spot_img
Homeຂ່າວພາຍ​ໃນຈະນໍາເອົາທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 ອອກສູ່ຂອດຈໍລະຈອນ

ຈະນໍາເອົາທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 ອອກສູ່ຂອດຈໍລະຈອນ

Published on

ໃນວັນທີ 9 ທັນວາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ຈັດຖະແຫຼງຂ່າວກ່ຽວກັບການນໍາເອົາທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ, ເນື້ອໃນຂອງການຖະແຫຼງຂ່າວໄດ້ຂຽນວ່າ:

  • ອີງຕາມກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການປະກາດນຳໃຊ້ທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ເລກທີ 949/ທຫລ, ລົງວັນທີ 25 ພະຈິກ 2022.

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ,ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນ ແລະ ນັກສຶກສາ ຊາບວ່າ: ໃນເດືອນຕຸລາ ປີ 2022 ທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກໃຫ້ສັງຄົມໄດ້ນຳໃຊ້, ເພື່ອປ່ຽນແທນທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດ ທີ່ຜ່ານການນຳໃຊ້ມາຫຼາຍປີ ແລະ ທະນະບັດລຸ້ນ ໃໝ່ດັ່ງກ່າວໄດ້ມີການຕອບຮັບຈາກສັງຄົມ ຜູ້ຊົມໃຊ້ໄດ້ເປັນຢ່າງດີ ໃນຂອບເຂດທົ່ວປະເທດ.

ໂດຍອີງໃສ່ສະພາບການນຳໃຊ້ທະນະບັດປະເພດໃບ 50.000 ກີບ (ລຸ້ນປີ 2004) ທີ່ໄດ້ອອກໃຫ້ສັງຄົມນໍາໃຊ້ແຕ່ປີ 2006 ເປັນຕົ້ນມາ ຮອດປະຈຸບັນໄດ້ຖືກໝູນວຽນໃນຂອດຈໍລະຈອນ ມາເປັນເວລາ 16 ປີ ແລະ ໃນປີ 2011 ໄດ້ນຳເອົາທະນະບັດປະເພດໃບ 100.000 ກີບ (ລຸ້ນປີ 2011) ອອກນຳໃຊ້ຈົນຮອດປະຈຸບັນ ເປັນເວລາ 11 ປີ.

ຍ້ອນຜ່ານການຈັບຈ່າຍໃຊ້ສອຍ, ນໍາໃຊ້ຊື້ສິນຄ້າ ແລະ ບໍລິການໃນສັງຄົມ ມາເປັນເວລາຍາວນານເຮັດໃຫ້ທະນະບັດດັ່ງກ່າວເສື່ອມຄຸນນະພາບ, ເກົ່າຈີກຂາດ, ມີຮອຍຂີດຂຽນ, ຮູບພາບບໍ່ສາມາດຈຳແນກໄດ້.

ສະນັ້ນ, ເພື່ອເຮັດໃຫ້ສັງຄົມໄດ້ນໍາໃຊ້ທະນະບັດໃໝ່ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດປະເພດໃບ50.000 ກີບ ແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ທີ່ໄດ້ຖືກຮັບຮອງຈາກລັດຖະບານ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020 ອອກໃຫ້ສັງຄົມໄດ້ນຳໃຊ້ ນັບແຕ່ເດືອນທັນວາ 2022 ເປັນຕົ້ນໄປ, ຈຸດປະສົງເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນກໍ່ຄືສາກົນ ແລະ ຍົກລະດັບເຕັກນິກຕ້ານການປອມແປງທີ່ທັນສະໄໝ, ມີຄຸນລັກສະນະສີສັນລວດລາຍສວຍງາມໂດດເດັ່ນ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ;

