spot_img
Homeຂ່າວການຊ່ວຍເຫຼືອເອັດສຊີຈີ ມອບທຶນການສຶກສາ “SCG Sharing the Dream”

ເອັດສຊີຈີ ມອບທຶນການສຶກສາ “SCG Sharing the Dream”

Published on

ເອັດສຊີຈີ ມອບທຶນການສຶກສາ “SCG Sharing the Dream” ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 11

ເອັດສຊີຈີ ໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ແລະ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ຈັດງານມອບທຶນການສຶກສາ ໃນໂຄງການ SCG Sharing the Dream” ໃນ ສປປ ລາວ ເປັນປີທີ 11, ເຊິ່ງໃນປີນີ້ ມີການມອບທຶນໃຫ້ນັກຮຽນຊັ້ນມັດທະຍົມຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ແຂວງ ຄຳມ່ວນ, ແຂວງລະ 110 ທຶນ ແລະ ໄດ້ມອບທຶນການສຶກສາ ໃຫ້ນັກສຶກສາລະດັບມະຫາວິທະຍາໄລ ອີກ 10 ທຶນ, ລວມທັງໝົດ 230 ທຶນ, ເພື່ອເປັນການສະໜັບສະໜູນ ຊາວໜຸ່ມທີ່ເປັນຄົນດີ, ມີຄວາມກະຕັນຍູຮູ້ບຸນຄຸນ, ເອົາໃຈໃສ່ຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນທີ່ຈະສ້າງສັງຄົມທີ່ດີ, ໃຫ້ພວກເຂົາໄດ້​ມີ​ໂອ​ກາດ​ສຶກສາຮ່ຳ​ຮຽນ​ຕໍ່​ ​ແລະ ​ນຳ​ເອົາ​ຄວາມ​ຮູ້​ມາ​ພັດທະນາ​ປະ​ເທດຊາດ ເພື່ອ​ຂັບ​ເຄື່ອນ​ສັງ​ຄົມ​ ໄປສູ່ອະນາຄົດທີ່ຍືນຍົງ. ນອກຈາກນີ້ ຍັງເປັນການຫຼຸດຜ່ອນຄວາມບໍ່ສະເໝີພາບທາງດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ ເອັດສຊີຈີ.

ພາຍໃນພິທີດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ກ່າວຕື່ມວ່າ “ຂໍໃຫ້ນ້ອງນັກຮຽນທັງໝົດທີ່ໄດ້ຮັບທຶນສືບຕໍ່ເປັນຄົນດີ, ມີຄວາມດຸໝັ່ນ ພາກພຽນ ຕັ້ງໜ້າໃສ່ການຮໍ່າຮຽນ ແລະ ຊ່ວຍເຫຼືອວຽກງານຄອບຄົວ, ສັງຄົມ ສືບຕໍ່ຮຽນໃຫ້ເກັ່ງ ເສັງຈົບຊັ້ນໃຫ້ໄດ້ຄະແນນດີ, ສົມກັບຄວາມຕັ້ງໃຈທີ່ເພີ່ນໄດ້ຊຸກຍູ້ຊ່ວຍເຫຼືອ ນອກຈາກນີ້ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບໂຄງການ ໂດຍສະເພາະ ກຸ່ມບໍລິສັດ SCG ປະເທດໄທ ທີ່ໃຫ້ການສະໜັບສະໜູນ ຊຸກຍູ້ຊ່ວຍເຫຼືອນ້ອງນັກຮຽນຂອງພວກເຮົາໃນຫຼາຍປີຜ່ານມາ ແລະ ຫວັງວ່າໂຄງການຈະສືບຕໍ່ໄປ ພ້ອມທັງຂະຫຍາຍກວ້າງຂວາງອອກໄປໃນຂອບເຂດທົ່ວປະເທດຕື່ມອີກ”

“SCG Sharing the Dream” ແມ່ນໜຶ່ງໃນໂຄງການຂອງ ເອັດສຊີຈີ ເພື່ອພັດທະນາທ່າແຮງຂອງຊາວໜຸ່ມ ໃນບັນດາປະເທດອາຊຽນ, ເຊິ່ງ​ ເອັດສຊີຈີ ຖືວ່າເປັນວິທີໃນການດຳເນີນທຸລະກິດທີ່ພວກເຂົາໄດ້ປະຕິບັດມາຕະຫຼອດ 110 ປີ ນັບຕັ້ງແຕ່ກໍ່ຕັ້ງບໍລິສັດ, ຈຸດປະສົງ​ແມ່ນ​ເພື່ອ​ຊຸກຍູ້​​ນັກ​ຮຽນ, ນັກສຶກສາ ​ໃຫ້ມີ​ທຶນຮອນໃຊ້ຈ່າຍ​ສະໜັບສະໜູນ​ການ​ສຶກສາ​ຂອງ​ຕົນ​ເອງ ຕາມຄວາມຝັນທີ່ໄດ້ຕັ້ງໃຈໄວ້ ພ້ອມ​ກັບ​ການ​ຊຸກຍູ້​ໃຫ້​ພວກເຂົາ​ຄິດ​ດີ, ​ເຮັດ​ດີ, ມີ​ຄວາມ​ກະຕັນຍູ​ຮູ້ບຸນຄຸນຕໍ່​ຄອບຄົວ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບໃນໂອກາດດ້ານການສຶກສາຕາມແນວທາງ ESG 4Plus ຂອງ ເອັດສຊີຈີ, ກໍຄື: 1. ເປົ້າໝາຍ Net Zero, 2. GO Green, 3. Lean ຄວາມບໍ່ສະເໝີພາບ, 4. ເນັ້ນໃສ່ການຮ່ວມມືບົນພື້ນຖານຄວາມຍຸຕິທໍາ ແລະ ຄວາມໂປ່ງໃສ. ເຊິ່ງເປັນໝາກຫົວໃຈໃນການດຳເນີນທຸລະກິດຂອງ ເອັດສຊີຈີ ເພື່ອ​ມອບໂລກ​ທີ່​​ໜ້າຢູ່ອາໄສ ແລະ ຍືນຍົງສໍາລັບຄົນລຸ້ນຕໍ່ໄປ ​ເຊິ່ງ​ຈະ​ກາຍ​ເປັນ​ກຳລັງ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ.” ທ່ານ​ ທີລະວັດ ພູນການຈະນະໂຣດ, Country Director Laos, SCG Cement-Build Material Co., Ltd ໄດ້ກ່າວ.

