spot_img
Homeຂ່າວຄາດຕະກຳຄະດີຄາດຕະກຳ ປະຈຳປີ 2022

ຄະດີຄາດຕະກຳ ປະຈຳປີ 2022

Published on

ອີງຕາມການລາຍງານຂອງຫໜັງສືພິມຄວາມສະຫງົບ ໃຫ້ຮູ້ວ່າ: ໃນປີ 2022 ນີ້, ໃນທົ່ວປະເທດໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ 6.982 ເລື່ອງ ເຊິ່ງໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ. ໃນນີ້, ໄດ້ມີເຫດການຄາດຕະກຳເກີດຂຶ້ນຫຼາຍສົມຄວນ, ມີບາງຄະດີກໍເກີດຈາກຂໍ້ຂັດແຍ່ງຕ່າງໆ, ເກີດຈາກຄວາມຜິດຖຽງກັນ, ເກີດຈາກການຫຼິ້ນຊູ້, ເກີດຈາກການເສບຢາເສບຕິດ ແລະ ອື່ນໆ; ເຊິ່ງໃນປີນີ້, ໜັງສືພິມຄວາມສະຫງົບ ກໍໄດ້ຄັດຈ້ອນເລືອກເຟັ້ນເອົາ 10 ອັນດັບຄະດີຄາດຕະກຳ ມີດັ່ງນີ້:
– ອັນດັບ10: ຄະດີຄາດຕະກຳລູກເກີດໃໝ່
ຄະດີນີ້ເກີດຂຶ້ນໃນວັນທີ 8 ກໍລະກົດ 2022 ຢູ່ເຂດບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນໍ້າທາ. ຜູ້ກໍ່ເຫດຄາດຕະກຳລູກ ຊື່ ນາງ ຈັນ ອາຍຸ 22 ປີ ຢູ່ບ້ານໃໝ່ ເມືອງນໍ້າບາກ ແຂວງຫຼວງພະບາງ.
ໃນມື້ເກີດເຫດ, ຜູ້ກ່ຽວໄດ້ເກີດລູກ ເປັນເພດຍິງ ແລະ ຄິດວ່າບໍ່ມີໃຜລ້ຽງຊ່ວຍ ແລະ ບໍ່ມີໃຜຮັບເປັນພໍ່ ຈຶ່ງໄດ້ຕັດສິນໃຈໃຊ້ມືບີບຄໍລູກນ້ອຍ ແລ້ວໂຍນຖິ້ມໃນສວນຢາງພາລາ ເຂດຫຼັງຫ້ອງນໍ້າບ່ອນຜູ້ກ່ຽວພັກເຊົາ, ມື້ຕໍ່ມາມີຄົນໄປພົບເຫັນສົບເດັກນ້ອຍ ແລ້ວຜູ້ກ່ຽວກໍຖືກຈັບໄປດຳເນີນຄະດີ.

– ອັນດັບ 9: ຄະດີຄາດຕະກຳ ທ້າວ ດວງ ອາຍຸ 28 ປີ
ເຫດເກີດຂຶ້ນຢູ່ທີ່ບ້ານນາແຫກ ນະຄອນປາກເຊ ແຂວງຈຳປາສັກ ໃນຄັ້ງວັນທີ 29 ເມສາ 2022; ເຊິ່ງຄາດຕະກອນຄະດີນີ້ ຊື່ ທ້າວ ກິກ ອາຍຸ 25 ປີ ຢູ່ບ້ານໜອງນໍ້າຂາວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ຜູ້ກ່ຽວໄດ້ໃຊ້ປືນແກັບຍິງຜູ້ເຄາະຮ້າຍ ຖືກບໍລິເວນຫົວ ເບື້ອງຫຼັງ ຈົນເສຍຊີວິດ.
ສ່ວນສາເຫດຂອງການຄາດຕະກຳໃນຄັ້ງນີ້ ຍ້ອນຜູ້ຖືກຫາມີອາການປະສາດຫຼອນຈາກການເສບຢາບ້າ ຈຳນວນ 10 ເມັດ.

