spot_img
Homeຂ່າວຢາເສບຕິດເຈົ້າໜ້າທີ່ຖະແຫຼງຄະດີຢາເສບຕິດໃນລົດສະແຕັກຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທຈັບໄດ້

ເຈົ້າໜ້າທີ່ຖະແຫຼງຄະດີຢາເສບຕິດໃນລົດສະແຕັກຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທຈັບໄດ້

Published on

ໃນເວລາ 14:00 ໂມງ ຂອງວັນທີ 19 ທັນວາ 2022 ຜ່ານມາ ເຈົ້າໜ້າທີ່ໄດ້ຖະແຫຼງຂ່າວຄວາມຄືບໜ້າກ່ຽວກັບການສືບສວນ-ສອບສວນຂະຫຍາຍຜົນດຳເນີນຄະດີຢາເສບຕິດ ປະເພດຢາບ້າ ຈຳນວນ: 3.860.000 ເມັດ, ໄອສ໌ ຈຳນວນ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ ທີ່ເຈົ້າໜ້າທີ່ໄທຍຶດໄດ້ຢູ່ໃນລົດສະແຕັກຂົນສົ່ງນ້ຳມັນ ທີ່ດ່ານຂົວມິດຕະພາບລາວ-ໄທ ແຂວງໜອງຄາຍ ປະເທດໄທ ໃນຄັ້ງວັນ 23 ພະຈິກ 2022 ສາມາດຈັບຕົວຜູ້ຖືກຫາ 2 ຄົນ.

ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຖະແຫຼງວ່າ:  ກະຊວງ ປກສ ແລະ ກໍຄືກົມໃຫຍ່ຕຳຫຼວດ ໄດ້ແຕ່ງຕັ້ງໃຫ້ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງພິສູດໄລ່ຊອກ-ໄລ່ຈັບເປົ້າໝາຍດໂດຍມີການປະສານສົມທົບກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທີ່ກ່ຽວຂ້ອງ.

ມາຮອດວັນທີ 30 ພະຈິກ 2022 ຈື່ງສາມາດຈັບຕົວບຸກຄົນທີ່ມີສ່ວນພົວພັນກັບການຂົນສົ່ງຢາເສບຕິດດັ່ງກ່າວ ຈຳນວນ 2 ຄົນ ຄື: ນາງ ໜູແດງ ຫຼື ວັນ, ອາຍຸ 29 ປີ, ເຮັດນາຢູ່ບ້ານ ຄູນມະນີ ເມືອງຄູນຄຳ ແຂວງຄຳມ່ວນ ແລະ ນາງ ດອນ , ອາຍຸ 45 ປີ, ຄ້າຂາຍ, ຢູ່ບ້ານຄູນຄຳ ເມືອງຄູນຄຳ ແຂວງ ຄຳມ່ວນ ມາດຳເນີນຄະດີຕາມ ກົດໝາຍ ຂອງ ສປປ ລາວ.

ຜ່ານການສືບສວນ-ສອບສວນທັງສອງຄົນກໍໄດ້ຮັບສາລະພາບວ່າ: ໄດ້ມີການພົວພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້ກັບ ທ້າວ ປຣະສິດ ປັນພູມີ ( ຄົນໄທ ) ທີ່ຂັບລົດສະແຕັກຂົນສົ່ງນຳ້ມັນ ຊຸກເຊື່ອງຢາເສບຕິດທີ່ຖືກເຈົ້າໜ້າທີ່ໄທຈັບຕົວໃນວັນທີ 23 ພະຈິກ 2022 ນັ້ນແທ້ ແລະ ພວກກ່ຽວທັງສອງຍັງໃຫ້ການອີກວ່າ: ເລີ່ມແຕ່ປີ 2019 ເປັນຕົ້ນມາແມ່ນເຄີຍຕິດຕໍ່ພົວພັນກັບການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຄັນຊາ ກັບ ທ້າວ ປຣະສິດ ປັນພູມີ ມາແລ້ວ 7 ຄັ້ງ ລວມທັງຄັ້ງນີ້.

ໃນແຕ່ລະຄັ້ງແມ່ນ ນາງ ດອນ ເປັນຜູ້ຕິດຕໍ່ຫາ ນາງ ໜູແດງ ແລ້ວ ນາງ ໜູແດງ ກໍຕິດຕໍ່ຫາທ້າວ ປຣາສິດ ປັນພູມີ ໃນເວລາຜູ້ກ່ຽວມາສົ່ງນ້ຳມັນຢູ່ ສປປ ລາວ ແລ້ວຈະກັບປະເທດໄທ ແລ້ວກໍໄດ້ນັດໝາຍຈຸດສົ່ງຢາເສບຕິດ, ຈາກນັ້ນ ນາງ ດອນ ກໍຈະບອກໃຫ້ຄົນເອົາຢາເສບຕິດມາສົ່ງໃຫ້ບ່ອນຈຸດນັດໝາຍ, ຈາກນັ້ນ ນາງ ດອນ ກໍຈ່າຍເງິນຄ່າຂົນສົ່ງໃຫ້ ທ້າວ ປຣະສິດ ປັນພູມີ ( ຄັ້ງລະ 40,000 ບາດ ຫາ 100,000 ບາດ ) ແລ້ວ ທ້າວ ປຣາສິດ ປັນພູມີ ກໍຈະຈ່າຍໃຫ້ ນາງ ໜູແດງ ຕາມການຕົກລົງກັນໄວ້.
ຄະດີດັ່ງກ່າວ ເຈົ້າໜ້າທີ່ພວກເຮົາກໍາລັງສືບຕໍ່ດໍາເນີນການສືບສວນ-ສອບສວນເກັບກຳຂໍ້ມູນ, ຫຼັກຖານໃຫ້ຄົບຖ້ວນ ແລະ ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນກັບການຄ້າຂາຍ, ຂົນສົ່ງຢາເສບຕິດ ເພື່ອນຳຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...