Homeຂ່າວທ້ອງຖິ່ນພິທີ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ ບ້ານແດນສະຕຶງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ

ພິທີ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ ບ້ານແດນສະຕຶງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ

Published on

ໃນຕອນເຊົ້າຂອງວັນທີ່ 10 ມັງກອນ 2023 ຜ່ານມາ, ຢູ່ທີ່ໂຮງງານຜະລິດຖ່ານຂາວ ແອວວີ ໄອຈິ ( LV ICHI ) ໄດ້ມີພິທີ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກັບພໍ່ແມ່ປະຊາຊົນບ້ານ ແດນສະຕຶງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມ ຂອງ ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືຶອງ ທ່າປາງທອງ ມີບັນດາຄະນະນຳຂອງເມືອງ ຄະນະພັກຮາກຖານ ຈຸມສຸມກຸ່ມບ້ານ ເລຂາພັກບ້ານ ນາຍບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຜ້າຫົ່ມ, ເຄື່ອງນຸ່ງເດັກນ້ອຍ, ເສື້ອກັນໜາວ, ປາແຫ້ງ, ນ້ຳມັນພືດ ແລະ ໝີ່ສຳເລັດຮູບ ຈໍານວນ 100 ຊຸດ. ເຊິ່ງລວມມູນຄ່າທັງໝົດ 40.000.000 ກີບ ( ສີ່ສີບລ້ານກີບ ) ໂດຍການມອບ ຂອງທ່ານ ສຸວັນນະສິດ ໄຊຍະສົມ ຜູ້ອຳນວຍການ ໂຮງງານ ຜະລິດຖ່ານຂາວ ແອວວິໄອຈິ ( LV ICHI ).

ແຫຼ່ງຂໍ້ມູນ: MediaLAOS

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...