spot_img
Homeຂ່າວພາຍ​ໃນຮ່ວມມືກັນປຸ້ນເອົາເງິນເຈົ້າຂອງຮ້ານຂາຍເຫຼັກເສດ

ຮ່ວມມືກັນປຸ້ນເອົາເງິນເຈົ້າຂອງຮ້ານຂາຍເຫຼັກເສດ

Published on

ເວລາປະມານ 22:00 ໂມງ ຂອງວັນທີ 12 ພະຈິກ 2022 ໄດ້ມີຊາຍ 3 ຄົນ, ປຸ້ນຈີ້ເອົາເງິນຂອງ ທ້າວ ຮາ ວັນ ມາຍ ອາຍຸ 47 ປີ, ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄໍາໄຊ ລວມມູນຄ່າເສຍຫາຍມີເງິນກີບຈໍານວນ 16.000.000 ກີບ, 1.000 ບາດ, 300 ໂດລາ, 500.000 ດົ່ງ ແລະ ໂທລະສັບມືຖື 1 ເຄື່ອງ.

ພາຍຫຼັງເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຄູນ ໄດ້ຮັບແຈ້ງຄວາມ ກໍໄດ້ລາຍງານພະແນກຕໍາຫຼວດ ປກສ ເມືອງບໍລິຄັນ, ຜ່ານການລົງເກັບກໍາຂໍ້ມູນສະຖານທີ່ເກີດເຫດ ກໍໄດ້ຂຶ້ນບັນຊີເປົ້າຫມາຍກໍ່ເຫດໄດ້ 3 ຄົນ.

ພໍຮອດວັນທີ 13 ພະຈິກ 2022 ກໍສາມາດຈັບເປົ້າໝາຍໄດ້ 3 ຄົນ ຄື:

  1.  ທ້າວ ສຸ ວິໄຊ ຫຼື ຄໍາຮູ້ ອາຍຸ 24 ປີ
  2. ທ້າວ ຂັນ ອາຍຸ 36 ປີ
  3.  ທ້າວ ວົງເດືອນ ຫຼື ຈ່ອຍ ອາຍຸ 28 ປີ, ທັງ 3 ຄົນ ຢູ່ບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ຜ່ານການສອບສວນໃນເບື້ອງຕົ້ນ ທັງ 3 ສາລະພາບວ່າ:

ກ່ອນຈະໄປກໍ່ເຫດ ທັງ 3 ຄົນ ໄດ້ພາກັນນັ່ງຫຼິ້ນເກມຢູ່ເຮືອນຂອງ ທ້າວ ຂັນ ແລ້ວ ທ້າວ ຄໍາຮູ້ ກໍໄດ້ ວາງແຜນການປຸ້ນເອົາເງິນຂອງຄົນຫວຽດນາມທີ່ຊື້ເຫຼັກເສດ, ຮ້ານຕັ້ງຢູ່ບ້ານທົ່ງນ້ອຍ ເພາະຜ່ານມາ ທ້າວ ຄໍາຮູ້ ແມ່ນເຄີຍຂາຍເຫຼັກເສດໃຫ້ຮ້ານດັ່ງກ່າວຈໍານວນຫຼາຍຄັ້ງ.

ໂດຍ ທ້າວ ຄໍາຮູ້ ໄດ້ວາງແຜນການ ວ່າ: ໃຫ້ ທ້າວ ວົງເດືອນ ເປັນຄົນລັດລົດ ທ້າວ ຣາ ວັນ ມາຍ ໃນ ເວລາທີ່ ທ້າວ ຄໍາຮູ້ ໄດ້ໂທບອກມາຫາບ່ອນນັດໝາຍ ເພື່ອຕົວະວ່າມີເຫຼັກເສດຈະຂາຍໃຫ້ ເມື່ອມາຮອດ ແລ້ວ ໃຫ້ຈີ້ເອົາເງິນແລ້ວມາແບ່ງປັນກັນ.

ຫຼັງຈາກຕົກລົງກັນລະອຽດແລ້ວ, ຮອດເວລາປະມານ 22:00 ໂມງ ຂອງວັນດຽວກັນ ພວກກ່ຽວທັງ 3 ຄົນ ປະຕິບັດຕາມແຜນການທີ່ວາງໄວ້ ຈາກນັ້ນ ໄດ້ຂີ່ລົດຈັກເວບຈີນສີແດງດໍາ ບໍ່ມີປ້າຍທະບຽນ ເຊິ່ງເປັນລົດຂອງ ທ້າວ ວົງເດືອນ ຊ້ອນ 3 ໄປຖ້າຢູ່ບ່ອນນັດໝາຍ ພໍຂີ່ໄປຮອດໜ້າໂຮງງານຢາງພາລາທາງຮ່ອມ ບ່ອນດູດຫີນ-ຊາຍ ກໍໄດ້ພາກັນຈອດລົດຈັກ, ໂດຍ ທ້າວ ຄໍາຮູ້ ໄດ້ວາງແຜນການໃຫ້ ທ້າວ ວົງເດືອນ ນັ່ງ ເຝົ້າລົດຈັກຢູ່ແຄມທາງ, ເວລາທີ່ເຈົ້າຂອງຮ້ານເຫຼັກເສດອອກມາແມ່ນໃຫ້ ທ້າວ ວົງເດືອນ ເປັນຄົນລັດລົດ ແລ້ວບອກໃຫ້ໄປຫາ ທ້າວ ຄໍາຮູ້ ແລະ ທ້າວ ຂັນ ທີ່ລົງໄປລີ້ຢູ່ແຄມທາງເພື່ອສະດວກໃນການລົງມືຈີ້ເອົາເງິນ.

ຈາກນັ້ນ ທ້າວ ຄໍາຮູ້ ແລະ ທ້າວ ຂັນ ກໍໄດ້ເອົາເສື້ອປິດໜ້າ ແລະ ຖືມີດຄົນລະດວງລົງໄປລີ້ຢູ່ແຄມທາງ, ຜ່ານໄປປະມານ 20 ນາທີ, ທ້າວ ຮາ ວັນ ມາຍ ແລະ ນາງ ຫງວຽນ ທິ ທີ (ຜົວ-ເມຍ) ໄດ້ຂີ່ລົດຍີ່ຫໍ້ SOJEN ມາຈາກຈຸດນັດໝາຍ ແລ້ວພວກກ່ຽວກໍເອົາມີດຈີ້ເອົາກະເປົາເງິນຂອງ ທ້າວ ຮາ ວັນ ມາຍ ແລ້ວພາກັນລົບໜີ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...