Homeຂ່າວພາຍ​ໃນພິທີປິດມະຫະກຳກິລາແຫ່ງຊາດຄັ້ງທີ XI

ພິທີປິດມະຫະກຳກິລາແຫ່ງຊາດຄັ້ງທີ XI

Published on

ມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຫລື ຊຽງຂວາງ ເກມ 2022 ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 22 ທັນວາ 2022 ໂດຍມີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູງ, ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ. ຂະນະທີ່ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕາງໜ້າໃຫ້ນະຄອນຫລວງວຽງຈັນ ຂຶ້ນຮັບທຸງກິລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ເພື່ອເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ໃນປີ 2025.

ໃນພິທີ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ປະທານຈັດມະຫະກຳກິລາແຫ່ງຊາດຄັ້ງທີ XI ໄດ້ກ່າວວ່າ: ມະຫະກຳກິລາແຫ່ງຊາດຄັ້ງນີ້, ເປັນຂີດໝາຍສຳຄັນທາງປະຫວັດສາດທີ່ຈາລຶກໄວ້ຢູ່ດິນແດນວິລະຊົນຄົນຫານ ກ້າຂອງແຂວງຊຽງຂວາງ, ເປັນການເສີມສ້າງຄວາມເຊື່ອໝັ້ນ, ເປັນກຳລັງໃຈອັນແຮງກ້າ ແລະ ຄວາມເບີກ ບານ ມ່ວນຊື່ນໃຫ້ແກ່ປະຊາຊົນບັນດາເຜົ່າທົ່ວປະເທດ, ທີ່ສຳຄັນໄດ້ສ້າງຄວາມເອກອ້າງທະນົງໃຈ, ຄວາມກະຕືລືລົ້ນທີ່ສຸດ ໃຫ້ແກ່ຊາວແຂວງຊຽງຂວາງ. ຂະນະດຽວກັນ ກໍແມ່ນຜົນສໍາເລັດແຫ່ງການພັດທະນາກິລາລາວໃນທົ່ວປະເທດ, ເປັນ ກ້າວສໍາຄັນ ເພື່ອກະຕຸກຊຸກຍູ້ໃຫ້ແກ່ທຸກພາກສ່ວນທັງສູນກາງ, ບັນດາແຂວງ ແລະ ນະຄອນຫລວງສືບຕໍ່ພັດທະນາ ກິລາປະເພດຕ່າງໆຂອງຕົນໃນຕໍ່ໜ້າໃຫ້ມີປະສິດທິພາບ.

ມະຫະກຳກິລາແຫ່ງຊາດຄັ້ງທີ XI, ມີການແຂ່ງຂັນທັງໝົດ 25 ປະເພດກິລາ, ຊີງຫລຽນທັງ ໝົດ 2.500 ກວ່າຫລຽນ, ມີທັບນັກກິລາຈາກ 17 ແຂວງ, 1 ນະຄອນຫລວງ ແລະ 4 ກະຊວງ ເຂົ້າຮວ່ມ. ຜ່ານການແຂ່ງຂັນທັງໝົດ 25 ປະເພດກິລາ ແຂວງຊຽງຂວາງ ເຈົ້າພາບເປັນເຈົ້າຫລຽນຄຳ ເປັນອັນດັບ 1 ຂອງຕາຕະລາງສະຫລຸບຫລຽນ ສາມາດ ຍາດໄດ້ 62 ຫລຽນຄຳ, 60 ຫລຽນເງິນ, 95 ຫລຽນທອງ, ລວມ 217 ຫລຽນ, ອັນດັບທີ 2 ນະຄອນຫລວງວຽງຈັນ ໄດ້ 58 ຫລຽນຄຳ, 51 ຫລຽນເງິນ, 97 ຫລຽນທອງ, ລວມ 206 ຫລຽນ ແລະ ອັນດັບທີ 3 ກະຊວງປ້ອງກັນປະເທດ ໄດ້ 51 ຫລຽນຄຳ, 49 ຫລຽນເງິນ, 36 ຫລຽນທອງ, ລວມ 136 ຫລຽນ.
ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...