spot_img
Homeຄວາມງາມຢາກ​ໜ້າ​ຂາວ​ໃສ​ໃຊ້​ຄີມ​ເຖື່ອນ ພາດ​ມາ​ໜ້າ​ເລະ

ຢາກ​ໜ້າ​ຂາວ​ໃສ​ໃຊ້​ຄີມ​ເຖື່ອນ ພາດ​ມາ​ໜ້າ​ເລະ

Published on

344

          ເຕືອນໄພ​ສາວໆ ທັງ​ຫລາຍ​ທີ່​ເລັ່ງ​ຜິວ​ຂາວ​ຈົນ​ຕ້ອງ​ຫັນ​ໄປ​ຫາກໍ່​ຄີມ​ເຖື່ອນ​ປະສົມ​ສານບາລອດ ພາດ​ມາ​ລະ​ວັງ​ໜ້າ​ເລະ​ໄດ້​ ຊຶ່ງ​ມັນ​ບໍ່​ຄຸ້ມ​ກັນ​ເລີຍ​ກັບ​ການ​ທີ່​ຕ້ອງ​ມາ​ນັ່ງ​ເສຍ​ໃຈ​ໃນ​ພາຍ​ຫລັງ
ສຳລັບ​ເລື່ອງ​ລາວ​ທີ່ໄດ້​ນຳ​ມາ​ແຊປະສົບການ​ໃຫ້​ສາວໆໄດ້ຮູ້ນີ້ ເປັນ​ເລື່ອງ​ລາວ​ທີ່ເກີດຂື້ນຂໍເອົາ​ມາ​ເຕືອນ​ໃຈ​ໃຫ້​ສາວໆ ໄດ້​ຮູ້​ເຖິງ​ພິດ​ໄພ​ຂອງ​ຄີມ​ເຖື່ອນ​ທີ່​ປະສົມ​ສານບາລອດ​ກັນ​ ເລື່ອງ​ເລີ່ມ​ຈາກ​ທີ່​ນາງ​ຄົນ​ນີ້​ເປັນ​ຜູ້ຍິງ​ທີ່​ເລັ່ງ​ຜິວ​ຂາວ​ຈົນ​ເກີນ​ເຫດ ຈົນ​ຕ້ອງ​ຫັນ​ໄປ​ຫາ​ຄີມ​ໜ້າ​ຂາວ​ທີ່​ບໍ່​ໄດ້​ມາດຕະຖານ ເຖິງແມ່ນ​ຈະ​ຮູ້​ທັງ​ຮູ້​ວ່າ​ມີ​ສານ​ບາລອດ​ປະສົມ​ຢູ່ໃນ​ປະລິມານ​ຫລາຍ ແຕ່​ດ້ວຍ​ຄວາມ​ທີ່​ຢາກ​ງາມ ຈຶ່ງ​ເຮັດໃຫ້​ນາງ​ຕັດ​ສິນ​ໃຈ​ຜິດ​ພາດ ​ດ້ວຍ​ການ​ໃຊ້​ຄີມ​ຕົວ​ໜຶ່ງ​ຕາມ​ໝູ່ຂອງນາງ ຊຶ່ງ​ກໍ​ເປັນ​ຕາມ​ທີ່​ນາງ​ຫວັງ​ໃນ​ລະ​ຍະ 1 ເດືອນ​ທຳອິດ ໜ້າ​ຂອງ​ນາງ​ຂາວ​ໃສ ​ແລະ ​ນຽນ​ຫລາຍ ແຕ່​ພໍ​ຢຸດ​ໃຊ້​ເທົ່າ​ນັ້ນ​ແຫລະ ໜ້າ​ພັງ ປ່ຽນ​ເປັນ​ຄົນ​ລະ​ຄົນ​ເລີຍ​ ສຳລັບ​ສາວໆ ຄົນ​ໃດ​ທີ່​ກຳ​ລັງ​ທີ່​ຄິດ​ຈະ​ຊື້​ຄີມ​ທີ່​ບໍ່​ໄດ້​ມາດຕະຖານ​ເຫລົ່າ​ນີ້​ມາ​ໃຊ້​ກັນ​ຢູ່ ຢຸດ​ຄິດ ເລີຍ​ເພາະ​ພາດ​ມາ​ແລ້ວ​ອາດ​ໜ້າ​ເລະ​ຄືນາງ​ຄົນ​ນີ້​ໄດ້ ຊຶ່ງ​ບອກ​ໄດ້​ເລີຍ​ວ່າ​ມັນ​ບໍ່​ຄຸ້ມ​ແທ້ໆ

