spot_img
Homeຂ່າວການພັດທະນາບ້ານ​ຊຽງຍືນມີ​ລາຍ​ຮັບ​ເພີ່ມ​ຂຶ້ນຫລາຍ​ເທົ່າ ພາຍຫລັງ​ທົດ​ລອງສາມ​ສ້າງ

ບ້ານ​ຊຽງຍືນມີ​ລາຍ​ຮັບ​ເພີ່ມ​ຂຶ້ນຫລາຍ​ເທົ່າ ພາຍຫລັງ​ທົດ​ລອງສາມ​ສ້າງ

Published on

Untitled-lao3

 

ພາຍຫລັງ​ການຈັດຕັ້ງປະຕິບັດວຽກງານສາມ​ສ້າງ​ໄລຍະ 2 ປີກ​ວ່າ​ຜ່ານ​ມາ  ບ້ານ​ຊຽງຍືນ​ ​ເມືອງ​ຈັນທະ​ບູລີ ນະຄອນ

ຫລວງ​ວຽງຈັນໄດ້​ຮັບ​ການ​ແບ່ງ​ຂັ້ນຄຸ້ມ​ຄອງ ​ໂດຍ​ສະ​ເພາະ​ການຈັດ​ເກັບ​ລາຍ​ຮັບ​ຈາກ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ສ່ວຍ​ສາ​ອາ

ກອນ, ຊັບ​ສິນ, ທີ່​ດິນ ​ແລະ ຄ່າ​ທຳນຽມທາງທີ່​ມູນ​ຄ່າ 650.000 ກີບ​ລົງ​ມາ ​ເຊິ່ງ​ໃນ​ປີ 2013 ມີ​ຈຳນວນ 23 ຫົວໜ່ວຍ

ທຸລະ​ກິດ, ສາມ​າດ​ເກັບ​ລາຍ​ຮັບ​ໄດ້ 90 ລ້ານກວ່າ​ກີບ. ​ໃນ​ນີ້ລັດ​ມອບ​ໃຫ້​ບ້ານ 40% ​ເທົ່າ​ກັບ 37 ລ້ານ​ກີບ ​ແລະ ປີ 2014

ຫົວໜ່ວຍທຸລະ​ກິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 33 ຫົວໜ່ວຍ, ສ້າງ​ລາຍ​ໄດ້​ປະມານ 170 ລ້ານ​ກີບ ​ແລະ ບ້ານ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​

ເປັນ 73 ລ້ານ​ກີບ.

ທ່ານ ສອນ ວັນນະ​ສັກ ນາຍບ້ານ ​ຊຽງຍືນ ​ເປີດ​ເຜີຍ​ຕໍ່ນັກ​ຂ່າວ​​ໃນ​ວັນ​ທີ 20 ​ເດືອນ​ພະຈິກ ປີ 2014 ນີ້ວ່າ: ການ​ປະຕິບັດ​

ວຽກງານ​ສາມ​ສ້າງ  2 ປີກ​ວ່າ​ຜ່ານ​ມານີ້ ​ແມ່ນ​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ບ້ານ​ຊຽງຍືນ​ເພີ່ມ​ຂຶ້ນທຸກ​ປີ, ທຽບ​ໃສ່​ຫລາຍ​ປີ​

ກ່ອນໜ້ານີ້​ແມ່ນ​ຫລຸດ​ໂຕນ​ກັນ​ຢ່າງ​ຫລວງຫລາຍ ຈົນ​ບໍ່ສາມາດ​ທຽບກັນ​ໄດ້ດັ່ງ​ຕົວ​ເລກທີ່​ສະ​ແດງ​ອອກ​ຢູ່​ຂ້າງ​ເທິງ​ນັ້ນ.

ການ​ປະຕິບັດ​ວຍກງານ​ສາມ​ສ້າງ ຕາມ​ທິດ​ຊີ້ນຳ​ຂອງຂັ້ນ​ເທິງ​ ​ເປັນ​ການ​ຫັນປຽ່ນການ​ຄຸ້ມ​ຄອງ​ບໍລິຫານ​ຂັ້ນບ້ານ​ໃຫ້​ມີ​

ປະສິດທິພາບ​ທີ່​ດີ​ ຂຶ້ນ ຫລື​ວ່າ​ໃຫ້​ມີ​ໃບໜ້າອັນ​ໃໝ່ ຈາກ​ເດີມ​ທີ່​ມີ​ລາຍ​ຮັບ​ພຽງ​ເລັກໜ້ອຍ ມາ​ມີ​ລາຍ​ຮັບ​ຫລາຍ​ສິບລ້ານ

