Homeຂ່າວຕ່າງປະເທດຄວາມຄືບໜ້າຄະດີຂົນສົ່ງຢາເສບຕິດເກືອບ 4 ລ້ານເມັດ

ຄວາມຄືບໜ້າຄະດີຂົນສົ່ງຢາເສບຕິດເກືອບ 4 ລ້ານເມັດ

Published on

ເຈົ້າໜ້າທີ່ແຂວງໜອງຄາຍ ປະເທດໄທ ໄດ້ເລັ່ງສືບສວນສອບສວນ ເພື່ອຂະຫຍາຍຜົນເຄືອຂ່າຍຄະດີຢາເສບຕິດ ພາຍຫຼັງຈັບກຸມລົດບັນທຸກນ້ຳມັນຈາກຝັ່ງລາວ ທີ່ຂົນສົ່ງຢາເສບຕິດ 3,8 ລ້ານເມັດ ມີຢາບ້າ ຢາໄອສ ແລະ ຢາອີ ເຂົ້າປະເທດໄທ.

ວັນທີ 27 ພະຈິກ 2022 ເຈົ້າໜ້າທີ່ແຂວງໜອງຄາຍ ກ່າວວ່າ ກໍລະນີວັນທີ 23 ພະຈິກ ທີ່ຜ່ານມາ ທາງເຈົ້າໜ້າທີ່ສູນລະກາກອນໜອງຄາຍ ໄດ້ຈັບ ທ້າວ ປະສິດ ປັນພູມີ (ຄົນຂັບລົດບັນທຸກນ້ຳມັນ) ທີ່ມີຂອງກາງເປັນຢາບ້າ 3,8 ລ້ານເມັດ ໂດຍເຊື່ອງໄວ້ໃນລົດບັນທຸກນ້ຳມັນ ເພື່ອທີ່ຈະນຳເຂົ້າປະເທດໄທ ຜ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1.

ຈາກການສືບສວນ ທ້າວ ປະສິດ ໄດ້ໃຫ້ສາລະພາບວ່າ: ໄດ້ກະທຳຜິດແທ້ ເຊິ່ງມີໝູ່ຊັກຊວນໃຫ້ເຮັດ ໝູ່ກໍຕິດຄຸກແລ້ວ ມີເມຍເປັນຄົນລາວ ແລະ ເປັນຄົນປະສານໃນການຂົນສົ່ງຢາເສບຕິດເພື່ອນຳເງິນໄປຈ່າຍສ່ວນຕົວ ທັ້ງນີ້ ຍັງຍອມຮັບວ່າຕົນເອງເຮັດຄົນດຽວ  ບໍ່ກ່ຽວຂ້ອງກັບບໍລິສັດນ້ຳມັນ ໃນເວລາຂົນສົ່ງຢາເສບຕິດ ກໍໄດ້ແກະ GPS ອອກຈາກລົດຂົນສົ່ງ ເພື່ອບໍ່ໃຫ້ບໍລິສັດຮູ້ພຶດຕິກຳ ແລະ ຕິດຕາມກວດສອບໄດ້.

ແຕ່ວັນທີ 23 ພະຈິກ ທາງຜູ້ຂັບລົດນັ້ນໄດ້ໃຫ້ຄຳສາລະພາບວ່າ: ໄດ້ຮັບຄ່າຈ້າງ 5 ໝື່ນບາດ ຈາກຍິງສາວລາວທີ່ມີຊື່ສຽງໂດ່ງດັງ, ພາຍຫຼັງເອົານໍ້າມັນອອກແລ້ວ ຜູ້ກ່ຽວໄດ້ນັດກັນໄປຮັບເອົາຢາບ້າຢູ່ຂ້າງທາງ ບໍລິເວນເສັ້ນທາງ 450 ປີ.

ຈາກຄຳສາລະພາບດັ່ງກ່າວ ໃນຕອນທຳອິດຜູ້ກ່ຽວວ່າມີຄົນຈ້າງໃຫ້ຂົນສົ່ງ ແຕ່ປັດຈຸບັນ ຜູ້ກ່ຽວແມ່ນຍອມຮັບຜິດແຕ່ຜູ້ດຽວ.

ນອກນີ້ ຜູ້ກ່ຽວໄດ້ລັກລອບຂົນສົ່ງຢາເສບຕິດຕັ້ງແຕ່ປີ 2014 ໂດຍຈະເຮັດວຽກຕາມບໍລິສັດຕ່າງໆ ເພາະອາໄສຄວາມຊຳນານໃນການຂັບລົດບັນທຸກ, ກ່ອນຖືກຈັບ ຜູ້ກ່ຽວໄດ້ເຮັດວຽກໃຫ້ກັບ NTP Trading Petroleum Public Company ມາໄດ້ເກືອບປີ ແລ້ວກໍເລີ່ມແກະ GPS ອອກຈາກລົດຂົນສົ່ງໄດ້ປະມານ 3-4 ເດືອນ ແລະ ເລີ່ມຂົນສົ່ງຢາເສບຕິດ.

ແຫຼ່ງຂ່າວ ໄທໂພສ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...