Homeຂ່າວພາຍ​ໃນປີ 2022 ປກສ ນວ ແກ້ໄຂຄະດີໄດ້ທັງໝົດ 2000 ກວ່າເລື່ອງ 

ປີ 2022 ປກສ ນວ ແກ້ໄຂຄະດີໄດ້ທັງໝົດ 2000 ກວ່າເລື່ອງ 

Published on

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2023 ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 10 ມັງກອນ 2023 ຢູ່ສະໂມສອນ ປກສ ນວ, ໂດຍການເປັນປະທານຂອງ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ, ໃຫ້ກຽດເຂົ້າຮ່ວມ ພົຈວ ສີພອນ ຈັນສົມວົງ ຮອງເລຂາຄະພັກ, ຮອງປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ມີບັນດາ ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ປກສ 9 ຕົວເມືອງ, ສະຖານີ 1191 ແລະ ປກສ ກຸ່ມ ຈໍານວນ 215 ສະຫາຍ ເຂົ້າຮ່ວມ.

ໃນກອງປະຊຸມ ພັທ ສົມພຽງ ສຸກປະເສີດ ຫົວໜ້າຫ້ອງການ ປກສ ນວ ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2023ໃຫ້ຮູ້ວ່າ: ປີ 2022 ຜ່ານມາ, ປກສ ນວ ຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນ ການແກ້ໄຂບັນຫາປະກົດການຫຍໍ້ໍທໍ້ຕ່າງໆ 2.044 ເລື່ອງ, ກັກຕົວຜູ້ຖືກຫາ 3.283 ຄົນ, ຍິງ 429 ຄົນ; ( ທຽບໃສ່ປີ 2021 ເພີ່ມຂຶ້ນ 129 ເລື່ອງ ), ພົ້ນເດັ່ນກວ່າໝູ່ ແມ່ນການລັກຊັບພົນລະເມືອງ 1.471 ເລື່ອງ, ໃນນີ້ ( ລັກລົດຈັກ 971 ເລື່ອງ, ລັກດ້ວຍວິທີງັດແງະ 463 ເລື່ອງ, ລັກຊັບຂອງລັດ 14 ເລື່ອງ, ທຸບແວ່ນ ລົດລັກຊັບ 14 ເລື່ອງ, ລັກລົດໃຫ່ຍ 9 ເລື່ອງ), ຊີງຊັບ 93 ເລື່ອງ, ປຸ້ນຊັບ 36 ເລື່ອງ, ທຳລາຍຊັບ 28 ເລື່ອງ, ຄາດຕະກໍາ 13 ເລື່ອງ, ທຳຮ້າຍຮ່າງກາຍ 26 ເລື່ອງ, ລັກພາຕົວ 4 ເລື່ອງ ແລະ ອື່ນໆ.

ມີຜົນເສຍຫາຍ ເງິນ 9.874.412.000 ກີບ, ເງິນບາດ 9.162.620 ບາດ, ເງິນໂດລາ 468.360 ໂດລາ, ເງິນຢູໂລ 4.8040 ຢູໂລ, ເງິນຢວນ 2.700 ຢວນ, ເງິນໝັນ 10 ໝັນ, ຄຳຮູບປະພັນ 188 ກວ່າບາດ, ຄຳຝຼັ່ງ 42 ບາດ, ເຄື່ອງປະດັບເພັດ 1 ຊຸດ, ສາຍແອວທອງນາກ 111 ເສັ້ນ, ເຄື່ອງປະດັບເງິນ 39 ບາດ, ລົດໃຫ່ຍ 9 ຄັນ, ລົດຈັກ 1.158 ຄັນ, ພະພຸດທະຮູບເຄື່ອງ 15 ອົງ, ປືນສັ້ນ 1 ກະບອກ, ຄອມພິວເຕີ 47 ໜ່ວຍ, ໂທລະສັບມືຖື 186 ເຄື່ອງ, ແອ 23 ໜ່ວຍ, ງົວ 18 ໂຕ, ສາຍໄຟຍາວ 1.510 ແມັດ ເເລະ ອື່ນໆ. ເກັບກູ້ເຄື່ອງຂອງກາງໄດ້ມີ ເງິນ 983.208.000 ກີບ, ເງິນບາດ 4.767.580 ບາດ, ເງິນໂດລາ 55.800 ໂດລາ, ເງິນຢວນ 140.159 ຢວນ, ຄຳຮູບປະພັນ 85 ບາດ,ສາຍຄໍຄຳ 3 ເສັ້ນ, ປືນສັ້ນ 77 ກະບອກ( ປືນດັດເເປງ 15 ກະບອກ) ພ້ອມລູກປືນ 844 ລູກ, ລົດຈັກ 131 ຄັນ, ລົດໃຫຍ່ 20 ຄັນ ໂທລະສັບມືຖື 173 ໜ່ວຍ, ຄອມພິວເຕີ 52 ໜ່ວຍ, ນັອດທາງລົດໄຟ 20 ອັນ, ຢາເສບຕິດ 5.122.368 ເມັດ, ຢາໄອສ໌ 38,437 ກິໂລກຣາມ ກັບ 225 ຖົງນ້ອຍ, ຢາເຄ 20 ຖົງ ກັບ 11 ເມັດ, ເຄຕາມິນ 3 ຖົງນ້ອຍ, ຢາອີ 41 ເມັດ, ໂຄເຄນ 2 ຖົງ, ເຮໂຣອິນ 10 ເເພັກ, ຝິ່ນ 1 ກຣາມ, ກັນຊາ 500 ກຣາມ ກັບ 2 ຖົງນ້ອຍ, ຢາສູບໄຟຟ້າ 13 ອັນ, ບັ້ງແກັດບັນຈຸສານໄນຕັດ 17 ບັ້ງ, ໝາກປຸມເປົ້າເປົ່າ 12 ຖົງໃຫຍ່, ສານສີເຫຼືອງ 331 ກຣາມ, ສານສີສົ້ມ 885 ກຣາມ, ແປ້ງປະສົມຢາເສບຕິດ 40 ເປົາ ແລະ ອື່ນໆ.

ແຫຼ່ງຂ່າວ: ຄວາມສະຫງົບ ນວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...