ທ້າວ ພູລິດ ແສນກາງ, ເປັນໜຶ່ງໃນນັກຮຽນທີ່ໄດ້ຮັບທຶນການສຶກສາຈາກ ໂຄງການ “SCG Sharing the Dream” ຕັ້ງແຕ່ຮຽນມັດທະຍົມປີທີ 6 ແລະ ໄດ້ຮັບທຶນມາຢ່າງຕໍ່ເນື່ອງໃນລະດັບມະຫາວິທະຍາໄລ, ຈົນຈົບປະລິນຍາຕີ ສາຂາວິສະວະກໍາບໍ່ແຮ່ ຈາກ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ກ່າວເຖິງຄວາມປະທັບໃຈຂອງລາວ ຕໍ່ໂຄງການນີ້ວ່າ “ທີ່ຜ່ານມາ ນ້ອງໄດ້ພົບກັບອຸປະສັກຫຼາຍຢ່າງໃນຊີວິດ ແຕ່ກໍຍັງພະຍາຍາມສຸມໃສ່ການຮຽນຢູ່ສະເໝີ ຫຼັງຈາກໄດ້ຮັບທຶນຈາກ ເອັດສຊີຈີ ນ້ອງໄດ້ໃຊ້ທຶນການສຶກສາເພື່ອສະໜັບສະໜູນການຮຽນ ແລະ ການໃຊ້ຊີວິດປະຈໍາວັນຂອງນ້ອງຈົນຮຽນຈົບ. ປັດຈຸບັນ, ນ້ອງກໍາລັງສຶກສາໃນລະດັບປະລິນຍາໂທ, ສາຂາວິສະວະກໍາທໍລະນີ, ທີ່ ມະຫາວິທະຍາໄລ ກາດຈາ ມາດາ (Gadjah Mada University), ສາທາລະນະລັດ ອິນໂດເນເຊຍ. ທີ່ນ້ອງສາມາດມາຮອດມື້ນີ້ໄດ້, ນ້ອງຢາກຂໍຂອບໃຈ ໂຄງການ SCG Sharing the Dream ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນນ້ອງ ຈົນເຖິງປັດຈຸບັນ”.

ໃນແຕ່ລະປີ, ໂຄງການ “SCG Sharing the Dream” ໄດ້ໃຫ້ທຶນການສຶກສາແກ່ນັກຮຽນຢ່າງໜ້ອຍ 5,000 ຄົນໃນທົ່ວອາຊຽນ ເປັນຕົ້ນແມ່ນ ປະເທດຟີລິບປິນ, ອິນໂດເນເຊຍ, ກຳປູເຈຍ, ຫວຽດນາມ ແລະ ສປປ ລາວ, ເພື່ອຮ່ວມເປັນສ່ວນໜຶ່ງຂອງການພັດທະນາປະເທດທີ່ ເອັດສຊີຈີ ໄດ້ເຂົ້າໄປດຳເນີນທຸລະກິດ, ໂດຍໂຄງການນີ້ ໄດ້ຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ ຕັ້ງແຕ່ປີ 2011 ດ້ວຍຄວາມຕັ້ງໃຈ ແລະ ເອົາໃຈໃສ່, ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ຊາວໜຸ່ມທີ່ເປັນຄົນດີ, ມີຄວາມກະຕັນຍູຕໍ່ຄອບຄົວ ແລະ ຊຸມຊົນ ແຕ່ຂາດທຶນຮອນໃນການຮໍ່າຮຽນ ໃຫ້​ມີ​ໂອ​ກາດ​ໃນ​ການ​ສຶກ​ສາ​ຈົນ​ຈົບ, ນອກຈາກການສະໜັບສະໜູນທາງດ້ານການເງິນ ແລະ ອຸປະກອນການຮຽນແລ້ວ, ເອັດສຊີຈີ ຍັງ​ມີ​ການ​ເຄື່ອນ​ໄຫວ​ເພື່ອ​ພັດທະນາ​ທ່າ​ແຮງ ​ແລະ ​ເສີມ​ຂະຫຍາຍ​ຄຸນສົມບັດ​ສິນ​ລະທຳ​ໃຫ້​ແກ່ຊາວ​ໜຸ່ມ ຕະຫຼອດໂຄງການອີກດ້ວຍ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...