332

 

ນາງຕັດ​ສິນ​ໃຈ​ໂພດກະ​ທູ້​ນີ້​ຂຶ້ນ​ມາ​ເພາະ​ຢາກ​ເປັນ​ອຸ​ທາ​ຫອນ​ສອນ​ໃຈ​ໃຫ້​ເພື່ອນ​ໆ ສະໄໝ​ນີ້ ຕ້ອງ​ຂາວ,ຕ້ອງ​ໃສ, ຕ້ອງ​ນຽນຄືກະແສ​ສັງຄົມ ຊຶ່ງ​ມັນ​ເຮັດໃຫ້​ເຮົາໝັ່ນໃຈ​ຂຶ້ນ ສະພາບ​​ໜ້າ​ເກົ່າ​ເຮົາ​ກໍ​ບໍ່​ໄດ້​ເປັນຫຍັງຫລາຍ ເເຕ່​ໃນ​ບາງເທື່ອ​ຈະ​ມີ​ສິວ​ຂຶ້ນ​ ເປັນ​ຄື ສິວ​ສ້ຽນ ເເລະ ​ລູ​ຂຸມ​ຂົນ​ກວ້າງ ສະພາບ​ຜິວ​ມັນ ຜິວ​ຂາວເຫລືອງ​ ແລະ ມື້ໝຶ່ງເພື່ອນ​ຮອບ​ຂ້າງ​ໃຊ້​ຄີມ​ຕົວ​ໜຶ່ງ​ເ​ເລ້ວ​ຄືໃສ​ຂຶ້ນ​ຫລາຍ​ ນາງ​ຊ້ຳພັດເປັນ​ຄົນ​ມັກ​ລອງ​ຢູ່​ເ​ເລ້ວ​  ເຂົາ​ບອກວ່າ​ມີ​ສານບາລອດ​ຫລາຍ (ຮູ້​ທັງ​ຮູ້) ແຕ່​ກໍ​ສ່ຽງເພາະ​ບາງ​ຄົນ​ກໍ​ບໍ່​ເປັນ​ຫຍັງໃຊ້​ເ​ເລ້ວ​ບໍ່​ແພ້​ ເຮົາ​ເລີຍ​ລອງ​ນຳໃຊ້​ໄດ້​ເດືອນ​ໜຶ່ງ… ມັນ​ເລີດ​ຫລາຍຝ້າ​ຈາງ​ລົງ​ຫລາຍ​ ຄື​ຊ່ວງ​ນັ້ນ​ຮັກ​ຜິວ​ຕົວ​ເອງ​ຫລາຍ​ພໍສົມຄວາມເລີຍ​ຮູ້ສຶກ​ວ່າ ເອີ!! ພໍ​ເຊົາໃຊ້ດີກວ່າ​ໃຊ້​ ເເລ້ວ​ກໍ່ເຊົາໃຊ້ ແຕ່ພໍເຊົາ​ໃຊ້ ນາງ​ກໍ​ມາ….

334

339

 

ເບິ່ງ​ໄດ້​ຈາກ​ພາບ​ເລີຍ​ ຄື​ເລີ່ມ​ຮູ້ສຶກວ່າ​ໜ້າ​ເຮົາ​ເປັນ​ຜົດຜືນ ຈາກ​ການ​ເຊົາ​ໃຊ້​ຄີມ​ຕົວ​ນັ້ນ​ໄດ້​ປະ​ມານ 1 ອາທິດ​ເກືອບ 2 ອາທິດ  ຄື​ໜ້າ​ເປັນ​ຜົດໆເປັນ​ສິວ​ບໍ່​ມີ​ຫົວ ລູ​ຂຸມ​ຂົນ​ຍິ່ງ​ກວ້າງ​ຂຶ້ນໆ ເເລ້ວ​ໄລຍະໜື່ງ​ ໜ້າ​ເຮົາ​ກໍ​ເປັນ​ແບບນີ້

