spot_img
Homeຂ່າວທ້ອງຖິ່ນໂຄງການກໍ່ສ້າງໂຮງຮຽນ ມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ - ຫວຽດນາມ

ໂຄງການກໍ່ສ້າງໂຮງຮຽນ ມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ – ຫວຽດນາມ

Published on

ພິທີ ມອບ – ຮັບ ໂຄງການ ກໍ່ສ້າງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2023 ທີ່ໂຮງຮຽນ ມສ ສອງເໜືອງ, ເມືອງໜອງບົກ, ແຂວງຄໍາມ່ວນ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງມ່ວນ, ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຫງ້ວຽນ ຫຶວໂດ໋ ຮອງລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ, ມີຕາງສະຖານທູດແຫ່ງ ສສ ຫວຽດນາມ ປະຈຳລາວ, ກົງສູນໃຫຍ່ຫວຽດນາມປະຈໍາແຂວງ ສະຫວັນນະເຂດ, ຮອງເຈົ້າແຂວງ, ບັນດາຫົວໜ້າກົມ, ຮອງກົມ, ພະແນກການອ້ອມຂ້າງແຂວງ, ບໍລິສັດຜູ້ຮັບເໜົາ, ອົງການປົກຄອງເມືອງ, ຄະນະການຈັດຕັ້ງບ້ານ ຕະຫລອດນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນຊາວເມືອງໜອງບົກ ເຂົ້າຮ່ວມ.

ທ່ານ ຟານວັນບິ່ງ ຮອງອຳນວຍການບໍລິສັດຈິດຈະເລີນ ກໍ່ສ້າງຈຳກັດ ໄດ້ລາຍງານຕໍ່ພິທີວ່າ : ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບ ລາວ – ຫວຽດນາມ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ, ແມ່ນໄດ້ຮັບທຶນການກໍ່ສ້າງ ແລະ ເປັນຂອງຂວັນຈາກ ພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ – ລັດ ແລະ ປະຊາຊົນລາວ ເນື່ອງໃນການຢ້ຽມຢາມລາວຂອງປະທານປະເທດ ຫງວຽນ ຊວັນ ຟຸກ ໃນມູນຄ່າ 5 ລ້ານໂດລາສະຫະລັດ, ໂດຍມອບໃຫ້ບໍລິສັດຈິດຈະເລີນກໍ່ສ້າງຈຳກັດເປັນຜູ້ຮັບເໜົາກໍ່ສ້າງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2022 ແລະ ສຳເລັດໃນທ້າຍເດືອນ ພະຈິກ 2022 ເຊິ່ງ ມີບັນດາກິດຈະການກໍ່ສ້າງປະກອບດ້ວຍ ການກໍ່ສ້າງອາຄານຫ້ອງການອຳນວຍການ, ອາຄານຮຽນ 4 ຫລັງ, ອາຄານຝຶກອົບຮົມ 4 ຫລັງ, ອາຄານທົດລອງ 1 ຫລັງ, ອາຄານຮ້ານອາຫານ, ຫ້ອງນໍ້າລວມ 1 ຫລັງ, ຫໍພັກນັກຮຽນ 2 ຊັ້ນ 3 ຫລັງ ແລະ ເຮືອນຄົວ 3 ຫລັງ, ນອກນັ້ນຍັງມີລະບົບພື້ນຖານໂຄງລ່າງເຕັກນິກດ້ານອຶ່ນໆ ເປັນຕົ້ນ: ເດີ່ນກິລາ, ຮົ້ວກຳແພງ ແລະ ກິດຈະການຕ່າງໆ.

