spot_img
Homeຂ່າວຕ່າງປະເທດເຫດເຮືອບັນທຸກນ້ຳມັນລະເບີດ

ເຫດເຮືອບັນທຸກນ້ຳມັນລະເບີດ

Published on

ອີງຕາມການລາຍງານຂອງສຳນັກຂ່າວໄທ ໃນວັນທີ  17 ມັງກອນ 2023 ຜ່ານມາ, ເກີດເຫດເຮືອບັນທຸກນ້ຳມັນຂະໜາດໃຫຍ່ທີ່ມີຊື່ວ່າ: Smooth sea 22 ເກີດລະເບີດ ໃນເຂດພຶ້ນທີ່ ບ້ານ ແຫຼມໃຫຍ່ ແຂວງ ສະມຸດສົງຄາມ ປະເທດໄທ, ເຊິ່ງເຫດການດັ່ງກ່າວສ້າງແຮງສັ່ນສະເທືອນຫຼາຍກິໂລແມັດ ເຮັດໃຫ້ປະຊາຊົນແຖວນັ້ນບາດເຈັບຫຼາຍຄົນ.

ທ່ານ ສຸລິຍາ ກິດຕິມົນທົນ ຜູ້ອຳນວຍການສຳນັກງານເຈົ້າທ່າ ແຂວງສະມຸດສົງຄາມ ໄດ້ລາຍງານວ່າ: ໄດ້ພົບຮ່າງຜູ້ເສຍຊີວິດ 2 ຄົນ, ມີຜູ້ບາດເຈັບ 4 ຄົນ ແລະ ສູນຫາຍອີກ 5 ຄົນ, ເຊິ່ງເຮືອລຳດັ່ງກ່າວເປັນເຮືອເປົ່າທີ່ມີການຈອດສ້ອມແປງ ແລະ ເຈົ້າໜ້າທີ່ກຳລັງສຶບສວນເຖິິງສາເຫດທີ່ເກີດຂຶ້ນ.

ສຳລັບເຮືອ Smooth sea 22 ເລີ່ມໃບອະນຸຍາດໃຊ້ເຮືອເມື່ອວັນທີ 9 ມິຖຸນາ 2022 ແລະ ໝັດອາຍຸໃບອະນຸຍາດໃຊ້ເຮືອໃນວັນທີ 30 ພຶດສະພາ 2023.

ອ້າງອີງ: ສຳນັກຂ່າວ ອິສະຮາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...