spot_img
Homeຂ່າວຄວາມສະຫງົບຈັບຜູ້ກໍ່ເຫດ ຈູດໂຮງຮຽນມັດທະຍົມເລກ03 ບ້ານທ່າເມືອງ

ຈັບຜູ້ກໍ່ເຫດ ຈູດໂຮງຮຽນມັດທະຍົມເລກ03 ບ້ານທ່າເມືອງ

Published on

ໃນທ້າຍປີ2022ຜ່ານມານີ້,ທ່ານ ພັທ ພອນໄຊ ຮອງຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໃນຄັ້ງວັນທີ 14 ທັນວາ 2022 ເວລາ 24 ໂມງ 30 ນາທີ ,ທາງເຈົ້າໜ້າທີ່ ປກສ ກຸ່ມ ໄດ້ລາຍງານທາງໂທລະສັບຫາເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ວ່າໃນເວລາປະມານ 24 ໂມງ 00 ນາທີ, ຂອງວັນດຽວກັນ ໄດ້ມີເຫດການເກີດອັກຄີໄຟໄໜ້ໂຮງຮຽນມັດທະຍົມຕອນຕົ້ນເລກ 03 ຢູ່ບ້ານ ທ່າເມືອງ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີຈິງແທ້ ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊັນນະສູດສະຖານທີ່ເກີດເຫດ ເຊິ່ງລວມມູນຄ່າເສຍຫາຍທັງໜົດ 786,480,000 ກີບ(ເຈັດຮ້ອຍແປດສິບຫົກລ້ານສີ່ແສນແປດສິບພັນກີບ) ຜ່ານການກວດກາຂອງເຈົ້າໜ້າທີ່ວິຊາສະເພາະ ຈິ່ງສາມາດຮູ້ໄດ້ວ່າສາເຫດທີ່ພາໃຫ້ເກີດອັກຄີໄຟແມ່ນເກີດຈາກຄົນຈູດ.ຕົກມາຮອດວັນທີ 20 ທັນວາ 2022 ໃນເວລາ 12 ໂມງ ທາງເຈົ້າທີ່ຕຳຫຼວດ ຈິ່ງສາມາດກັກຕົວຜູ້ກໍ່ເຫດໄດ້ 03 ຄົນຄື: ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ, ອາຊີບວ່າງງານ ບ້ານທ່າເມືອງ ນະຄອນ ໄກສອນ ພົມວິຫານ ,ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ຫຳນ້ອນ ຫຼື ເປີ້ນ ອາຍຸ 16 ປີ, ອາຊີບ ກຳມະກອນ ບ້ານ ໂນນສະຫວາດ ນະຄອນ ໄກສອນ ພົມວິຫານ ເພື່ອມາທຳການສອບສວນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສາມໄດ້ຍອມຮັບສະຫຼະພາບວ່າ: ໃນເວລາ 21ໂມງ ຂອງວັນທີ 13 ທັນວາ 2022 ທ້າວ ສາຍຄຳ ຫຼື ໄກ່ ໄດ້ຊັກຊວນ ທ້າວ ບີ້ ແລະ ທ້າວ ຫຳນ້ອຍ ຫຼື ເປີ້ນ ໄປລັກຢາສູນບາລາກູ(ຢາສູບໄຟຟ້າ) ພາຍຫຼັງຕົກລົງກັນແລ້ວກໍ່ພາກັນຍ່າງໄປ ແລະອຸປະກອນທີ່ຖືໄປນຳມີດພັບຍາວປະມານ 20 ຊັງຕີແມັດ ພໍຍ່າງໄປຮອດໂຮງຮຽນເວລາ 21 ໂມງຂອງວັນດຽວກັນ ກໍ່ພາກັນປີນຂື້ນກຳແພງຮົ້ວຂອງໂຮງຮຽນເບື້ອງທິດໃຕ້ ກໍ່ໄດ້ພາກັນຍ່າງໄປຕຶກຂອງອຳນວຍການໂຮງຮຽນ ແລ້ວໃຊ້ມີດທີ່ຖືມາງັດໜ່ວຍກະແຈປະຕູທາງເຂົ້າຫ້ອງການ ແຕ່ງັດບໍ່ໄດ້ ຈາກນັ້ນ,ພວກກຽ່ວຈິ່ງໄດ້ຍ່າງໄປທາງຫຼັງຫ້ອງການແລ້ວແນມເຫັນປະຕູທາງເຂົ້າເປັນຫວ່າງປະມານ 02 ນີ້ວ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຈັບເອົາໄມ້ແຍເຂົ້າໄປໃນຮູແລ້ວງັດໄດ້ປະມານ 20 ນາທີ ງັດອອກມາໄດ້ ພາຍຫຼັງເຂົ້າໄປໄດ້ແລ້ວກໍ່ພາກັນຊອກຫາຢາສູບໄຟຟ້າແຕ່ບໍ່ເຫັນແລ້ວແນມເຫັນພ້າວາງໄວ້ຢູ່ຂ້າງຕຸກນ້ຳ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຍ່າງໄປຈັບເອົາແລ້ວຖືໄປງັດຫ້ອງຮອງອຳນວຍການ ຍ້ອນວ່າຜູ້ກ່ຽວເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວ ແລະ ເຄີຍຖືກອາຈານ ເອີ້ນໄປສຶກສາອົບຮົມແລ້ວເຫັນຢາສູບໄຟຟ້າທີ່ຄູ-ອາຈານ ຢຶດຈາກນັກຮຽນມາໄວ້ຢູ່ໃນຫ້ອງດັ່ງກ່າວ ໂດຍໃຊ້ວິທີເອົາພ້າງັດກະແຈລູກບິດ ໄດ້ປະມານ 30 ນາທີ ຈີ່ງສາມາດງັດໄດ້ ຊຶ່ງພາຍຫຼັງງັດໄດ້ແລ້ວກໍ່ພາກັນເຂົ້າໄປຄົ້ນຫາຢາສູບໄຟຟ້າແລ້ວພົບເຫັນຢາສູບໄຟຟ້າ ຈຳນວນ 11 ອັນ ທີ່ປະໄວ້ຢູ່ໃນຕູ້ເອກະສານຊັ້ນທີ2 ຈິ່ງພາກັນຈັບເອົາໃສ່ຖົງໂສ້ງ ເຊີ່ງພາຍຫຼັງໄດ້ຢາສູບແລ້ວກໍ່ພາກັນຍ່າງອອກມາຫ້ອງໂຖງ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງແນມເຫັນເຈວລ້າງມື ວາງໄວ້ເທິງໂຕະອາຈານ ຈິ່ງໄດ້ຈັບເອົາແລ້ວຍ່າງເຂົ້າໄປຫ້ອງຮອງອຳນວຍການ ແລ້ວຖອກໃສ່ໂຕະເຮັດວຽກຂອງຮອງອຳນວຍການ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ເອົາກັບໄຟແຊັກນຳທ້າວ ບີ້ ແລ້ວຍ່າງໄປຂີດຈູດ ເຊີ່ງພາຍຫຼັງຈູດແລ້ວພວກກ່ຽວຈິ່ງເອົາຕົວຫຼົບໜີ ປັດຈຸບັນຄະດີລາຍນີ້, ເຈົ້າໜ້າທີ່ແມ່ນຍັງສືບຕໍ່ດຳເນີນຄະດີ ຕາມຂັ້ນຕອນລະບຽບກົດໜາຍ.

