spot_img
Homeຂ່າວພາຍ​ໃນແຈ້ງການ! ຮັບຊົມພິທີເປີດ-ປິດ ແລະ ຊົມການແຂ່ງຂັນກິລາທຸກປະເພດ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI

ແຈ້ງການ! ຮັບຊົມພິທີເປີດ-ປິດ ແລະ ຊົມການແຂ່ງຂັນກິລາທຸກປະເພດ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI

Published on

ແຈ້ງການ ເຖິງ: ບັນດາ ທ່ານ ເຈົ້າເມືອງ, ຫົວຫນ້າພະແນກການ, ກົມກອງ, ລັດວິສາຫະກິດ ອ້ອມຂ້າງແຂວງ. ເລື່ອງ: ການເຂົ້າຮ່ວມຮັບຊົມພິທີເປີດ-ປິດ ແລະ ຊົມການແຂ່ງຂັນກິລາທຸກປະເພດ ໃນງານມະຫາກໍາກິລາແຫ່ງ ຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ.

ອີງຕາມ: ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1230/ຫສນຍ, ລົງວັນທີ 25 ສິງຫາ 2022, ກ່ຽວກັບການອານຸມັດ ເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງ ຂວາງເປັນເຈົ້າພາບ.

ຫົວໜ້າພະແນກສຶກສາທິການ ແລະ ກິລາ, ກອງເລຂາຜູ້ປະຈໍາການ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານ ເຈົ້າເມືອງ, ຫົວຫນ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ ເພື່ອແຈ້ງໃຫ້ບັນດາພະນັກງານໃນກົມ ກອງ, ປະຊາຊົນຢູ່ເມືອງຂອງຕົນເພື່ອເຂົ້າຮ່ວມຮັບຊົມພິທີເປີດ-ປິດ ແລະ ຊົມການແຂ່ງຂັນກິລາທຸກປະເພດໃນງານ ມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງເປັນເຈົ້າພາບ (ເຊິ່ງການເຂົ້າຮ່ວມພິທີເປີດ-ປິດ ແລະ ຊົມການ ແຂ່ງຂັນກິລາ ແມ່ນບໍ່ໄດ້ເສຍຄ່າປີ້ເຂົ້າຊົມ).

ເຊິ່ງງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ຈະມີພິທີເປີດ-ປິດ ໃນລະຫວ່າງວັນທີ 13-22 ທັນວາ 2022.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...