spot_img
Homeຂ່າວຕ່າງປະເທດເຫດໄຟໄໝ້ຄາຊິໂນໃນກຳປູເຈຍ

ເຫດໄຟໄໝ້ຄາຊິໂນໃນກຳປູເຈຍ

Published on

ເກີດເຫດໄຟໄໝ້ຄາຊິໂນໃນເມືອງປອຍເປດ ປະເທດກຳປູເຈຍ ໃນນັ້ນມີຄົນໄທທີ່ເປັນພະນັກງານ ແລະ ນັກພະນັນຢູ່ພາຍໃນຫຼາຍກວ່າ 50 ຄົນ ມີຄົນຕົກຈາກຕຶກອາຄານບາດເຈັບສາຫັດ.

อาจเป็นรูปภาพของ กำลังยืน, ไฟ และ กลางแจ้ง

ວັນທີ 28 ທັນວາ 2022 ເວລາປະມານ 23:40 ນາທີ ເກີດເຫດໄຟໄໝ້ຄາຊິໂນຂະໜາດໃຫຍ່ໃນເມືອງປອຍເປດ ປະເທດກຳປູເຈຍ ເຊິ່ງເປັນຊາຍແດນລະຫວ່າງໄທ-ກຳປູເຈຍ ໃນນັ້ນມີຄົນໄທທີ່ເປັນພະນັກງານ ແລະ ນັກພະນັນພາຍໃນເປັນຈຳນວນຫຼາຍ.

อาจเป็นรูปภาพของ ไฟ และ กลางแจ้ง

ຫຼ້າສຸດ ທາງກຳປູເຈຍໄດ້ປະສານງານກັບໄທ ເພື່ອຂໍການສະໜັບສະໜູນລົດເຄເບິນຈາກໄທ ເພື່ອເຂົ້າໄປຊ່ວຍເຫຼືອຄົນໄທທີ່ຍັງຕິດຢູ່ຄາຊິໂນປະມານ 50 ຄົນ ມີລາຍງານວ່າຄົນສ່ວນໃຫຍ່ທີ່ໄດ້ຮັບບາດເຈັບແມ່ນເປັນຄົນໄທ ແລະ ມີຄົນໂດດລົງມາຈາກຊັ້ນທີ 5 ດ້ານຫຼັງຂອງຕຶກ.

ຈາກເຫດການນີ້ ມີຄົນເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ບາດເຈັບອີກຈຳນວນຫຼາຍ ຈາກການໂດດອອກຈາກຕຶກເພື່ອໜີໄຟໄໝ້.

อาจเป็นรูปภาพของ 7 คน, ผู้คนกำลังยืน, ไฟ และ กลางแจ้ง

ແຫຼ່ງຂ່າວ The Guardian

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...