ຂ່າວຍັງແຈ້ງຕື່ມອີກວ່າ: ໄດ້ມີເຫດການທຳຮ້າຍຮ່າງກາຍຢູ່ແຄມຂອງທ່າຫຼັງໂຮງໜໍແຂວງ ໃນເວລາ16ໂມງ,ຂອງວັນທີ 18 ທັນວາ 2022 ໄດ້ມີເຟສບຸກຊື່:ພາສາລາວ ປ໋າໄກ່ ສາຍພາເພີນ ໄດ້ໂພສລົງເຟສບຸກຕໍ່ກັບເຫດການທຳຮ້າຍຮ່າງກາຍ ໂດຍໃຊ້ສະກັອດມັດມືທາງຫຼັງແລ້ວລົງມືແຕະຕີພ້ອມທັງເອົາຕີນຍັນລົງນ້ຳຂອງ ສະຖານທີ່ຢູ່ທ່າທາງຫຼັງໂຮງໜໍແຂວງ ພາຍຫຼັງໄດ້ຮັບແຫຼງຂ່າວ ເຫັນວ່າມີມູນຄວາມຈິງແທ້ ຈີ່ງໄດ້ຂື້ນບັນຊີເປົ້າໜາຍ ແລະ ຮູ້ໄດ້ວ່າຜູ້ຖືກທຳຮ້າຍຮ່າງກາຍຊື່: ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ແລະມາຮອດວັນທີ 20 ທັນວາ 2022 ຈິ່ງໄດ້ນຳຕົວທ້າວ ບີ້ (ຜູ້ຖືກທຳຮ້າຍຮ່າງກາຍ)ເອົາມາສອບຖາມ ແລ້ວຮູ້ວ່າຜູ້ທີ່ທຳຮ້າຍຮ່າງກາຍຄື: ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ,ອາຊີບ ວ່າງງານ ບ້ານທ່າເມືອງ,ທ້າວ ວຽງສະຫວັນ ຫຼື ໂປ ອາຍຸ 13 ປີ,ອາຊີບ ກຳມະກອນ ບ້ານສະພານເໜືອ,ທ້າວ ຈູມຸງ ອາຍຸ 15 ປີ,ອາຊີບ ວ່າງງານ ບ້ານ ໄຊຍະມຸງຄຸນ ແລະ ທ້າວ ພອນຄຳ ຫຼື ໂອ ອາຍຸ 13 ປີ,ອາຊີບ ນັກຮຽນ ບ້ານ ທ່າແຮ່ ນະຄອນ ໄກສອນ ພົມວິຫານ ຈາກນັ້ນ,ຈີ່ງໄດ້ກັກຕົວພວກກ່ຽວມາທຳການສືບສວນ-ສອບສວນ.

ສາຍເຫດ ແລະ ແຮງຈູງໃຈ ໃນການກໍ່ເຫດຄັ້ງນີ້ຍ້ອນແມ່ນທ້າວ ບີ້ ໄປລັກໂທລະສັບຂອງ ສາຍຄຳ ຫຼື ໄກ່ ພວກກ່ຽວທັງສີ່ຈິ່ງໄດ້ໂທດດ້ວຍການເອົາສະກອດມັດມືແລ້ວຍັນລົງນ້ຳຂອງແລະພ້ອມທັງຫຸ້ມທຳຮ້າຍຮ່າງກາຍ

ອ້າງອີງ: MediaLAOS

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...