້ງຢູ່ບ້ານເວີນຍາງ, ເມືອງມູນລະປາໂມກ, ຕາມການອອກແບບຂົວ ແມ່ນກຳນົດຈຸດຫ່າງຈາກເສັ້ນທາງໄປ ປະມານ 500 ແມັດ, ເປັນຂົວເບຕົງອັດແຮງ, ມີ ຄວາມຍາວ 150 ແມັດ, ກວ້າງ ໜ້າຂົວ 8 ແມັດ, ໂຄງການນີ້ໄດ້ເລີ່ມດຳເນີນການແຕ່ ປີ 2013 ເປັນຕົ້ນມາ. ແລະໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ຍັງໄດ້ມອບ ນ້ຳດື່ມ, ປັດໃຈການບໍລິໂພກ ໃຫ້ ກຳລັງປກຊ-ປກສ ໃນເຂດຈຸດດັ່ງກ່າວ ນຳອີກ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...