spot_img
Homeຂ່າວພາຍ​ໃນການແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເງິນ ໄດ້ສືບຕໍ່ດຳເນີນຢ່າງເຂັ້ມງວດ

ການແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເງິນ ໄດ້ສືບຕໍ່ດຳເນີນຢ່າງເຂັ້ມງວດ

Published on

ປີ 2022 ນີ້ ກະຊວງການເງິນ ສາມາດກວດກາເຫັນພະນັກງານ-ລັດຖະກອນຜູ້ທີ່ລະເມີດລະບຽບວິໄນ, ກົດໝາຍຈຳນວນ 53 ຄົນ; ໃນນີ້ ໄດ້ໃສ່ວິໄນຂັ້ນ 4 ຈໍານວນ 16 ຄົນ, ຂັ້ນ 3 ຈໍານວນ 14 ຄົນ, ຂັ້ນ 2 ຈໍານວນ 9 ຄົນ, ຂັ້ນ 1 ຈໍານວນ 14 ຄົນ ຊຶ່ງໄດ້ດຳເນີນຢ່າງເຂັ້ມງວດຕາມກົດໝາຍ ເພື່ອບໍ່ໃຫ້ຜູ້ອື່ນເອົາເປັນແບບຢ່າງ; ພ້ອມກັນນັ້ນ, ກໍມີມາດຕະການຈຳນວນໜຶ່ງ ເພື່ອຮັບປະກັນຄວາມໂປ່ງໃສ.

ໃນວັນທີ 7 ທັນວາ 2022 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງານເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍມີຫຼາຍບັນຫາທີ່ຖືກຊັກຖາມ ໃນນີ້ ອັນພົ້ນເດັ່ນ ກໍແມ່ນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຂົງເຂດການເງິນ.

ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ກະຊວງການເງິນ ໄດ້ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເງິນ ຊຶ່ງເປັນບັນຫາທີ່ແກ່ຍາວ ແລະ ແກ້ໄຂຍັງບໍ່ໝົດ ເນື່ອງຈາກກົນໄກທີ່ສະຫຼັບສັບຊ້ອນຜ່ານມາ ແມ່ນບໍ່ທັນມ້າງໄດ້ໝົດ ພ້ອມທັງຊອກຫາກົນໄກ ທີ່ຈະມາປ່ຽນແທນ ເພື່ອແກ້ໄຂຕົ້ນເຫດຂອງບັນຫາໃຫ້ໄດ້ ແລະ ແກ້ຢ່າງຈິງຈັງເລິກເຊິ່ງໄດ້ ຊຶ່ງໃນປີ 2022 ນີ້ ສາມາດກວດກາເຫັນຜູ້ທີ່ລະເມີດລະບຽບວິໄນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນຈຳນວນ 53 ຄົນ; ໃນນີ້ ໄດ້ໃສ່ວິໄນຂັ້ນ 4 (ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ) ຈໍານວນ 16 ຄົນ, ຂັ້ນ 3 (ໂຈະການເລື່ອນຂັ້ນເງິນເດືອນ ແລະ ການຍ້ອງຍໍ, ຫຼຸດຕໍາແໜ່ງບໍລິຫານ ຫຼື ຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ ເກົ່າ, ປົດຕໍາແໜ່ງບໍລິຫານ ພ້ອມທັງບັນທຶກໄວ້ໃນສໍານວນເອກະສານປະຫວັດຂອງພະນັກງານ-ລັດຖະກອນ) ມີ 14 ຄົນ, ຂັ້ນ 2 (ກ່າວເຕືອນ ໂດຍໃຫ້ຂຽນໃບສໍາຫຼວດຕົນເອງ ແລະ ບັນທຶກຄວາມຜິດໄວ້ເປັນຫຼັກຖານ) ມີ 9 ຄົນ, ຂັ້ນ 1 (ຕິຕຽນ ໂດຍບັນທຶກຄວາມຜິດໄວ້ເປັນຫຼັກຖານ) ມີ 14 ຄົນ ຊຶ່ງກະຊວງການເງິນ ໄດ້ດຳເນີນຢ່າງເຂັ້ມງວດຕາມກົດໝາຍ ເພື່ອບໍ່ໃຫ້ຜູ້ອື່ນເອົາເປັນແບບຢ່າງ.

