Homeຂ່າວອຸບັດຕິເຫດຄວາມຄືບໜ້າ ເຫດລົດເສຍຫຼັກ ຕົກລົງຂົວວັງອີງ

ຄວາມຄືບໜ້າ ເຫດລົດເສຍຫຼັກ ຕົກລົງຂົວວັງອີງ

Published on

ຈາກເຫດການລົດກະບະວີໂກ້ສີປອນເງິນເລກທະບຽນຫຼວງນ້ຳທາ 9789 ທີ່ເດີນທາງມາຈາກເມືອງບຸນໄຕ້ແຂວງຜົ້ງສາລີເກີດເສຍຫຼັກຕົກລົງຂົວວັງອີງເມືອງຫຼາແຂວງອຸດົມໄຊໃນເວລາ 12:53 ນາທີ ຂອງວັນທີ 7 ທັນວາ 2022, ເຊີ່ງເປັນວັງທີ່ເລິກຕາມຂໍ້ມູນຈາກເຈົ້າໜ້າທີ່ໃຫ້ຮູ້ວ່າຢູ່ໃນລົດຄັນດັ່ງກ່າວມີທັງໜົດ 4 ຄົນໃນນັ້ນເປັນຊາຍ 2 ຄົນ, ຍິງ 2 ຄົນ, ສາມຄົນຢູ່ບ້ານໝູຕື່ນນ້ອຍ, ເມືອງບຸນໄຕ້, ແຂວງຜົ້ງສາລີ ແລະ ອີກ 1 ຄົນແມ່ນຢູ່ບ້ານໝູຕື່ນ, ເມືອງນາໜໍ້ແຂວງອຸດົມໄຊ, ປັດຈຸບັນເຈົ້າໜ້າທີ່ກູ້ໄພອົງການກາແດງແຂວງອຸດົມໄຊສົມທົບກັບປະຊາຊົນເມືອງຫຼາໄດ້ດຳລົງນ້ຳເລິກກວ່າ 11 ແມັດແມ່ນພົບເຫັນລົດ ແລະ ຄົນຍັງຢູ່ຈຸດທີ່ຕົກລົງໄປແລະຄາດວ່າທັງ 4 ຄົນແມ່ນເສຍຊີວິດແລ້ວ ເນື່ອງຈາກເປັນວັງເລິກ, ຂາດອຸປະກອນຈຶ່ງເຮັດໃຫ້ບໍ່ສາມາດກູ້ຂື້ນມາໄດ້.

ປະຈຸບັນທີມຄົ້ນຫາທາງນໍ້າມາຈາກນະຄອນຫຼວງວຽງຈັນພ້ອມອຸປະກອນໄດ້ກະກຽມລົງກູ້ຄາດວ່າຈະເອົາຂື້ນມາໄດ້ໃນຕອນບ່າຍມື້ນີ້
8 ທັນວາ 2022 ລາຍງານຈາກຈຸດເກີດເຫດເມືອງຫລາ, ແຂວງອຸດົມໄຊ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...