– ອັນດັບ 8: ຄະດີຄາດຕະກຳໃຊ້ປືນແກັບຍິງຄົນຢູ່ຂ້າງເຮືອນ
ເຫດການນີ້ເກີດຂຶ້ນໃນວັນທີ 3 ກັນຍາ 2022 ຢູ່ບ້ານສົບໜ້າວ ເມືອງໃໝ່ ແຂວງຜົ້ງສາລີ, ຜູ້ຖືກຫາລາຍນີ້ ຊື່ ທ້າວ ຕຸ້ຍ ອາຍຸ 30 ປີ, ສ່ວນຜູ້ເສຍຊີວິດ ຊື່ ທ້າວ ນິ່ງ ອາຍຸ 32 ປີ. ສໍາລັບສາເຫດມາຈາກການຜິດຖຽງກັນ ເລື່ອງໃຊ້ສຽງດັງລົບກວນກັນ.

– ອັນດັບ 7: ຄະດີຄາດຕະກຳ ນາງ ຄໍາມະນີ ອາຍຸ 44 ປີ
ເຫດເກີດຂຶ້ນຢູ່ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນຄັ້ງວັນທີ 28 ກຸມພາ 2022, ຜູ້ຖືກຫາ ຊື່ ທ້າວ ເພັດສະໝອນ ຫຼື ເຟມ ອາຍຸ 23 ປີ ຢູ່ບ້ານາຊອນ ເມືອງຊະນະສົມບູນ ໄດ້ເອົາໄມ້ຄ້ອນທຸບຕີບໍລິເວນຫົວ ແລະ ໃບໜ້າຂອງຜູ້ເຄາະຮ້າຍຈຳນວນຫຼາຍຄັ້ງຈົນເສຍຊີວິດ ເພື່ອປຸ້ນເອົາສາຍແຂນຄຳ 1 ເສັ້ນ ນໍ້າໜັກ 1 ບາດ ຂອງຜູ້ເສຍຊີວິດ ໄປຂາຍໃຊ້ໜີ້ການພະນັນ ຈຳນວນ 16 ລ້ານກວ່າກີບ.

– ອັນດັບ 6: ຄະດີຄາດຕະກຳເມຍ
ເຫດເກີດຂຶ້ນໃນວັນທີ 11 ກັນຍາ 2022 ຢູ່ທີ່ຖຽງນາຂອງຜູ້ເສຍຊີວິດ ເຂດບ້ານນາເກືອ ເມືອງຊໍາໃຕ້ ແຂວງຫົວພັນ; ຜູ້ກໍ່ເຫດ ຊື່ ທ້າວ ໄຊເກີ ອາຍຸ 40 ປີ (ຜົວ) ໄດ້ໃຊ້ຈົກທຸບຫົວເມຍ ຊື່ ນາງ ມີ້ ອາຍຸ 36 ປີ ຈໍານວນ 3 ບາດ ເສຍຊີວິດຄາທີ່, ສ່ວນສາເຫດແມ່ນຜົວເມົາຢາບ້າ.

