spot_img
Homeຂ່າວພາຍ​ໃນກຽມພັດທະນາປຶ້ມຜ່ານແດນແບບທຳມະດາເປັນແບບເອເລັກໂຕຣນິກ

ກຽມພັດທະນາປຶ້ມຜ່ານແດນແບບທຳມະດາເປັນແບບເອເລັກໂຕຣນິກ

Published on

ໃນວັນທີ 29 ພະຈິກ 2022 ໄດ້ຈັດພິທິເຊັນບົດບັກທຶກຄວາມເຂົ້າໃຈ (MOU) ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ຕ່າງໜ້າໂດຍກົມໃຫຍ່ພາລາທິການ ກັບໂຮງພິມ ໂຊກພາໄຊ ຈຳກັດ ໃນໂຄງການພັດທະນາປຶ້ມຜ່ານແດນທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບອີເລັກໂຕຣນິກຝັງຊິບ (E-Border pass) ມູນຄ່າການລົງທຶນ 18.666.000 ໂດລາສະຫາລັດ,  ເຊິ່ງມີການລົງນາມລະຫວ່າງ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພາລະທິການ ແລະ ທ່ານ ນາງ ສຸນັດຕາ ລິດປັນຍາ ອຳນວຍການໂຮງພິມໂຊກພາໄຊ ຈຳກັດ, ໂດຍເຂົ້າຮ່ວມເປັນສັກຂີພິຍານໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີບັນດາຄະນະພັກ-ຄະນະບັນຊາອ້ອມຂ້າງກະຊວງ, ກົມໃຫຍ່ພະລາທິການ ແລະ ບໍລິສັດເຂົ້າຮ່ວມ.

ການຈັດຕັ້ງປະຕິບັດການລົງທຶນ ເພື່ອການພັດທະນາປຶ້ມຜ່ານແດນແບບທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບອີເລັກໂຕຣນິກຝັງຊິບ (E-Border pass) ທີ່ກວດອ່ານດ້ວຍເຄື່ອງມືທັນສະໄໜ. ພາຍຫຼັງໄດ້ຮັບຜິດຊີ້ນຳກົມວິຊາສະເພາະ ໄດ້ສັງລວມເອົາເຂົ້າຄົ້ນຄວ້າໃນກອງປະຊຸມຄະນະ ຄລທ ປກສ ຄັ້ງວັນທີ 6 ກັນຍາ 2012, ຜົນກອງປະຊຸມແມ່ນ ເຫັນດີໃຫ້ໂຮງພິມປັບປຸງເຈດຈຳນົງ ລະອຽດຄືນໃໝ່ ແລ້ວໃຫ້ກົມໃຫຍ່ພະລາທິການເປັນໃຈກາງປະສານງານ.

ມາຮອດວັນທີ 3 ພະຈິກ 2022, ໄດ້ມີຄຳເຫັນຂອງທ່ານຮອງລັດຖະມົນຕີ ໃສ່ໜັງສືລາຍງານໂຮງພິມໂຊກພາໄຊ ມີຄຳເຫັນໃຫ້ ກົມໃຫຍ່ພະລາທິການ ຄົ້ນຄວ້າສຶກສາຄວາມເປັນໄປໄດ້ຮ່ວມກັບອຳນວຍການໂຮງພິມ ສ່ວນຮູບແບບການລົງທຶນແມ່ນກົມໃຫຍ່ສັນຕິບານ ເປັນເຈົ້າຂອງໂຄງການໂຮງພິມໂຊກພາໄຊ ເປັນຜູ້ລົງທຶນ 100% ມູນຄ່າການລົງທຶນ 18.666.000 USD (ສິບແປດ ລ້ານຫົກແສນສິບຫົກພັນ ໂດລາສະຫະລັດ); ການແປງປັນຜົນປະໂຫຍດກະຊວງປ້ອງກັນຄວາມສະຫງົບ 30%; ໂຮງພິມ 70%, ໄລຍະການຮ່ວມທຸລະກິດ 40 ປີ.

ມາຮອດວັນທີ 28 ພະຈິກ 2022 ຈຶ່ງໄດ້ຮັບການອະນຸມັດຂໍ້ຕົກລົງຈາກທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2107/ປກສ ວ່າດ້ວຍການເຫັນດີ ໃຫ້ກົມໃຫຍ່ພະລາທິການເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັບໂຮງພິມໂຊກພາໄຊ ຈຳກັດ ຢ່າງເປັນທາງການ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...