ພ້ອມກັນນັ້ນ, ກໍໄດ້ດຳເນີນມາດຕະການ ຊຶ່ງປັດຈຸບັນໄດ້ສຸມໃສ່ນໍາໃຊ້ເຄື່ອງມືທັນສະໄໝ ມາປ່ຽນແທນຄົນ ຊຶ່ງໄດ້ເຮັດທົດລອງແລ້ວວ່າ ບໍລິສັດໃດທີ່ຊໍາລະອາກອນ, ຊຳລະພາສີຜ່ານລະບົບເອເລັກໂຕຣນິກເຫັນວ່າມີຄວາມໂປ່ງໃສແມ່ນມີຄວາມຮັບປະກັນບໍ່ໃຫ້ໄປແຈ້ງຜ່ານເຈົ້າໜ້າທີ່. ແຕ່ຍັງມີບາງບ່ອນ ທີ່ເຈົ້າໜ້າທີ່ເຮົາ ຍັງໄປຮັບເໝົາເອົານໍາບໍລິສັດມາມອບອາກອນເອງ ແລະ ນຳມາຄິດໄລ່ເອງ ຊຶ່ງສ່ວນໜຶ່ງທີ່ເກີດຂຶ້ນແມ່ນເອົາເງິນມາແລ້ວບໍ່ມາມອບໝົດ ແລະ ເຮັດບັນຊີໃໝ່.

ທ່ານ ບຸນໂຈມ ອຸບົນປະເສີດ ຍັງກ່າວຕື່ມວ່າ: ບັນຫາດັ່ງກ່າວນີ້, ກະຊວງການເງິນ ກໍໄດ້ຕັດສິນໃຈແກ້ ໂດຍຫັນການຄຸ້ມຄອງການເງິນໄປສູ່ທັນສະໄໝ. ປີ 2023 ກະຊວງການເງິນຈະໃຫ້ການຄຸ້ມຄອງ, ການແຈ້ງ, ການມອບອາກອນ, ມອບພາສີຕ້ອງຜ່ານລະບົບເອເລັກໂຕຣນິກທັງໝົດ ຊຶ່ງປັດຈຸບັນກະຊວງການເງິນໄດ້ພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ທີ່ສໍານັກງານຂອງບໍລິສັດເອງ ບໍ່ຈໍາເປັນໄປຫາພາສີຢູ່ດ່ານ ກໍສາມາດດຳເນີນການຊຳລະເອງ, ດຳເນີນການຄິດໄລ່ເອງ ຊຶ່ງທັງໝົດແມ່ນດ້ວຍເຄື່ອງມືທີ່ທັນສະໄໝຄຸ້ມຄອງ. ອັນນີ້, ແມ່ນແກ້ໄຂບັນຫາການລົບຫຼີກພາສີໃນດ່ານໄດ້ໃນລະດັບທີ່ແນ່ນອນ.

ກະຊວງການເງິນ ຮັບປະກັນວ່າ ປີ 2023 ນີ້ ລະບົບດັ່ງກ່າວແມ່ນຈະສໍາເລັດ ຊຶ່ງລະບົບນີ້ຢູ່ ກົມພາສີຈະມີຈໍບັນຊາການທີ່ເຫັນໝົດທຸກຄັນລົດ ທີ່ນໍາເຂົ້າ-ສົ່ງອອກທີ່ຢູ່ດ່ານພາສີຊາຍແດນຂອງແຕ່ລະບ່ອນ; ຖ້າມີກໍລະນີເຈົ້າໜ້າທີ່ຢູ່ດ່ານ ກວດກາບໍ່ເຫັນ, ເຈົ້າໜ້າທີ່ຢູ່ກົມພາສີ ກໍຈະແຈ້ງ ແລະ ມີສັນຍານໃຫ້ກວດຄືນ ແລະ ກໍຈະມີລະບົບປະເມີນຜົນຄັກແນ່ ເພື່ອເຫັນວ່າມີອັນໃດມອບ ແລະ ອັນໃດບໍ່ທັນມອບ, ອັນໃດຖືກຕ້ອງ ຫຼື ບໍ່ຖືກຕ້ອງ ແມ່ນຈະມີລະບົບກວດກາ.

ລະບົບດັ່ງກ່າວນີ້ ຈະເຮັດໃຫ້ເຈົ້າໜ້າທີ່ບໍ່ພົວພັນໂດຍກົງກັບຜູ້ປະກອບການ ກໍຈະເຮັດໃຫ່ຊ່ອງວ່າງການຕໍ່ລອງ ແລະ ການສວຍໃຊ້ໂອກາດຫຼຸດໜ້ອຍຖອຍລົງ ແລະ ກ້າວໄປສູ່ການແກ້ໄຂປະກົດການຫຍໍ້ທໍ້ໄດ້ຂາດໂຕ.

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...