Homeຂ່າວຕ່າງປະເທດກັບມາຫາພັນລະຍາແລ້ວ! ຫຼັງຈາກຕ້ອງເລືອກລະຫວ່າງວຽກ ກັບ ຍິງອື່ນ

ກັບມາຫາພັນລະຍາແລ້ວ! ຫຼັງຈາກຕ້ອງເລືອກລະຫວ່າງວຽກ ກັບ ຍິງອື່ນ

Published on

ຖືໄດ້ວ່າເປັນກະແສໃນຕອນນີ້, ເມື່ອ ທ່ານ ຮຸນເຊັນ ນາຍົກລັດຖະມົນຕີ ກຳປູເຈຍ ໂພສຕຳນິຫຼານຊາຍທີ່ມີເມຍນ້ອຍ ພ້ອມຍື່ນຄຳຂາດຖ້າບໍ່ເລີກຈະຖືກປົດອອກຈາກຕຳແໜ່ງ ເຮັດໃຫ້ຊາວເນັດເຂົ້າໄປສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.

ເວັບໄຊ້ຂ່າວ ຂະແມ ທາມ (Khmer Times) ລາຍງານວ່າ: ເມື່ອອາທິດທີ່ຜ່ານມາ ນາຍົກ ຮຸນເຊັນ ໂພສລົງໃນເຟສບຸກທາງການຂອງຕົນເອງ ພ້ອມຕັ້ງຄຳຖາມເຖິງກໍລະນີທີ່ຫຼາຍຊາຍ ພົນໂທ ຮຸນເຈຍ ລົງຮູບຄູ່ກັບຜູ້ຍິງຄົນໜຶ່ງ ທີ່ບໍ່ແມ່ນພັນລະຍາຂອງຕົນເອງ.

ໂດຍໂພສດັ່ງກ່າວມີຂໍ້ຄວາມລະບຸວ່າ: “ເຈົ້າແຕ່ງງານແລ້ວ ແລະ ຍັງບໍ່ໄດ້ຍ່າກັນ ແຕ່ເຈົ້າມາໂພສຮູບຄູ່ກັບຜູ້ຍິງຄົນອື່ນ ຖ້າຍັງຢູ່ກັບຜູ້ຍິງຄົນນີ້ອີກຕໍ່ໄປ ຂ້ອຍຈະປົດເຈົ້າອອກຈາກຕຳແໜ່ງ”

ຫຼ້າສຸດ, ໃນວັນທີ 3 ມັງກອນ 2022 ທ່ານ ຮຸນເຊັນ ໄດ້ໂພສຮູບລົງເຟສສ່ວນຕົວຂອງຕົນອີກຄັ້ງ ພ້ອມຂໍ້ຄວາມລະບຸວ່າ: ຕອນແລງໃຊ້ເວລາສອງຊົ່ວໂມງໃນການຝຶກຊ້ອມກິລາກັອບ ເຊິ່ງປີໃໝ່ບໍ່ໄດ້ພັກຜ່ອນເພາະມີວຽກຫຼາຍ ສຳລັບ ຮຸນເຈຍ ກັບບ້ານພ້ອມພັນລະຍາ ແລະ ລູກ ແລ້ວ, ຂ້ອຍມີຄວາມສຸກຫຼາຍຂຶ້ນທີ່ເຈົ້າຮູ້ວິທີແກ້ປັນຫາຮ່ວມກັນກັບຄອບຄົວໄດ້ເປັນຢ່າງດີ.

ຢ່າງໃດກໍຕາມ, ທ່ານ ຮຸນເຊັນ ໄດ້ອ້າງວ່າທີ່ຕ້ອງເຂົ້າມາຍຸ້ງກ່ຽວເລື່ອງສ່ວນຕົວຂອງຫຼານຊາຍກໍເພາະວ່າ: ບໍ່ຢາກໃຫ້ຫຼານຊາຍກໍ່ເລື່ອງ ແລະ ສ້າງຄວາມເສື່ອມເສຍໃຫ້ກັບວົງຕະກູນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...