Homeຂ່າວຄວາມສະຫງົບຈັບສາວອ້າງ ແລ່ນເອົາເງິນຄືນຈາກຄະດີ ນາງພອນທິບ ໄຊປັນຍາ

ຈັບສາວອ້າງ ແລ່ນເອົາເງິນຄືນຈາກຄະດີ ນາງພອນທິບ ໄຊປັນຍາ

Published on

ອີງຕາມການລາຍງານເພຈຂ່າວຄວາມສະຫງົບ ລາຍງານວ່າ: ນາງ ຄິດຕີ້ ໄຊຍະລາດ ອາຍຸ 22 ປີ ອາໃສຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແອບອ້າງຕົວເປັນເຈົ້າໜ້າທີ່ຕໍາຫຼວດ ໂດຍໃຊ່ເລ່ຫຼ່ຽມປະກາດລົງເຟສບຸກ ສາມາດຮັບແລ່ນທວງເງິນຄືນ ຈາກຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ຕໍາຫຼວດ ພວມດຳເນີນຄະດີຢູ່ ມີຄົນຫຼົງເຊືີອໂອນເງິນໃຫ້ຜູ້ກ່ຽວ ລວມມູນຄ່າ 340.000.000 ກວ່າກີບ.

ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 7 ຕຸລາ 2022 ໄດ້ມີຜູ້ຖືກເສຍຫາຍ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ວ່າໃນຊ່ວງຕົ້ນເດືອນຕຸລາ 2022 ຜູ້ຖືກເສຍຫາຍ ໄດ້ເຫັນເຟສບຸກອອກຊື່ ຈັນສະໝອນ ດວງໃຈ Junsamone Dungjai ພ້ອມໂຊເບີວອດແອັບ ໂພສລົງທາງເຟສບຸກ ວ່າ: ຮັບແລ່ນທວງເງິນຄືນໃຫ້ຜູ້ເສຍຫາຍກ່ຽວກັບຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ພວມດຳເນີນຄະດີຢູ່; ຈາກນັ້ນ ໄດ້ມີຜູ້ຫຼົງເຊື່ອ ຕິດຕໍ່ຫາ ນາງ ແຄັດຕີ້ ໄຊຍະລາດ ຜ່ານເບິວອດແອບດັ່ງກ່າວ ແລະ ຖືກຜູ້ກ່ຽວຕົວໃຫ້ໂອນເງິນ ຄ່າແລ່ນທວງເອົາເງິນຄືນ ຈໍານວນ 1 ຄົນ ໂອນເງິນໃຫ້ 31 ຄັ້ງ ລວມເປັນເງິນ 346.500.000 ກີບ; ຫຼັງຈາກໄດ້ເງິນແລ້ວກໍບໍ່ສາມາດຕິດຕໍ່ຫາຜູ້ກ່ຽວໄດ້; ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງພິສູດແຫຼ່ງຂ່າວ ເພື່ອຕິດຕາມເປົ້າໝາຍ ພ້ອມທັງເກັບກຳຂໍ້ມູນຫຼັກຖານຮ່ອງຮອຍຂອງການກະທຳຜິດ ມາຮອດ ວັນທີ 26 ຕຸລາ 2022 ຈຶ່ງຮູ້ຊື່ຜູ້ກະທໍາຜິດ ຊື່ນາງ ຄິດຕີ້ ໄຊຍະລາດ ພັກອາໃສຢູ່ບ້ານ ຮ່ອງໄກແກ້ວ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວມາທໍາການ ສອບສວນ.

ຜ່ານການສອບສວນ ນາງ ຄິດຕີ້ ໄຊຍະລາດ ສາລະພາບວ່າ: ຜູ້ກ່ຽວສ້າງເຟສບຸກປອມ ແລະ ແອບອ້າງຕົວເປັນເຈົ້າໜ້າທີ່ຕຳຫຼວດ ເພື່ອເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອ ໂອນເງິນໃຫ້ຜູ້ກ່ຽວໂດຍນໍາໃຊ້ບັນຊີຂອງບຸກຄົນອື່ນ ເພື່ອສໍ້ໂກງຊັບ, ລວມເປັນເງິນທີ່ໄດ້ຮັບຈາກຜູ້ເສຍຫາຍ ຈຳນວນ 346.500.000 ກີບ ພາຍຫຼັງໄດ້ຮັບເງິນຈາກຜູ້ຖືກເສຍຫາຍແລ້ວກໍໄດ້ນໍາເງິນດັ່ງກ່າວໄປຊື້ສັບສິນມີຄ່າ, ໃຊ້ຈ່າຍສ່ວນຕົວ. ປັດຈຖບັນ ເຈົ້າໜ້າທີ່ໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...