– ອັນດັບ 5: ຄະດີຄາດຕະກຳໂດຍໃຊ້ແກ້ວເບຍທີ່ແຕກແທງຄໍ ທ້າວ ຈັນ ອາຍຸ 50 ປີ ເສຍຊີວິດ
ເຫດການສະເທືອນຂວັນນີ້ເກີດຂຶ້ນໃນຄັ້ງວັນທີ 16 ກໍລະກົດ 2022 ຢູ່ແຄມທາງເຂດບ້ານຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ, ຄາດຕະກອນ ຊື່ ທ້າວ ມົນຕີ ອາຍຸ 38 ປີ, ໃນມື້ເກີດເຫດ ໄດ້ມີໝູ່ຄົນບ້ານດຽວກັນ (ບ້ານຫ້ວຍເພັກ) ມາຮັບພາກັນໄປກິນເບຍ ໝົດເບຍ 4 ແກ້ວ ແລະ ເສບຢາບ້ານຳກັນໝົດ 2 ເມັດ.
ຫຼັງຈາກນັ້ນ, ກໍໄປສົ່ງຜູ້ກ່ຽວຢູ່ເຮືອນ ແຕ່ຜູ້ກ່ຽວໄດ້ອອກໄປຊອກກີນເບຍຕື່ມອີກ, ແລ້ວພົບເຫັນຜູ້ເຄາະຮ້າຍສອງຄົນ ເປັນຍິງໜຶ່ງຊາຍໜຶ່ງນັ່ງກິນເບຍຢູ່ແຄມທາງ, ຜູ້ກ່ຽວກໍເຂົ້າໄປຫາເລື່ອງ ແລະ ຈັບເອົາແກ້ວເບຍທຸບຕີຫົວ ເຮັດໃຫ້ແກ້ວເບຍແຕກ ແລ້ວແທງຄໍ ທ້າວ ຈັນ ຈົນເສຍຊີວິດ.
ຜ່ານມາຜູ້ຖືກຫາລາຍນີ້ ແມ່ນເຄີຍຕ້ອງໂທດມາແລ້ວໃນຂໍ້ຫາທໍາຮ້າຍຮ່າງກາຍ 1 ຄັ້ງ ແລະ ຄະດີຢາເສບຕິດ 3 ຄັ້ງ ແລະ ຖືກດັດສ້າງຢາເສບຕິດ 1 ຄັ້ງ.

– ອັນດັບ 4: ຄະດີຂົ່ມຂືນແລ້ວຄາດ ຕະກຳ ເດັກຍິງອາຍຸ 14 ປີ
ເຫດການນີ້ເກີດຂຶ້ນໃນວັນທີ 16 ເມາສາ 2022 ຢູ່ຫ້ວຍນໍ້າສານ ເຂດບ້ານພູນສານ ເມືອງວຽງໄຊ ແຂວງຫົວພັນ. ຜູ້ກໍ່ເຫດ ຊື່ ທ້າວ ແສງແກ້ວ ອາຍຸ 34 ປີ ຢູ່ບ້ານພູນສານ ເມືອງວຽງໄຊ (ບ້ານດຽວກັນກັບຜູ້ເສຍຊີວິດ).
ໃນມື້ເກີດເຫດ ຜູ້ກ່ຽວໄດ້ຂົ່ມຂືນ ນາງ ນ້ອຍ (ນາມສົມມຸດ) ຢູ່ແຄມຫ້ວຍນໍ້າສານ ຈົນສໍາເລັດ ແລ້ວໃຊ້ມືບີບຄໍ ນາງ ນ້ອຍ ຢ່າງແຮງປະມານ 5 ນາທີ. ຫຼັງຈາກນັ້ນ, ກໍໃຊ້ຕີນເບື້ອງຂວາຢັນໃສ່ຄໍ, ບ່າໄຫຼ່ທັງສອງເບື້ອງ, ປາກ ແລະ ຄາງກະໄຕຂອງ ນາງ ນ້ອຍ ຈໍານວນ 3 ຄັ້ງ ຈົນເສຍຊີວິດຄາທີ່.

