Homeຂ່າວພາຍ​ໃນຈູດທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ

ຈູດທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ

Published on

ໃນຕອນເຊົ້າຂອງວັນທີ 25 ພະຈິກ 2022 ນີ້, ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງກາສີ ໄດ້ຈັດພິທີຈູດທຳລາຍລະເບີດ ບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ ຢູ່ເຂດບ້ານຫົວເມືອງ, ເຂົ້າຮ່ວມໂດຍ ທ່ານ ຍົມສອນ ຄຳມາສີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນ ທັງເປັນຮອງຄະນະກຳມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດທີ່ຕົກຄ້າງແຂວງວຽງຈັນ, ມີທ່ານ ຄໍາອ້ວນ ສຸວັນທອງ ກຳມະການພັກເມືອງ ຮອງເຈົ້າເມືອງກາສີ, ທ່ານ ພັນເອກ ປາດຖະໜາ ບຸດທິຈັກ ຮອງຫົວໜ້າຫ້ອງຫານກົມໃຫຍ່ການເມືອງກະຊວງປ້ອງກັນປະເທດ, ທ່ານ ບົວເພັດ ຮອງຄະນະຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ທີຕົກຄ້າງຢູ່ ສປປ ລາວ, ທ່ານ ພັນຕີ ຄໍາສິງ ຫົວໜ້າທີມງານກວດກູ້ລະເບີດເພື່ອມະນຸດສະທໍາກອງທັບ(ກອງ58), ມີບັນດາພະນັກງານທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ມີບັນດາອ້າຍນ້ອງກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ, ມີອຳນາດການປົກຄອງບ້ານ ເຂົ້າຮ່ວມ.

ວັນທີ 29 ຕຸລາ ຫາ ວັນ 25 ພະຈິກ 2022 ໄດ້ສຳຫຼວດດ້ານບໍ່ແມ່ນວິຊາການ 3 ຈຸດ ພົບເຫັນ ລະເບີດລູກຫວ່ານ 2 ຈຸດ ຢູ່ບ້ານ ແກ່ວກວ້າງ ແລະ ບ້ານ ຜາເຈົ້າ ໄດ້ທຳລາຍເຄື່ອນທີ່ແລ້ວ, ຍັງສົງໃສ 1 ຈຸດ ຢູ່ ບ້ານ ພູຄຳ ແລະ ຂຶ້ນແຜນສືບຕໍ່ຂໍສຳຫຼວດທາງດ້ານວິຊາການ 2 ຈຸດ ຄື ບ້ານ ຜາເຈ້າ ແລະ ບ້ານພູຄຳ, ໄດ້ກວດກູ້ພື້ນທີ່ກະສິກຳ ບ້ານ ຫົວເມືອງ, ລະເບີດທີ່ກວດພົບທັງໝົດ 36 ລູກ ມີຄື: ຟິວບົ່ມໃຫຍ່ 904 ຈຳນວນ 1 ຟິວ ທຳລາຍແລ້ວ, BLU 26 ຈຳນວນ 18 ໜ່ວຍ ທຳລາຍແລ້ວ 11 ໜ່ວຍ ຍັງ 7 ໜ່ວຍ, ລູກຫຼວດ 2,75 ນິ້ວ 1 ລູກ ຊະນິດ ຟົດສະຟໍຂາວ, ລູກປືນຄົກ 81 ມມ 1 ລູກ ຊະນິດ ແຮງສູງ, ລູກປືນຄົກ 60 ມມ 3 ລູກ ຊະນິດ ແຮງສູງ 1 ແລະ ຊະນິດ ແສງສະວ່າງ 2 ລູກ, ລູກປືນ 40 ມມ 2 ລູກ, ຫົວລູກປືນ 20 ມມ 10 ລູກ.

ຈາກນັ້ນ, ກໍໄດ້ມີການຈູດທຳລາຍລະເບີດທີ່ບໍ່ທັນແຕກຈຳນວນດັ່ງກ່າວ ເຊີ່ງໃຫ້ກຽດກົດທຳລາຍລະເບີດໂດຍທ່ານ ຄໍາອ້ວນ ສຸວັນທອງ ຮອງເຈົ້າເມືອງໆກາສີ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...