spot_img
Homeຂ່າວກິລາເຈົ້າພາບ ຊຽງຂວາງ ຄອງເຈົ້າຫຼຽນຄຳ ງານກິລາແຫ່ງຊາດ ຄັ້ງທີ 11

ເຈົ້າພາບ ຊຽງຂວາງ ຄອງເຈົ້າຫຼຽນຄຳ ງານກິລາແຫ່ງຊາດ ຄັ້ງທີ 11

Published on

ທັບນັກກິລາແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນເກີນຄາດໝາຍ ດ້ວຍການປະກາດ ສັກດາຄອງເຈົ້າຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຫຼັງນັກກິລາບານສົ່ງໃນຮົ່ມປະເພດທີມຊາຍ ຄວ້າຫຼຽນຄຳປິດທ້າຍໃຫ້ກັບເຈົ້າພາບ ຊ່ວຍໃຫ້ກວາດ ມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບ 1 ຂອງຕາຕະລາງ. ຂະນະທີ່ກະຊວງປ້ອງກັນປະເທດ ແຊ໋ມເກົ່າ ຍາດໄດ້ 51 ຫຼຽນຄຳ, 49 ຫຼຽນເງິນ ແລະ 36 ຫຼຽນທອງ ລວມ 136 ຫຼຽນ ຈົບພຽງອັນດັບທີ 3 ໃນປີນີ້. ສ່ວນທັບນັກກິລາ ນະຄອນຫຼວງວຽງຈັນ ຕ້ອງຜິດຫວັງອີກຄັ້ງໃນການທ່ວງ ຕຳແໜ່ງເຈົ້າຫຼຽນຄຳກິລາແຫ່ງຊາດ ຫຼັງຍາດມາໄດ້ພຽງ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ ຈົບອັນດັບທີ 2 ອີກສະໄໝ.

ສຳລັບງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ແມ່ນແຂ່ງຂັນທັງໝົດ 25 ປະເພດກິລາ ຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກັອບ, ດອກປີກໄກ່, ເທັນນິດ, ລົດຖີບ, ປິ່ງປ່ອງ, ມວຍລາວ, ຢູໂດ ແລະ ວູຊູ. ຊຶ່ງມີນັກກິລາ ຈຳນວນ 3.093 ຄົນຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງ ເປັນຕົ້ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫຼຽນທັງໝົດ 2.598 ຫຼຽນ. ຊຶ່ງໄດ້ເລີ່ມແຂ່ງຂັນຕົວຈິງມາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນ ຄື: ກິລາລອຍນ້ຳ ແລະ ກິລາຍິງປືນ. ສ່ວນຢູ່ແຂວງຊຽງຂວາງ ເລີ່ມມາແຕ່ວັນທີ 1-22 ທັນວາ 2022 ຈຶ່ງສຳເລັດ.

ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ເກີນຄາດໝາຍທີ່ວາງໄວ້ ຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບທີ 1 ຂອງປະເທດ. ສ່ວນອັນດັບທີ 2 ຕົກເປັນຂອງທັບນັກກິລານະຄອນຫຼວງວຽງຈັນ ເຈົ້າພາບ ງານກິລາແຫ່ງຊາດ ຄັ້ງທີ 12 ຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ; ອັນດັບທີ 3 ກະຊວງປ້ອງກັນປະເທດ ແຊ໋ມເກົ່າ ຍາດໄດ້ 51 ຫຼຽນຄຳ, 49 ຫຼຽນເງິນ 36 ຫຼຽນທອງ ລວມ 136 ຫຼຽນ; ອັນດັບທີ 4 ແຂວງຄຳມ່ວນ 36 ຫຼຽນຄຳ, 26 ຫຼຽນເງິນ ແລະ 47 ຫຼຽນທອງ ລວມ 109 ຫຼຽນ; ອັນດັບທີ 5 ແຂວງສະຫວັນນະເຂດ 24 ຫຼຽນຄຳ, 32 ຫຼຽນເງິນ ແລະ 37 ຫຼຽນທອງ ລວມ 93 ຫຼຽນ; ອັນດັບທີ 6 ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 23 ຫຼຽນຄຳ, 17 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 69 ຫຼຽນ; ອັນດັບທີ 7 ແຂວງຈຳປາສັກ ຍາດໄດ້ 17 ຫຼຽນຄຳ, 21 ຫຼຽນເງິນ ແລະ 31 ຫຼຽນທອງ ລວມ 69 ຫຼຽນ; ອັນດັບທີ 8 ແຂວງອຸດົມໄຊ ຍາດໄດ້ 15 ຫຼຽນຄຳ, 6 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 32 ຫຼຽນ; ອັນດັບທີ 9 ແຂວງສາລະວັນ ຍາໄດ້ 13 ຫຼຽນຄຳ, 13 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 36 ຫຼຽນ; ອັນດັບທີ 10 ແຂວງຫຼວງພະບາງ ຍາດໄດ້ 12 ຫຼຽນຄຳ, 21 ຫຼຽນເງິນ ແລະ 42 ຫຼຽນທອງ ລວມ 75 ຫຼຽນ; ອັນດັບທີ 11 ແຂວງໄຊສົມບູນ ຍາດໄດ້ 8 ຫຼຽນຄຳ, 4 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 14 ຫຼຽນ; ອັນດັບທີ 12 ແຂວງວຽງຈັນ ຍາດໄດ້ 7 ຫຼຽນຄຳ, 6 ຫຼຽນເງິນ ແລະ 26 ຫຼຽນທອງ ລວມ 39 ຫຼຽນ; ອັນດັບທີ 13 ແຂວງບໍລິຄຳໄຊ ຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ ລວມ 20 ຫຼຽນ; ອັນດັບທີ 14 ແຂວງຫົວພັນ ຍາດໄດ້ 5 ຫຼຽນຄຳ, 8 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 20 ຫຼຽນ; ອັນດັບທີ 15 ແຂວງເຊກອງ ຍາດໄດ້ 4 ຫຼຽນຄຳ, 9 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 26 ຫຼຽນ; ອັນດັບທີ 16 ແຂວງອັດຕະປື ຍາດໄດ້ 4 ຫຼຽນຄຳ, 4 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 12 ຫຼຽນ; ອັນດັບທີ 17 ກະຊວງພະລັງງານ ແລະ ບໍ່ແຮ່ ຍາດໄດ້ 3 ຫຼຽນຄຳ, 12 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 25 ຫຼຽນ; ອັນດັບທີ 18 ແຂວງບໍ່ແກ້ວ ຍາດໄດ້ 3 ຫຼຽນຄຳ, 7 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 23 ຫຼຽນ; ອັບດັບທີ 19 ແຂວງຜົ້ງສາລີ ຍາດໄດ້ 3 ຫຼຽນຄຳ, 4 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 8 ຫຼຽນ; ອັນດັບທີ 20 ແຂວງຫຼວງນ້ຳທາ ຍາດໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 14 ຫຼຽນ; ອັນດັບທີ 21 ກະຊວງສາທາລະນະສຸກ ຍາດໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 10 ຫຼຽນ; ອັນດັບທີ 22 ແຂວງໄຊຍະບູລີ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 10 ຫຼຽນ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...