ໂອກາດນີ້ ທ່ານ ຫງວ້ຽນ ຫຶວໂດ໋ ຮອງລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ ໄດ້ເປັນກຽດກ່າວມອບໂຄງການໂຮງຮຽນມັດທະຍົມສຶກສາ – ສອນວິຊາຊີບຕົວແບບ ມິດຕະພາບ ລາວ-ຫວຽດນາມ ຂອງຂວັນຈາກ ທ່ານ ຫງວ້ຽນ ຊວນ ຟຸກ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ແກ່ລັດຖະບານລາວ ທັງໄດ້ຢືນຢັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ຫວຽດນາມ ທີ່ມີຕໍ່ຂະແໜງການສຶກສາ ເວົ້າສະເພາະ ແລະ ການຮ່ວມມືມິດຕະພາບແບບພິເສດລະຫວ່າງ 2 ປະເທດເວົ້າລວມ. ທ່ານເຊື່ອໝັ້ນວ່າ, ດ້ວຍການຊີ້ນຳຢ່າງໃກ້ຊິດຂອງກະຊວງສຶກສາທິການ ແລະ ກິລາ ລາວ, ບັນດາການນຳແຂວງຄຳມ່ວນ, ຄູອາຈານ ແລະ ນັກຮຽນຂອງໂຮງຮຽນມັດທະຍົມສຶກສາ – ສອນວິຊາຊີບ ຕົວແບບ ຈະນຳໃຊ້ໂຄງການດັ່ງກ່າວຢ່າງມີປະສິດທິຜົນ, ນັກຮຽນພາຍຫຼັງຮຽນຈົບມັດທະຍົມປາຍຢູ່ແຫ່ງນີ້ ຈະມີວິຊາຊີບອັນໜັກແໜ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ປະເທດລາວ ທີ່ສວຍງາມ. ໂຮງຮຽນດັ່ງກ່າວຈະເປັນຂີດໝາຍແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ລາວ – ຫວຽດນາມ ແລະ ຫວຽດນາມ – ລາວ.

ໃນນາມຕາງໜ້າລັດຖະບານລາວໃຫ້ກຽດກ່າວຮັບໂດຍ ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ກ່າວວ່າ : ໂຄງການນີ້ເປັນອີກໂຄງການໜຶ່ງທີ່ສະແດງໃຫ້ເຫັນແຈ້ງເຖິງມູນເຊື້ອແຫ່ງຄວາມສາມັກຄີພິເສດການຊ່ວຍເຫລືອກັນລະຫວ່າງ ຫວຽດນາມ ແລະ ລາວ ບົນຈິດໃຈສະຫາຍອ້າຍນ້ອງທີ່ຢືນຢັນເຖິງຄວາມເດັດດ່ຽວໜຽວແໜ້ນ ໃນການເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ຫວຽດນາມ ແລະ ລາວ ເຊິ່ງມີໜຶ່ງດຽວໃນໂລກ ໂດຍແມ່ນປະທານ ໂຮ່ຈີມີນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງໄວ້ນັ້ນ ໃຫ້ເກີດດອກອອກຜົນຍິ່ງໆ ຂຶ້ນ.

ໂອກາດມີຄໍາເຫັນຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ກໍ່ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບແຫ່ງນີ້ ຖືເປັນທ່າແຮງຂອງແຂວງ ແຫ່ງໜຶ່ງ ທີ່ຈະສ້າງຊັບພະຍາກອນມະນຸດ ຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ແຂວງຄຳມ່ວນ. ເນື່ອງຈາກວ່າລູກຫລານທີ່ຮຽນຈົບສາຍສາມັນ ມໍ 7 ແລ້ວ ຈະໄດ້ຮັບການຝຶກວິຊາຊີບໃດໜຶ່ງໄປພ້ອມໆກັນ, ທັງໄດ້ຮຽກຮ້ອງໃຫ້ອົງການປົກຄອງຂັ້ນແຂວງ-ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມ ຮ່ວມກັບບັນດາຂະແໜງການສຶກສາທິການ-ກິລາ ແຕ່ລະຂັ້ນ, ອຳນວຍການໂຮງຮຽນ, ຄູ-ອາຈານ ເອົາໃຈໃສ່ຄຸ້ມຄອງບໍລິຫານຢ່າງມີປະສິດທິຜົນສູງສຸດ ເຮັດໃຫ້ໂຮງຮຽນແຫ່ງນີ້ກາຍເປັນແຫລ່ງກໍ່ສ້າງນັກວິຊາການໃຫ້ມີຄຸນນະພາບສູງ ແລະ ຮັບປະກັນຄວາມຍືນຍົງຮອບດ້ານ ດັ່ງຄຳສອນຂອງປະທານໂຮຈິມິນທີ່ວ່າ: “ເພື່ອຜົນປະໂຫຍດ 10 ປີ ຕ້ອງປູກໄມ້, ເພື່ອຜົນປະໂຫຍດ 100 ປີ ຕ້ອງສ້າງຄົນ”, ພ້ອມທັງຮັບເອົາຜົນສຳເລັດຂອງໂຄງການນີ້ ແລະ ຈະເອົາໃຈໃສ່ຊີ້ນຳ, ມອບໝາຍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ຄຸ້ມຄອງ, ບູລະນະປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ເປັນມໍລະດົກໄວ້ໃຫ້ແກ່ລູກຫຼານໃນອານາຄົດຍາວນານ.

ອ້າງອີງ: MediaLAOS

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...