spot_img
Homeຂ່າວພາຍ​ໃນນັກກິລາຍິງປືນແຂວງຫຼວງພະບາງ ຄວ້າ 11 ຫຼຽນ ຊຽງຂວາງເກມ

ນັກກິລາຍິງປືນແຂວງຫຼວງພະບາງ ຄວ້າ 11 ຫຼຽນ ຊຽງຂວາງເກມ

Published on

ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ມີຊິງໄຊທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ ໂດຍມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ແຂວງຄຳມ່ວນ, ແຂວງຜົ້ງສາລີ, ແຂວງຫລວງພະບາງ, ແຂວງຫົວພັນ, ແຂວງສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບ, ເຊີ່ງການແຂ່ງຂັນຈັດເປັນ 3 ໄລຍະ ຄືໄລຍະທີ່ 1 ແລະ 2 ແມ່ນແຂ່ງຂັນຢູ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ສ່ວນໄລຍະທີ່ 3 ແມ່ນແຂ່ງຂັນຢູ່ແຂວງຊຽງຂວາງ. ສະເພາະໃນໄລຍະທີສອງຂອງການແຂ່ງຂັນ ໄດ້ມີການຊິງໄຊທັງໝົດ 8 ຫລຽນຄຳ ເຊີ່ງນັກກິລາແຂວງຫລວງພະບາງ ສາມາດຍາດໄດ້ໄດ້ 1 ຫລຽນຄຳ 2 ຫລຽນເງິນ ແລະ 4 ຫລຽນທອງແດງ.

ພັນໂທ ໄວຍະສັກ ຄຳພິຈິດ ຫົວໜ້າຄູຝຶກກິລາຍີງປືນແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນໄລຍະທີ່ 1 ແລະ 2 ຂອງການແຂ່ງຂັນຢູ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ນັກກິລາແຂວງຫຼວງສາມາດຍາດໄດ້ທັງໝົດ 11 ຫຼຽນ, ໃນນັ້ນ ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະຫຼຽນທອງແດງ 8 ຫຼຽນ ເກີນຄາດໝາຍທີ່ວາງໄວ້ ເຊີ່ງເບື້ອງຕົ້ນຕັ້ງໄວ້ພຽງ 2 ຫຼຽນເງີນ. ສຳລັບ 1 ຫຼຽນຄຳ ໄດ້ຈາກ ນາງ ແອນນີ ວີຈັນອອນ ໃນລາຍການຍີງປືນຍາວເປົ້າເລື່ອນປະສົມບຸກຄົນເພດຍິງ, ຫຼຽນເງິນ 2 ຫຼຽນ ໄດ້ຈາກ ຍີງປືນຍາວເປົ້າເລື່ອນປະສົມ 10 ແມັດ ທິມຍິງ ແລະຍີງປືນຍາວເປົ້າເລື່ອນ 10 ແມັດ ທິມຊາຍ, ຫຼຽນທອງແດງ 8 ຫຼຽນ ໄດ້ຈາກ ຍີງປືນສັ້ນ 50 ແມັດ ທິມຊາຍ, ຍີງປືນອັດລົມຍາວທິມຍິງ, ຍີງປືນຍາວ 22 ສາມທ່າ ທິມຍິງ, ຍີງປືນຍາວ 22 ສາມທ່າ ທິມຊາຍ, ຍີງປືນຍາວເປົ້າເລື່ອນ 10 ແມັດ ບຸກຄົນຍິງ, ຍີງປືນຍາວເປົ້າເລື່ອນ 10 ແມັດ ທິມຍິງ, ຍີງປືນຍາວເປົ້າເລື່ອນ 10 ແມັດ ບຸກຄົນຊາຍ, ຍີງປືນຍາວເປົ້າເລື່ອນປະສົມ 10 ແມັດ ບຸກຄົນຍິງ.

ສະຫລຸບຫຼຽນສຳລັບກິລາຍິງປືນ ໃນສອງໄລຍະຜ່ານມາ: ແມ່ນກະຊວງປ້ອງກັນປະເທດ ເປັນຜູ້ນຳຫລຽນຄຳ ໄດ້ 10 ຫລຽນຄໍາ, 11 ຫລຽນເງິນ ແລະ 10 ຫລຽນທອງແດງ, ທີ 2 ກະຊວງປ້ອງກັນຄວາມສະຫງົບ ໄດ້ 8 ຫລຽນຄໍາ, 7 ຫລຽນເງິນ ແລະ 8 ຫລຽນທອງແດງ, ທີ 3 ນະຄອນຫລວງວຽງຈັນ ໄດ້ 2 ຫລຽນຄຳ 1 ຫລຽນເງິນ 13 ຫລຽນທອງແດງ, ທີ່ 4 ແຂວງຊຽງຂວາງ ໄດ້ 2 ຫລຽນຄຳ, 1 ຫລຽນເງິນ ແລະ5 ຫລຽນທອງແດງ, ທີ່ 5 ແຂວງຫລວງພະບາງ ໄດ້ 1 ຫລຽນຄໍາ, 2 ຫລຽນເງິນ ແລະ 8 ຫລຽນທອງແດງ, ທີ່ 6 ແຂວງຄຳມ່ວນ ໄດ້ 1 ຫລຽນຄຳ, 2 ຫລຽນເງິນ ແລະ 6 ຫລຽນທອງແດງ, ທີ່ 7 ຮ່ວມ ມີ ແຂວງຜົ້ງສາລີ ໄດ້ 1 ຫລຽນຄຳ 1 ຫລຽນເງິນ ແລະ 1 ຫລຽນທອງແດງ ແລະແຂວງຫົວພັນ ໄດ້ 1 ຫລຽນຄໍາ 1 ຫລຽນເງິນ ແລະ 1 ຫລຽນທອງແດງ. ສ່ວນການແຂ່ງຂັນໄລຍະທີ 3 ຈະມີການແຂ່ງຂັນໃນລະຫວ່າງວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ ຊິງໄຊທັງໝົດ 8 ຫລຽນຄຳ ພາຍຫຼັງສຳເລັດການແຂ່ງຂັນ ຈະມີພິທີມອບຫຼຽນຢ່າງເປັນທາງການ.

Cr: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...