335

           ໜ້າ​ເຮົາ​ປ່ຽນ​ໄປ​ຫລາຍ​  ມັນ​ຄື​ຄວາມ​ຮ້າຍແຮງ​ໃນ​ຊີວິດ​ ມີ​ຄວາມ​ສຸກ​ຢູ່​ເດືອນ​ກວ່າ​ໆເເຕ່​ເຮົາ​ຈະ​ຕ້ອງ​ທຸກ​ທໍລະມານ​ເພາະ​ໜ້າ​ເນົ່າ​ໄປ​ອີກ​ດົນປານໃດ​ ນາງເຊົາ​ໃຊ້​ຄີມ​ທຸກ​ຢ່າງ ພັກ​ໜ້າເ​ເຕ່​ມັນ​ກໍ​ບໍ່​ມີ​ຫຍັງ​ດີ​ຂຶ້ນ​ມາ​ເລີຍ ທຸກ​ໆມື້​ຕ້ອງ​ຢູ່​ກັບ​ຄວາມ​ອັບ​ອາຍ ໄປ​ໃດ​ມາ​ໃດ ມີ​ເ​ເຕ່​ຄົນ​ເບິ່ງບໍ່ແມ່ນ​ເບິ່ງຍ້ອນ​ເຮົາ​ງາມໜ້າ​ຮັກ

338

          ຈຸດ​ສູງ​ສຸດ​ມັນ​ສະ​ຫຍອງ​ຫລາຍ ເປັນ​​ຮູ​ຂຸມ​ຂົນໜ້າ ເຮົາ​ບວມ​ຂຶ້ນ ທຸກມື້​ ນອກ​ຈາກ​ໄປ​ຝຶກ​ສອນ​ເ​ເລ້ວ​ບໍ່​ອອກ​ໄປ​ໃສ​ເລີຍ​ ເຈັບ​ຫລາຍ​ເຈັບທັງ​ໃຈ​ທັງ​ໜ້າ ແຍງແວ່ນຍາມໃດຮ້ອງ​ໃຫ້​ຕະຫລອດ​ໆ ຈັບ​ໜ້າ​ຕົວ​ເອງ​ເເລ້ວ​ສະ​ເທືອນ​ໃຈ​ ທໍລະມານ​ຫລາຍຂະໜາດ​ກ້ອງ ຄາ​ເມ​ລາ 360 ຍັງ​ເອົາ​ບໍ່​ຢູ່​ ຄິດ​ເບິ່ງ​ວ່າ​ມັນ​ຮ້າຍ​ເເຮງ​ຂະໜາດ​ໄດ

 

336

ເຊື່ອ​ວ່າ​ເລື່ອງ​ນີ້​ຄົງ​ຈະ​ເປັນ​ອຸ​ທາ​ຫອນ​ເຕືອນ​ໃຈ​ໃຫ້​ສາວໆ ທີ່​ກຳ​ລັງ​ຄິດ​ຈະ​ທົດລອງ​ໃຊ້​ຄີມ​ເຖື່ອນ​ໄດ້​ເປັນ​ຢ່າງ​ດີ ເຫັນ​ແບບ​ນີ້​ແລ້ວ​ຢຸດ​ຄວາມ​ຄິດ​ເຫລົ່າ​ນັ້ນ​ແລ້ວ​ຫັນ​ມາ​ໃຊ້​ຄີມ​ທີ່​ໄດ້​ມາດຕະຖານ​ກັນ​ດີກວ່າ ເຖິງແມ່ນ​ຈະ​ບໍ່​ໄດ້​ຂາວ​ຂຶ້ນ​ວ່ອງໄວ​ທັນ​ໃຈ ແຕ່​ກໍ​ປອດ​ໄພ​ກວ່າ​ ແຖມ​ບໍ່​ຕ້ອງ​ມາ​ນັ່ງ​ເສຍ​ໃຈ​ໃນ​ພາຍ​ຫລັງ​ຄືກັບ​ນາງ​ຄົນ​ນີ້​ອີກ​ດ້ວຍ

337

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...