spot_img
Homeຂ່າວພາຍ​ໃນທົ່ວ​ປະ​ເທດ​ເກັບ​ກ່ຽວ​ເຂົ້ານາ​ປີ​ສຳ​ເລັດ​ແລ້ວຫຼາຍ​ກວ່າ 50%

ທົ່ວ​ປະ​ເທດ​ເກັບ​ກ່ຽວ​ເຂົ້ານາ​ປີ​ສຳ​ເລັດ​ແລ້ວຫຼາຍ​ກວ່າ 50%

Published on

50B120B5-2348-4D4D-9EBD-9717106571E9_mw1024_s_n

 

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ໃຫ້​ຮູ້​ວ່າ: ມາ​ຮອດ​ວັນ​ທີ 11 ພະຈິກ​ນີ້ ​ທົ່ວ​ປະ​ເທດ​ສາມາດ​ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາ​ປີ​

ໄດ້​ແລ້ວ 379 ພັນ​ກ່ວາ​ເຮັກຕາ ​ເທົ່າ​ກັບ 51% ຂອງ​ເນື້ອ​ທີ່​ປັກ​ດຳ,​ ໃນ​ນີ້ພາກ​ເໜືອ​ປະຕິບັດ​ໄດ້ 43%, ພາກ​ກາງ​ປະ

ຕິບັດ​ໄດ້ 54 % ​ແລະ ພາກ​ໃຕ້​ປະຕິບັດ​ໄດ້ 50 %, ຄາດ​ວ່າການ​ເກັບ​ກ່ຽວ​​ໃນ​ທົ່ວ​ປະ​ເທດ​ຈະ​ສຳ​ເລັດ 100%​ ໃນ​ທ້າຍ​

ເດືອນ​ພະຈິກ​ນີ້​ ແລະ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ແລ້ວ ເຫັນ​ວ່າການ​ເກັບ​ກ່ຽວ​ເຂົ້ານາ​ປີ​ປີ​ນີ້​ຍັງ​ຢູ່

ໃນ​ເກນ​ປົກກະຕິ, ສຳ​ລັບການ​ເກັບ​ກ່ຽວ​ເຂົ້າ​ເນີນ​ສູງ​ ມາ​ຮອດ​ປັດຈຸ​ບັນ​ສຳ​ເລັດ​ແລ້ວ 86 ພັນ​ກວ່າ​ເຮັກຕາ,​ ເທົ່າ​

ກັບ 75% ຂອງ​ເນື້ອທີ່ທັງ​ໝົດ, ສ່ວນ​ການ​ປູກ​ພືດອື່ນໆ​ໃນ​ເນື້ອ​ທີ່​ແຜນການ 631.500​ ເຮັກຕາ, ມາ​ຮອດ​ປັດຈຸບັນ​

ທົ່ວ​ເທດ​ປະ​ເທດສາມາດ​ປູກ​ໄດ້​ແລ້ວ 450 ພັນ​ກ່ວາ​ເຮັກຕາ ​ເທົ່າ​ກັບ 71 % ຂອງ​ເນື້ອ​ທີ່​ແຜນການ, ສ່ວນຂະ​ແໜງ​

ກະສິ​ເອງ​ ກໍ​ໄດ້​ນຳ​ສົ່ງ​ພະນັກງານ​ວິຊາ​ການລົງ​ຊ່ວຍ​​ແນະນຳ​ການ​ເກັບ​ກ່ຽວມ້ຽນ​ມັດ​ເຂົ້ານາ​ປີຂ​ອງປະຊາຊົນ​ ໃນ​ແຕ່

ລະ​ທ້ອງ​ຖິ່ນ​ຢ່າງ​ໃກ້​ຊິດ​​ ເພື່ອ​ຮັບປະກັນ​ໃຫ້​ສະມັດ​ຕະພາບ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ ແລະ ກະກຽມ​ໃຫ້​ແກ່​ການ​ຜະລິດ

​ລະດູ​ແລ້ງ​ທ່ວງ​ທັນ​ເວລາ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...