spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ເລັ່ງຊອກຫາຄົນຈີນຕິດໂຄວິດ-19 ທີ່ຫາຍໂຕໄປຈາກສູນກັກໂຕ

ເກົາຫຼີໃຕ້ເລັ່ງຊອກຫາຄົນຈີນຕິດໂຄວິດ-19 ທີ່ຫາຍໂຕໄປຈາກສູນກັກໂຕ

Published on

ເຈົ້າໜ້າທີ່ສາທາລະນະສຸກເກົາຫຼີໃຕ້ ເລັ່ງຕິດຕາມຫາຄົນຈີນຄົນໜຶ່ງ ເຊິ່ງກວດພົບວ່າຕິດໂຄວິດ-19 ໄດ້ຫາຍໂຕໄປໃນລະຫວ່າງຢູ່ສູນກັກໂຕ ເຊິ່ງບຸກຄົນດັ່ງກ່າວອາດຈະຖືກຈຳຄຸກສູງສຸດ 1 ປີ ປັບໄໝປະມານ 10 ລ້ານວອນ ຖ້າຫາກຖືກຕັດສິນວ່າລະເມີດກົດ.

ໃນວັນທີ 4 ທັນວາ 2023 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ມີຄົນຈີນ ກວດພົບເຊື້ອໂຄວິດ-19 ຫາຍໂຕໄປລະຫວ່າງຢູ່ສູນກັກໂຕທີ່ປະເທດເກົາຫຼີໃຕ້ ເຊິ່ງເຈົ້າໜ້າທີ່ເກົາຫຼີໃຕ້ລະບຸວ່າ ບຸກຄົນດັ່ງກ່າວມີຜົນກວດເປັນບວກ ພາຍຫຼັງທີ່ມາຮອດສະໜາມບິນນາໆຊາດອິນຊອນໃກ້ກຸງໂຊໃນວັນອັງຄານທີ່ຜ່ານມາ ແລະ ຖືກສົ່ງໄປທີ່ໂຮງແຮມເພື່ອຖ້າເຂົ້າຮັບການກັກໂຕ ແຕ່ໄດ້ຫາຍໂຕໄປໃນທີ່ສຸດ.

ຕອນນີ້ ເຈົ້າໜ້າທີ່ກຳລັງຕິດຕາມເພື່ອຊອກຫາໂຕຜູ້ກ່ຽວ ເພາະຖ້າລາວຖືກຕັດສິນວ່າລະເມີດກົດຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່ ກໍຈະຖືກຈຳຄຸກ 1 ປີ ຫຼື ປັບໄໝປະມານ 10 ລ້ານວອນ (135 ລ້ານກີບ) ຍັງຈະຖືກເນລະເທດ ແລະ ຫ້າມເຂົ້າປະເທດໃນໄລຍະໜຶ່ງອີກດ້ວຍ.

ປັດຈຸບັນນີ້ ມີຫຼາຍປະເທດທີ່ໄດ້ກຳນົດມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອຮັບນັກທ່ອງທ່ຽວຈີນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...