ທະນະບັດທັງ 2 ປະເພດລຸ້ນປີ 2020 ທີ່ຈະອອກໃຫ້ສັງຄົມໄດ້ນຳໃຊ້ໃນເດືອນ ທັນວາ 2022 ແມ່ນເປັນການປ່ຽນແທນທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດຢູ່ໃນຂອດຈໍລະຈອນ ແລະ ສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ,ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ໃບ 100.000 ກີບ ລຸ້ນປີ 2011 ທີ່ຈໍລະຈອນໃນປະຈຸບັນ, ແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ. ໃນນີ້, ທະນາຄານແຫ່ງ ສປປ ລາວ ຂໍເນັ້ນໃຫ້ບັນດາທ່ານໄດ້ຮັບຮູ້ ແລະ ເຂົ້າໃຈວ່າ: ທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2011 ຍັງສາມາດນຳໃຊ້ເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລີກການນຳໃຊ້ແຕ່ຢ່າງໃດ, ໂດຍຈະນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່)

ທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ແລະ ທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ທີ່ໄດ້ອອກໃຫ້ສັງຄົມໄດ້ນໍາໃຊ້ ໃນເດືອນຕຸລາ 2022 ຜ່ານມາ, ເປັນທະນະບັດທີ່ບໍ່ມີຂອບມີລວງກວ້າງ 72 ມິນລີແມັດເທົ່າກັນໝົດ, ແຕ່ມີລວງຍາວແຕກຕ່າງກັນ 3 ມິນລີເແມັດ,ນັບແຕ່ໃບ 100.000 ກີບ ລົງມາຮອດໃບ 10.000 ກີບ ຄື: 162 ມິນລີແມັດ, 159 ມິນລີແມັດ, 156 ມິນລີແມັດ ແລະ 153 ມິນລີແມັດ ຕາມລຳດັບ; ດ້ານໜ້າທະນະບັດ ທຸກປະເພດໃບມີຮູບແບບ, ຄຸນລັກສະນະການຈັດວາງສັນຍາລັກຕ່າງໆຢູ່ຈຸດດຽວກັນຄື: ຮູບປະທານໄກສອນພົມວິຫານ, ເຄື່ອງໝາຍຊາດ, ຄຳຂວັນປະເທດລາວ, ພຣະທາດຫຼວງ, ຕົວເລກບອກມູນຄ່າ, ເລກລຳດັບ ແລະ ເສັ້ນນິລະໄພ; ຮູບພາບດ້ານຫຼັງທະນະບັດປະເພດໃບ10.000 ກີບ, 20.000 ກີບ, 50.000 ກີບ ແມ່ນຍັງຮັກສາໄວ້ຄ້າຍຄືເກົ່າຕາມທະນະບັດທີ່ອອກໃນປີ 2003 ສ່ວນດ້ານຫຼັງທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ນີ້ມີຮູບພາບເມືອງ ວຽງໄຊ ແຂວງຫົວພັນ,ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດ, ແມ່ນຕົ້ນກຳເນີດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ;

ດ້ານຄຸນລັກສະນະເຕັກນິກຕ້ານການປອມແປງ ແມ່ນໄດ້ກຳນົດໄວ້ລະອຽດຢູ່ໃນແຈ້ງການຂອງທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ (ສະບັບເລກທີ 16/ທຫລ, ລົງວັນທີ 01 ທັນວາ 2022) ແລະ ແບບພິມ Poster ເພື່ອເບິ່ງຄຸນລັກສະນະຕ້ານການປອມແປງທະນະບັດ, ຊຶ່ງຈະໄດ້ແຈກຢາຍໃຫ້ບັນດາທ່ານ ສື່ມວນຊົນ ເພື່ອນໍາໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມນີ້, ກໍ່ຂໍຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມ ຈົ່ງເປັນເຈົ້າການເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນກີບຊຶ່ງເປັນເງິນຕາຂອງຊາດຢ່າງຖືກວິທີ, ຫຼີກລ້ຽງການພັບ, ການໜີບ, ຂີດຂຽນ ຫຼື ດ້ວຍຮູບການອື່ນໆ ທີ່ເປັນສາເຫດເຮັດໃຫ້ທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດ, ກ່ອນກຳນົດເວລາ, ທັງເປັນການປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...