spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ເຕືອນເກົາຫຼີເໜືອເລື່ອງການທົດລອງນິວເຄຼຍ

ເກົາຫຼີໃຕ້ເຕືອນເກົາຫຼີເໜືອເລື່ອງການທົດລອງນິວເຄຼຍ

Published on

ທ່ານ ຢຸນ ຊັອກຢອລ ປະທານາທິບໍດີເກົາຫຼີໃຕ້ ອອກມາເຕືອນເກົາຫຼີເໜືອທົດສອບນິວເຄຼຍ ພ້ອມທັງຮຽກຮ້ອງໃຫ້ຈີນຊ່ວຍຫ້າມເກົາຫຼີເໜືອບໍ່ໃຫ້ພັດທະນາອາວຸດນິວເຄຼຍ ລວມເຖິງລູກສອນໄຟທີ່ຖືກສັ່ງຫ້າມພາຍໃຕ້ຂໍ້ມັດຕິຂອງສະຫະປະຊາຊາດ (UN).

ວັນທີ 29 ພະຈິກ 2022 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ທ່ານ ຢຸນ ໄດ້ຮຽກຮ້ອງໃຫ້ຈີນ ເຊິ່ງເປັນພັນທະມິດກັບເກົາຫຼີເໜືອໃຫ້ດຳເນີນຕາມກົດລະບຽບຂອງ ສະຫະປະຊາຊາດ (UN).

ສິ່ງທີ່ທ່ານ ຢຸນ ໝັ້ນໃຈກໍຄື ຈີນມີຄວາມສາມາດໃນການເວົ້າຊັກຈູງໃຫ້ເກົາຫຼີເໜືອ ແລະ ຈີນມີໜ້າທີ່ຈະຕ້ອງຮັບຜິດຊອບຕໍ່ການມີສ່ວນຮ່ວມກັບຂະບວນການດັ່ງກ່າວ, ດັ່ງນັ້ນ ຈຶ່ງຂຶ້ນກັບຈີນ ທີ່ຈະໃຊ້ອິດທິພົນຂອງຕົນເພື່ອສັນຕິພາບຫຼືບໍ່.

ທ່ານຍັງກ່າວຕື່ມວ່າ ການປະຕິບັດຂອງເກົາຫຼີເໜືອເຮັດໃຫ້ມີການເພີ່ມຄ່າໃຊ້ຈ່າຍດ້ານປ້ອງກັນປະເທດຕ່າງໆ ລວມເຖິງຍີ່ປຸ່ນດ້ວຍ ຍັງນຳໄປສູ່ການທີ່ ອາເມຣິກາ ສົ່ງເຮືອບິນ ລົດ ແລະ ເຮືອ ເຂົ້າມາໃນປະເທດຫຼາຍຂຶ້ນ ດັ່ງນັ້ນມັນຈຶ່ງເປັນຜົນປະໂຫຍດຂອງຈີນເອງ ທີ່ຈະຕ້ອງໃຊ້ຄວາມພະຍາຍາມ ເພື່ອໃຫ້ເກົາຫຼີເໜືອຢຸດໃຊ້ອາວຸດນິວເຄຼຍ.

ທ້າຍນີ້ ທ່ານ ຢຸນ ຊັອກຢອລ ປະທານາທິບໍດີເກົາຫຼີໃຕ້ ກ່າວວ່າ ຈະບໍ່ສະຫຼາດຢ່າງຍິ່ງ ຖ້າເກົາຫຼີເໜືອຍັງຈະທົດສອບນິວເຄຼຍ ຄັ້ງທີ 7.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...