– ອັນດັບ 3: ຄະດີຄາດຕະກໍາຜົວ ໂດຍເມຍຮ່ວມກັບຊາຍຊູ້ ໃຊ້ປືນແກັບຍິງຜົວຄະດີນີ້ເກີດຂຶ້ນຢູ່ບ້ານນໍ້າມະອຸ່ນ ເມືອງສິງ ແຂວງຫຼວງນໍ້າທາ ໃນວັນທີ 24 ມິຖຸນາ 2022. ຜູ້ກໍ່ເຫດທັງສອງ ຊື່ ທ້າວ ແຊຈ່າ ອາຍຸ 28 ປີ (ຊາຍຊູ້) ແລະ ນາງ ສໍຈົມ ອາຍຸ 33 ປີ (ເມຍຜູ້ເສຍຊີວິດ), ສ່ວນຜູ້ເສຍຊີວິດ ຊື່ ທ້າວ ຕໍພຽວ.
ໃນປີ 2021 ນາງ ສໍຈົມ ຮ່ວມກັບຊາຍຊູ້ ວາງແຜນຄາດຕະກໍາ ດ້ວຍການເອົານໍ້າກົດກ້ອນປະສົມກັບອາຫານໃຫ້ຜົວກິນ ແຕ່ບໍ່ເສຍຊີວິດ.
ມາວັນທີ 24 ມິຖຸນາ 2022, ຈຶ່ງໄດ້ວາງແຜນຄາດຕະກຳໃໝ່ ໂດຍໃຫ້ ທ້າວ ແຊຈ່າ ເອົາປືນແກັບໄປຍິງ ທ້າວ ຕໍພຽວ (ຜົວ) ໃນຂະນະທີ່ຜູ້ກ່ຽວກຳລັງໄຖນາ ຢູ່ເຂດຫ້ວຍນໍ້າມະອຸ່ນ ແຕ່ຜູ່ກ່ຽວກໍບໍ່ຕາຍ ແລະ ຕໍ່ມາເຈົ້າໜ້າທີ່ ຈຶ່ງຈັບພວກກ່ຽວທັງສອງໄປດຳເນີນຄະດີ.

– ອັນດັບ 2: ຄະດີຄາດຕະກຳອ້າຍ
ຄະດີສະເທືອນຂວັນນີ້ ເກີດຂຶ້ນວັນທີ 20 ເມສາ 2022 ຢູ່ບ້ານກາດ ເມືອງຍອດອູ ແຂວງຜົ້ງສາລີ. ຜູ້ເສຍຊີວິດ ຊື່ ທ້າວ ແສງຄໍາ ອາຍຸ 37 ປີ (ອ້າຍ). ສ່ວນຜູ້ກໍ່ເຫດ ເປັນນ້ອງຊາຍຄີງ ຊື່ ທ້າວກອງແກ້ວ ໄດ້ໃຊ້ມິດແທ່ງອ້າຍ ຖືກບໍລິເວນທ້ອງ 1 ບາດ ແລະ ຟັນໃສ່ຫຼັງ 3 ບາດ ເຮັດໃຫ້ເສຍຊີວິດຄາທີ່.

– ອັນດັບ 1: ຄະດີຄາດຕະກໍາ 2 ສົບ
ຄະດີນີ້ ເກີດຂຶ້ນໃນວັນທີ 18 ມີນາ 2022, ຜູ້ເສຍຊີວິດ ຊື່ ທ້າວ ບຸນທ່ຽງ ອາຍຸ 53 ປີ ນັກທຸລະກິດ ຢູ່ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ເຊິນຫາຍເຜິ້ງ ອາຍຸ 49 ປີ ພັກເຊົາຢູ່ບ້ານດົງນາໂຊກເໜືອ.
ພວກກ່ຽວຖືກລັກພາໂຕໄປຮຽກຄ່າໄຖ່ ແຕ່ວັນທີ 18 ມີນາ ແລະ ຖືກພົບເຫັນເປັນສົບຝັງດິນຢູ່ປ່າ ເຂດບ້ານໃໝ່ ເມືອງສີໂຄດຕະບອງ ໃນວັນທີ 26 ມີນາ.
ຜ່ານການລົງແກ້ໄຂຄະດີດັ່ງກ່າວ, ເຈົ້າໜ້າທີ່ ສາມາດຕິດຕາມຈັບຜູ້ຖືກຫາໄດ້ຈໍານວນ 13 ຄົນ ຍິງ 1 ຄົນ; ໃນນີ້, ເປັນຄົນລາວ 8 ຄົນ ຍິງ 1 ຄົນ, ຄົນສັນຊາດຈີນ 4 ຄົນ, ພາຫະນະຮັບໃຊ້ເຂົ້າໃນການກະທຳຜິດ ລົດໃຫຍ່ 2 ຄັນ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...