spot_img
Homeຂ່າວການຮ່ວມມືກອງປະຊຸມສຸດຍອດ ສະຫລອງ ການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ

ກອງປະຊຸມສຸດຍອດ ສະຫລອງ ການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ

Published on

ໃນວັນທີ 14 ທັນວາ 2022 ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນ ອາຊຽນ-ສະຫະພາບ ເອີຣົບ(ອາຊຽນ-ອີຢູ) ຄົບຮອບ 45 ປີ ທີ່ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ ແລະ ອີຢູ.

ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອີຢູ ຕະຫລອດໄລຍະ 45 ປີທີ່ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຈາກການຮ່ວມມືແບບປົກກະຕິ ກ້າວເຂົ້າສູ່ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ໃນປີ 2020. ປັດຈຸບັນ, ອີຢູ ເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງອາຊຽນ ແລະ ອາຊຽນກໍເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງ ອີຢູ, ມູນຄ່າການຄ້າສອງຝ່າຍບັນລຸໄດ້ 268.92 ຕື້ໂດລາສະຫະລັດ ໃນປີ 2021. ພ້ອມກັນນີ້, ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ, ຊຶ່ງມີມູນຄ່າ 26.534 ຕື້ໂດລາສະຫະລັດ ໃນປີ 2021.

ບັນດາຜູ້ນໍາອາຊຽນ ແລະ ອີຢູ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການ ການຮ່ວມມື ພາຍໃຕ້ແຜນປະຕິບັດງານອາຊຽນ-ອີຢູ (2018-2022), ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດ ຫລາຍດ້ານ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ, ວິທະຍາສາດ-ເຕັກໂນໂລຊີ, ການເຊື່ອມຈອດ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນ-ອີຢູ ໄດ້ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືກັນຫລາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ສະບັບໃໝ່ (2023-2027) ທີ່ໄດ້ຮັບຮອງເອົາໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໃນເດືອນສິງຫາ 2022 ໂດຍເນັ້ນໃສ່ການຮ່ວມມືດ້ານສາທາລະນະສຸກ, ການໄປມາຫາ ສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ, ການລົງທຶນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງອີຢູ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການເຊື່ອມໂຍງ-ເຊື່ອມຈອດອາຊຽນ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດແຜນວຽກສະບັບທີ 4 ຂອງ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ (IAI) ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025(MPAC 2025). ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຊຸກຍູ້ໃຫ້ ອາຊຽນ-ອີຢູ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຟື້ນຟູເສດຖະກິດຫລັງພະຍາດໂຄວິດ-19 ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພາກພື້ນ ໂດຍການເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດຕ່ອງໂສ້ການຜະລິດພາກພື້ນ ແລະ ລະຫວ່າງພາກພື້ນ, ການຫັນເປັນເສດຖະກິດດີຈິຕອນ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາສີຂຽວ, ການປ່ຽນແປ່ງດິນຟ້າອາກາດ ແລະ ອື່ນໆ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການພົວພັນ ອາຊຽນ-ອີຢູ, ທ່ານ ນາຍົກລັດຖະ ມົນຕີ ພັນຄຳ ວິພາວັນ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ຟາມ ມິງ ຈິ່ງ ນາຍົກລັດຖະມົນ ຕີ ແຫ່ງ ສສ ຫວຽດນາມ ໂດຍໄດ້ປຶກສາຫາລືກ່ຽວກັບ ການກະກຽມໃຫ້ແກ່ການພົບປະຂອງສອງກົມການເມືອງ, ການມາຢ້ຽມຢາມສປປລາວ ແລະ ການເຂົ້າຮ່ວມສະຫລຸບປີມິດຕະພາບຂອງນາຍົກລັດຖະມົນຕີຫວຽດນາມໃນທ້າຍປີນີ້.

ນອກນັ້ນ, ກໍໄດ້ເຂົ້າຮ່ວມພົບປະສາມນາຍົກ ຊຶ່ງໄດ້ຖືໂອກາດແລກປ່ຽນຄໍາເຫັນກັບ ນາຍົກຮຸນເຊນ ໃນການຊຸກຍູ້ໃຫ້ມີການລົງນາມແຜນດໍາເນີນງານກ່ຽວກັບການເປັນຄູ່ຮ່ວມມືຍຸດທະສາດ ໝັ້ນຄົງ ຍາວນານ ແລະ ສົນທິສັນຍາວ່າດ້ວຍການປັກຫລັກໝາຍຊາຍແດນ 86%. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ພົບປະກັບ ທ່ານ ຊາກ ມິແຊນ ປະທານສະພາອີຢູ ໂດຍສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງອາຊຽນ-ອີຢູ ກໍຄື ສປປ ລາວ-ອີຢູ ແລະ ຝ່າຍອີຢູໄດ້ແຈ້ງໃຫ້ຊາບກ່ຽວກັບ ທຶນການຊ່ວຍເຫລືອ ຈາກ ອີຢູ ດ້ານງົບ ປະມານຈໍານວນ 550 ລ້ານ ເອີໂລ ສໍາລັບສົກປີ 2021-2024 ຕໍ່ໂຄງການບຸລິມະສິດຕ່າງໆຂອງ ສປປ ລາວ ແລະ ຍັງໄດ້ພົບປະກັບ ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນຕີຮົງກາຣີ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະແມ່ນຂົງເຂດການສຶກສາ ທີ່ ຮົງກາໄດ້ ໃຫ້ທຶນການສຶກສາ ແກ່ ສປປ ລາວ ປີລະ 150 ທຶນ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 24/10/2024 ເຖິງເວລາ 12 ໂມງຂອງວັນທີ 25/10/2024

ຄວາມກົດດັນສູງຂອງອາກາດເຢັນຍັງແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນ ສໍາລັບພາຍຸ ທາມີ...

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອປັບປຸງສະໜາມບິນສາກົນວັດໄຕ

ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project...

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ພະຈິກ (11) 2024, ກົງກັບວັນອາທິດ, ຂຶ້ນ 3 ຄໍ່າ, ເດືອນ 12...

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...