spot_img
Homeຂ່າວຕ່າງປະເທດສານຕັດສິນປະຫານຊີວິດ 2 ຄົນ ຖານຄ້າຂາຍຢາເສບຕິດ

ສານຕັດສິນປະຫານຊີວິດ 2 ຄົນ ຖານຄ້າຂາຍຢາເສບຕິດ

Published on

ສານພິຈາລະນາຕັດສິນປະຫານຊີວິດ ຈໍາເລີຍຄ້າຂາຍຢາເສບຕິດ.

ໃນວັນທີ 18 ພະຈິກ 2022, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ພິຈາລະນາຕັດສິນປະຫານຊີວິດ ຈໍາເລີຍ 2 ຄົນ.

ຊື່ ທ້າວ ປໍຈົວ ອາຍຸ 31 ປີ ແລະ ທ້າວ ຊົວເຈີລີ ອາຍຸ 59 ປີ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າໄວ້ໃນຄອບຄອງ ພ້ອມທັງຮິບຊັບທີ່ມີສ່ວນພົວພັນກັບຢາເສບຕິດເຂົ້າເປັນຂອງລັດ.

ໃນມື້ດຽວກັນນີ້້ ຍັງໄດ້ຕັດສິນລົງໂທດຕັດອິດສະລະພາບ ທ້າວ ຊົວເຈີລີ ອາຍຸ 59 ປີ ບ້ານ ພູສະຫວັນ ເມືອງໄຊ ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ແລະ ທ້າວ ກົງລີ ອາຍຸ 19 ປີ ຄົນບ້ານດຽວກັນ ຈໍາຄຸກ 2 ປີ ປັບໃໝ 10.000.000 ກີບ ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າ ໄວ້ໃນຄອບຄອງ.

ແຫຼ່ງຂ່າວ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...