Homeຂ່າວຕ່າງປະເທດຄຶກຄື້ນ! ໄທຕ້ອນຮັບນັກທ່ອງທ່ຽວຈີນເຂົ້າປະເທດ

ຄຶກຄື້ນ! ໄທຕ້ອນຮັບນັກທ່ອງທ່ຽວຈີນເຂົ້າປະເທດ

Published on

ລັດຖະມົນຕີ 3 ກະຊວງ ຂອງໄທ ພ້ອມໜ້າຕ້ອນຮັບນັກທ່ອງທ່ຽວຈີນເຂົ້າປະເທດຢ່າງອົບອຸ່ນ.

ອີງຕາມການລາຍງານຂອງ ກະຊວງສາທາລະນະສຸກ ປະເທດໄທ ໃຫ້ຮູ້ວ່າ: ໃນຕອນບ່າຍ ຂອງມື້ນີ້ (9/01/2023), ທ່ານ ອຸທິນ ຊານນິລະກຸນ ຮອງນາຍົກລັດຖະມົນຕິ ແລະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສັກສະຫຍາມ ຊິດຊອບ ລັດຖະມົນຕີ ກະຊວງຄົມມະນາຄົມ, ທ່ານ ພິພັດ ລັດຊະກິດປະການ ລັດຖະມົນຕີ ກະຊວງການທ່ອງທ່ຽວ ແລະ ກິລາ ຕ້ອນຮັບນັກທ່ອງທ່ຽວຈາກ ສປ ຈີນ ເຊິ່ງມາຈາກເມືອງ ເຊຍເໝີນ ຈຳນວນ 269 ຄົນ.

ນອກຈາກນີ້, ທັງສາມທ່ານ ຍັງໄດ້ກວດກາເບິ່ງຄວາມພ້ອມກ່ຽວກັບມາດຕະການຮັບຮອງນັກທ່ອງທ່ຽວ ພ້ອມທັງແຈ້ງວ່າ ໄທມີຄວາມພ້ອມ ທັງຄວາມປອດໄພ ແລະ ລະບົບສາທາລະນະສຸກຕາມມາດຕະການຂອງການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ.

ພ້ອມກັນນັ້ນ, ຍັງໄດ້ປະກາດໃຫ້ຍົກເລີກການກວດເອກະສານ ຫຼື ບັດສັກວັກຊີນໂຄວິດ-19 ຄົບ 2 ເຂັມ ຂອງນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດ ທັງນີ້ກໍເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກຂອງເຈົ້າໜ້າທີ່ ແລະ ນັກທ່ອງທ່ຽວເອງ ໃນການເຂົ້າປະເທດ ທີ່ ສະໜາມບິນສຸວັນນະພູມ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...