spot_img
Homeຂ່າວພາຍ​ໃນພິທີເຊັນສັນຍາສຳປະທານທີ່ດິນລັດຄຸ້ມຄອງ ເພື່ອສ້າງໂຮງງານປຸງແຕ່ງຫີນນອ່ອນມາໂບ (Marble)

ພິທີເຊັນສັນຍາສຳປະທານທີ່ດິນລັດຄຸ້ມຄອງ ເພື່ອສ້າງໂຮງງານປຸງແຕ່ງຫີນນອ່ອນມາໂບ (Marble)

Published on

ພິທີເຊັນສັນຍາສຳປະທານທີ່ດິນລັດຄຸ້ມຄອງ ເພື່ອສ້າງໂຮງງານປຸງແຕ່ງຫີນນອ່ອນມາໂບ (Marble) ລະຫວ່າງບໍລິສັດທີ່ປຶກສາດ້ານການລົງທຶນ ແລະກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ກັບອົງການປົກຄອງແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຮງງານປຸງແຕ່ງຫີນນອ່ອນມາໂບ (Marble) ຕັ້ງຢູ່ເຂດບ້ານນູນສະຫວາດ, ນະຄອນ ຫຼວງພະບາງ, ແຂວງຫຼວງພະບາງ, ມີເນື້ອທີ່ສຳປະທານ ທັງໝົດ 30 ເຮັກຕາ 372 ຕາແມັດ, ມີອາຍຸສຳປະທານ 30 ປີ, ເລີ່ມແຕ່ວັນທີ່ 15 ທັນວາ 2022 ເຖິງ 15 ທັນວາ 2052 ຈາກນັ້ນ ໂຄງການຈະຕົກເປັນຂອງພາກລັດ, ອາຍຸສັນຍາສາມາດຕໍ່ໄດ້ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ທີ່ມີຜົນບັງຄັບໃຊ້ໃນແຕ່ລະໄລຍະ ບົນພື້ນຖານເຈລະຈາເນື້ອໃນສັນຍາຄືນໃໝ່, ເປັນການລົງທຶນເອກະຊົນພາຍໃນ 100% ໂດຍແມ່ນບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (IHC) ເປັນຜູ້ລົງທືນໃນມູນຄ່າທັງໝົດ 3.000.000 ໂດລາສະຫະລັດ, ທຶນຈົດທະບຽນ 1.000.000 ໂດລາສະຫະລັດ), ໂດຍຈະສຸມໃສ່ຜະລິດ ແລະແປຮູບແຜ່ນຫີນອ່ອນມາໂບ, ຜະລິດແຜ່ນຫີນອ່ອນທຽມ (ຜະລິດຈາກຫີນອ່ອນມາໂບ), ສາງເກັບມ້ຽນຫີນອ່ອນມາໂບ, ຜະລິດຜົງແຄວຊ່ຽມຄາໂບແນັດ (Calcium Carbonate) ແລະສາງເກັບມ້ຽນສະເພາະ, ມີຫ້ອງວາງສະແດງຫີນອ່ອນມາໂບ, ສໍານັກງານ-ຫ້ອງການ, ທີ່ພັກພະນັກງານ ແລະຫ້ອງອາຫານ, ເດີ່ນຈອດລົດ, ສະຖານທີ່ຄ່ຽນຖ່າຍສິນຄ້າ, ເດີ່ນສໍາລັບກິດຈະກຳຕ່າງໆ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ໄລຍະການສຳປະທານ ບໍລິສັດຜູ້ລົງທືນ ເຫັນດີມອບພັນທະເຂົ້າງົບປະມານຂອງລັດຕາມລະບຽບ ແລະມອບເງີນຊຸກຍູ້ ການພັດທະນາສັງຄົມ ຕາມການຕົກລົງ ແລະລະບຸໃນສັນຍາສຳປະທານ. ຮ່ວມລົງນາມໃນສັນຍາ ຝ່າຍອົງການປົກຄອງແຂວງຫຼວງພະບາງ ຕາງໜ້າໂດຍ ທ່ານ ຈີນດາວົງ ໂພສີຄຳ ທົວໜ້າພະແນກແຜນການ ແລະ ການລົງທຶນ ຝ່າຍບໍລິສັດສຳປະທານຕາງໜ້າໂດຍ ທ່ານ ເພັດຈະເລີນ ໂມະນີ ຜູ້ອຳນວຍການບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC) ໂດຍຊ່ອງຫນ້າຜູ້ເຂົ້າຮ່ວມ.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...