spot_img
Homeຂ່າວຢາເສບຕິດ3 ຈຳເລີຍ ຖືກຕັດສິນປະຫານຊີວິດ

3 ຈຳເລີຍ ຖືກຕັດສິນປະຫານຊີວິດ

Published on

ໃນວັນທີ 1 ທັນວາ ທີ່ຜ່ານມານີ້, ສານປະຊາຊົນແຂວງວຽງຈັນ ໄດ້ຕັດສິນຄະດີຈຳເລີຍ ຈຳນວນ 4 ຄົນໃນຄະດີຢາເສບຕິດ ໃນນີ້ 3 ຈຳເລີຍ ຖືກຕັດສິນປະຫານຊີວິດ, ອີກ 1 ຈຳເລີຍແມ່ນຕັດສິນຈຳຄຸກ ພ້ອມທັງປັບໃໝ.

3 ຈຳເລີຍ ປະກອບມີ: ທ້າວ ຮືລໍ່ ອາຍຸ 21 ປີ ອາຊີບ ຊາວນາ ຢູ່ບ້ານຫຼັກ 52 ເມືອງໂພນໂຮງ, ທ້າວ ສີຫວ່າງໄຊ ອາຍຸ 27 ປີ ອາຊີບ ຊາວນາ, ຢູ່ບ້ານ ນາມອນເໜືອ ເມືອງວັງວຽງ ແຂວງວຽງຈັນ, ທ້າວ ລົງມົວ ອາຍຸ 26 ປີ ອາຊີບກໍາມະກອນ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ.

ຈໍາເລີຍທັງ 3 ຄົນ ຖືກກັກຕົວໃນຄັ້ງວັນທີ 7 ພະຈິກ 2019 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ແລະ ມີຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 102.000 ເມັດ ສານປະຊາຊົນ ແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະ ພາບ ຈຳເລີຍທັງ 3 ຄົນ ປະຫານຊີວິດ.

ອີກ 1 ຈຳເລີຍ ຊື່: ທ້າວ ກື່, ອາຍຸ 27 ປີ, ອາຊີບ ຊາວນາ, ຢູ່ບ້ານ ສົມສະໜຸກ ເມືອງຫິນຫີບ ແຂວງວຽງຈັນ ຖືກກັກຕົວໃນວັນທີ 18 ພະຈິກ 2020 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 85 ເມັດ, ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະ ພາບ 5 ປີ ປັບໃໝ 10.000.000 ກີບ.

Cr. ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...