spot_img
Homeຂ່າວພາຍ​ໃນປ່ອຍຕົວນັກໂທດທີ່ມີເງື່ອນໄຂ ກ່ອນກໍານົດ ຈໍານວນ 19 ຄົນ

ປ່ອຍຕົວນັກໂທດທີ່ມີເງື່ອນໄຂ ກ່ອນກໍານົດ ຈໍານວນ 19 ຄົນ

Published on

ສານປະຊາຊົນແຂວງຫົວພັນ ໄດ້ຕັດສິນປ່ອຍຕົວນັກໂທດທີ່ມີເງື່ອນໄຂ ກ່ອນກໍານົດ ຈໍານວນ 19 ຄົນ, ໃນວັນທີ 7 ທັນວາ 2022 ຜ່ານມາ, ໃນນັ້ນມີ ນັກໂທດຄະດີຢາເສບຕິດ ຈໍານວນ 12 ຄົນ ຢູ່ທີ່ຄ້າຍຄຸມ ຂັງ-ດັດ ສ້າງ ປກສ ແຂວງຫົວພັນ.

ໂດຍຜ່ານຄໍາຖະແຫຼງຂອງຫົວຫນ້າອົງການໄອຍະການປະຊາຊົນວ່າດ້ວຍການປ່ອຍຕົວນັກໂທດກ່ອນ ກໍານົດໂດຍມີເງື່ອນໄຂ ສະບັບເລກທີ 4, ລົງວັນທີ 23 ກັນຍາ 2022 ອີງຕາມຄໍາແນະນໍາຮ່ວມລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມ ສະຫງົບ ສະບັບ ເລກທີ 003, ລົງວັນທີ 13 ມີນາ 2015, ວ່າດ້ວຍການປ່ອຍຕົວນັກໂທດກ່ອນກໍານົດ ໂດຍມີເງື່ອນໄຂ, ອີງຕາມຫນັງສືສະເຫນີຂອງຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງຫົວພັນ ສະບັບເລກທີ 144 ລົງວັນທີ 10 ກັນຍາ 2022; ດັ່ງນັ້ນ, ຫົວຫນ້າອົງການໄອຍະການປະຊາຊົນ ແຂວງຫົວພັນ ຈຶ່ງໄດ້ຖະແຫຼງ ເພື່ອພິຈາລະນາປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂ ຈໍານວນ 19 ຄົນ ຍິງ 1 ຄົນ. ໃນນີ້, ຄະດີຢາເສບຕິດ ຈໍານວນ 12 ຄົນ, ຄະດີທໍາຮ້າຍຮ່າງກາຍ 1 ຄົນ, ຄະດີມີ ອາວຸດເສິກໄວ້ໃນຄອບຄອງໂດຍບໍ່ ຖືກຕ້ອງຕາມກົດຫມາຍ 1 ຄົນ ແລະ ຄະດີລັກຊັບ ຈໍານວນ 5 ຄົນ.

ໃນໄລຍະປະຕິບັດໂທດຜ່ານມາ ຈໍານວນ 19 ຄົນນີ້ ເປັນຜູ້ທີ່ມີຄວາມກ້າວ ເຝິກຝົນຫຼໍ່ຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ການກະທໍາມີ ສະຕິຕື່ນຕົວຄົບລົບ ປະຕິບັດກົດຫມາຍ, ລະບຽບຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ຍອມຮັບ ເອົາຄໍາຕັດສິນຂອງສານທຸກຢ່າງ, ມີຄວາມຮູ້ສຶກກິນແຫນງແຄງໃຈຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນເອງໃນໄລຍະຜ່ານມາ ແລະ ໄດ້ປະຕິບັດໂທດມາແລ້ວເກີນສອງສ່ວນສາມຂອງໂທດທີ່ສານຕັດສິນ ອິດສະຫຼະພາບ ແລະ ໄດ້ຜ່ານກວດກາ ແລ້ວ ຈຶ່ງຢັ້ງຢືນວ່າ: ນັກໂທດ ຈໍານວນ 19 ຄົນ ທີ່ກ່າວມາ ຂ້າງເທິງແມ່ນມີເງື່ອນໄຂຄົບຖ້ວນ ໃນການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ຕາມມາດຕາ 104 ຂອງປະມວນກົດຫມາຍອາຍາ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...