​ຂຶ້ນ​ໄປ, ນອກຈາກ​ບ້ານ​ຈະ​ມີ​ໂອກາດ ​ໄດ້ໝູນ​ໃຊ້​​​ເງິນ​ຈຳນວນ​ດັ່ງກ່າວ​ເຂົ້າໃນ​ວຽກງານ​ບໍລິຫານ​ຂັ້ນບ້ານ​​ແລ້ວ ຍັງ​ຈະ​ໄດ້​

ນຳ​ໃຊ້​ໃນ​ວຽກງານ​ທີ່​ຈຳ​ເປັນ​ອື່ນໆ​ເປັນຕົ້ນ ການ​ບູລະນະ​ສ້ອມ​ແປງ​ໂຄງ​ລ່າງ​ຈຳນວນໜຶ່ງ, ການ​ຮັກສາ​ອະນາ​ໄມ​ຕະຄອງ

​ຮ່ອງນ້ຳ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆພາຍ​ໃນ​ບ້ານ. ບ້ານ​ຊຽງຍືນມີ 231 ຫລັງຄາ​ເຮືອນ ມີ 237 ຄອບຄົວ, ມີ​

ພົນລະ​ມື​ອງ 1.000 ກວ່າ​ຄົນ, ​ເປັນ​ບ້ານ​ທີ່​ຕັ້ງຢູ່​ໃຈກາງ​ເມືອງ ປະຊາຊົນ​ມີ​ເສດ​ຖະກິດທີ່​ດີ ບໍ່ມີ​ຄອບຄົວ​ທຸກ​ຍາກ ​ແຕ່​ກໍ​

ມີ​ປະຊາຊົນ​ຈຳນວນໜຶ່ງທີ່​ບໍ່ທັນ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ​ຕໍ່ກັບ​ວຽກງານ​ສາມ​ສ້າງ.

ທ່ານ ​ນາຍບ້ານ​ຊຽງຍືນ​ບອກ​ຕື່ມວ່າ: ການ​ປະຕິບັດ​ວຽກງານ​ສາມ​ສ້າງ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​

ບຸກຄະລາ​ກອນ ​ເນື່ອງ​ຈາກ​ໄວໜຸ່ມຜູ້​ທີ່ມີ​ລະດັບ​ຄວາມ​ຮູ້​ສູງ ​ເຂົາ​ເຈົ້າ​ບໍ່ສາມາດ​ມາ​ຮ່ວມ​ທີ​ມງານ​ໄດ້ ​ລວມທັງເງິນ​ອຸດໜູນ
ກໍ​ຕ່ຳ, ປັດຈຸບັນ​ມີ​ແຕ່​ຜູ້​ອາວຸ​ໂສ​ບຳນານ ທີ່​ມີ​ຄວາມ​ສະໝັກ​ໃຈ​ເຂົ້າ​ມາ​ຊ່ວຍປະ ຕິບັດໜ້າທີ່ວຽກງານ​ຂອງ​ບ້ານ ລວມທັງ
​ວຽກສາມ​ສ້າງ​ໄປ​ພ້ອມ​ກັນ. ຢ່າງ​ກໍ​ຕາມ ​ໃນຕໍ່ໜ້າທ່ານ​ນາຍບ້ານ​ຊຽງຍືນ ຮຽກຮ້ອງ​ໃຫ້​ຂັ້ນ​ເທິງພິຈາລະນາ​ເພີ່ມ​ການ​ແບ່ງ​
ຂັ້ນຄຸ້ມ​ຄອງຫົວໜ່ວຍທຸລະ​ ກິດຕາມ​ຄວາມ​ເໝາະສົມ ກໍ​ຄື​ການ​ເພີ່ມ​ລາຍ​ຮັບ​ໃຫ້​​ຂຶ້ນຕື່ມ ​ເພື່ອ​ເຮັດ​ໃຫ້​ບ້ານ​ມີ​ຄວາມ​ເຂັ້ມ​
ແຂງ​ດ້ານ​ການ​ບໍລິຫານ ປະ ກອບສ່ວນ​ພັດທະນາ​ເສດຖະ ກິດ-ສັງຄົມ ກໍ​ຄື​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ,
ນັບ​ທັງ​ການ​ເຄື່ອນ​ໄຫວ​ວຽກງານ​ດ້ານ​ແນວ​ຄິດ-ການ​ເມືອງ, ວຽກປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ແກ້
​ໄຂ​ປະກົດ​ການ​ຫຍໍ້​ທໍ້ ​ເຮັດ​ໃຫ້​ບ້ານ​ມີ​ການ​ພັດທະນາ​ດີ​ຂຶ້ນກວ່າ​ເກົ່າ, ມີ​ຄວາມ​ສະອາດ ​ແລະ ປະຊາຊົນ​ມີ​ສຸ ຂະພາບ​ທີ່​ດີ.

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...