spot_img
Homeທົ່ວໄປຄໍາເຫັນຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໂອກາດ ວັນລະນຶກສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ຄໍາເຫັນຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໂອກາດ ວັນລະນຶກສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

Published on

ພາຍໃຕ້ຫົວຂໍ້: “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ປະຈຳປີ 2022

• ບັນດາທ່ານ ການນຳພັກ-ລັດ ທີ່ນັບຖື ແລະ ຮັກແພງ

• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ວັນທີ 25 ພະຈິກ ຂອງທຸກໆປີ ເປັນວັນລະນຶກສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງວົງຄະນາຍາດສາກົນໄດ້ຖືໂອກາດນີ້ ຢໍ້າຄືນຄວາມໝາຍໝັ້ນຂອງຕົນ ເພື່ອຕ້ານ ແລະ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ. ລັດຖະບານ ແຫ່ງ ສປປ ລາວ ໃນຖານະເປັນປະເທດສະມາຊິກ ຂອງອົງການສະຫະປະຊາຊາດ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ກັບວັນລະນຶກສາກົນດັ່ງກ່າວນີ້ ຊຶ່ງໃນປີນີ້ ຈະໄດ້ດໍາເນີນໄປ ພາຍໃຕ້ຫົວຂໍ້: “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ໃນນັ້ນແມ່ນຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ເພີ່ມທະວີຄວາມຮັບຮູ້ຄວາມເຂົ້າໃຈ ພ້ອມທັງສົ່ງເສີມຄວາມຮູ້ ແລະ ນະວັດຕະກຳທັນສະໄໝ ໃຫ້ແກ່ປະຊາຊົນຂອງຕົນ ແນໃສ່ລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໝົດໄປຕະຫລອດການ. ໝາກຜົນຂອງຂະບວນການດັ່ງກ່າວ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອໄດ້ຮັບການສະໜັບສະໜູນ ຈາກລັດຖະບານປະເທດຕ່າງໆ, ທຸກຊັ້ນຄົນ ໃນສັງຄົມ ກໍຄື ຈາກບັນດາອົງການຈັດຕັ້ງສາກົນ.

• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ,

ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ, ສປປ ລາວ ໄດ້ເລີ່ມຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ນັບແຕ່ປີ 2011 ເປັນຕົ້ນມາ ເພື່ອໂຄສະນາປູກຈິດສໍານຶກ ໃຫ້ທຸກພາກສ່ວນໃນສັງຄົມ ໄດ້ມີຄວາມຮັບຮູ້ເຂົ້າໃຈວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການລະເມີດສິດຂັ້ນພື້ນຖານ ຂອງແມ່ຍິງ, ເປັນການຈຳແນກ, ທັງສ້າງອຸປະສັກ ໃນການມີສ່ວນຮ່ວມໃນດ້ານຕ່າງໆ ເຊິ່ງສົ່ງຜົນກະທົບຢ່າງຫລວງຫລາຍ ຕໍ່ການພັດທະນາແມ່ຍິງ, ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ.

ໃນໄລຍະ 1 ປີຜ່ານມາ, ລັດຖະບານແຫ່ງ ສປປ ລາວ ກໍຄື ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ສປປ ລາວ, ພ້ອມທັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ທີ່ຕິດພັນກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບ ຍິງ-ຊາຍ, ເວົ້າສະເພາະແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຕໍ່ເດັກ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍເຊື່ອມສານເຂົ້າໃນແຜນພັດທະນາ ຂອງບັນດາຂະແໜງການ, ອັນພົ້ນເດັ່ນແມ່ນ ໄດ້ສ້າງເຄື່ອງມື ແລະ ກົນໄກ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ພ້ອມທັງ ສ້າງຂີດຄວາມສາມາດ ໃຫ້ແກ່ໜ່ວຍງານຕ່າງໆ ທີ່ຮັບຜິດ ຊອບວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ປະກົດຜົນເປັນຈິງ.

• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ປີ 2022, ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທຸກຂັ້ນ, ພາກສ່ວນເອກະຊົນ ຕະຫລອດຮອດປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຳຄັນ ດັ່ງນີ້:

1) ສືບຕໍ່ເອົາໃຈໃສ່ໂຄສະນາ ເພື່ອປູກຈິດສຳນຶກ ແລະ ໃຫ້ຄວາມຮູ້ກ່ຽວກັບຄວາມສະ ເໜີພາບ ຍິງ-ຊາຍ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ແກ່ທຸກພາກສ່ວນ ໃນທົ່ວສັງຄົມ ແລະ ຄົນຮຸ່ນໃໝ່ ໂດຍສະເພາະ ນັກຮຽນ, ນັກສຶກສາ ນັບແຕ່ຊັ້ນອະນຸບານ ຈົນຮອດຂັ້ນມະຫາວິທະຍາໄລ ໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ; ຝຶກອົບຮົມ ວຽກງານປ້ອງກັນ ບໍ່ໃຫ້ເກີດຄວາມຮຸນແຮງໃນໂຮງຮຽນ ໃຫ້ຄູອາຈານໃນທຸກຂັ້ນ ຮັບຮູ້ ແລະເຂົ້າໃຈ. ພ້ອມກັນນັ້ນ, ກໍປັບປຸງຫລັກ ສູດການຮຽນ-ການສອນ ໃຫ້ເຊື່ອມສານກັບບົດບາດ ຍິງ-ຊາຍ ລວມທັງ ການໂຄສະນາວຽກງານດັ່ງກ່າວ ຜ່ານສື່ທຸກປະເພດ.

2) ເພີ່ມທະວີຄວາມຮັບຜິດຊອບ ໃນການໂຄສະນາ ສ້າງຄວາມຮັບຮູ້ກ່ຽວກັບ ການຕ້ານທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ແກ່ບັນດາຫົວໜ່ວຍແຮງງານຕ່າງໆ ລວມທັງ ຜູ້ທີ່ຈະໄປອອກແຮງງານພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ ແລະ ທົ່ວເຖິງ.

3) ສ້າງຄວາມເຂົ້າໃຈກ່ຽວກັບ ຕ້ານທຸກຮູບແບບ ການໃຊ້ຄວາມຮຸນແຮງ ໃນຄອບຄົວ ແລະ ຊຸມຊົນ ໃຫ້ບັນດາຜູ້ຊົງຄຸນວຸດທິ, ຜູ້ອາວຸໂສ, ຜູ້ນຳຊຸມຊົນ ແລະ ຜູ້ຊາຍລາວທົ່ວໄປ. ພ້ອມກັນນັ້ນ, ກໍຕ້ານທັດສະນະຄະຕິ ທີ່ເປັນການຫລຸດຄຸນຄ່າຂອງແມ່ຍິງ, ເອົາໃຈໃສ່ແກ້ໄຂຮີດຄອງອັນຫລ້າຫລັງ ທີ່ກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງແມ່ຍິງ, ສົ່ງເສີມ ໃຫ້ມີການເຄົາລົບນັບຖື ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງ ຍິງ-ຊາຍ, ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ການຈຳແນກຕໍ່ແມ່ຍິງ ແລະ ເດັກຍິງ.

4) ສ້າງຄວາມເຂັ້ມແຂງ ໃຫ້ກົນໄກຮັບຜິດຊອບ ໃນການໃຫ້ບໍລິການ ແລະ ຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ໃຫ້ເຂົ້າເຖິງການປິ່ນປົວ ດ້ານສຸຂະພາບ, ຊ່ວຍເຫລືອດ້ານກົດ ໝາຍ, ໃຫ້ຄຳປຶກສາ, ໃຫ້ທີ່ພັກເຊົາ, ຝຶກອົບຮົມວິຊາຊີບ ແລະ ການກັບຄືນສູ່ພູມລຳເນົາທີ່ປອດໄພ ເພື່ອຮັບປະກັນ ໃຫ້ຜູ້ຖືກເຄາະຮ້າຍ ໄດ້ເຂົ້າເຖິງການບໍລິການຕ່າງໆ ທີ່ໄດ້ກ່າວໄປແລ້ວນັ້ນ ໃຫ້ທັນເວລາ ແລະ ຍຸຕິທຳ.

5) ທຸກພາກສ່ວນ ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ ຈັດສັນຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດ, ປະສົບການ ແລະ ຈັດສັນງົບປະມານຢ່າງເໝາະສົມເພື່ອຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ໃຫ້ມີຜົນສຳເລັດຫລາຍກວ່າເກົ່າ.

ພ້ອມດຽວກັນນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງສາກົນ, ອົງການ ຈັດຕັ້ງທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຮ່ວມກັນໃນການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ນັບມື້ຫລຸດລົງ ແລະ ໝົດໄປ ເຮັດໃຫ້ສັງຄົມລາວກາຍເປັນສັງຄົມ ທີ່ໂອບເອື້ອອາລີ ສາ ມັກຄີເປັນປຶກແຜ່ນ, ເປັນສັງຄົມປະຕິບັດສິດສະເໝີພາບຍິງ-ຊາຍ ທີ່ແທ້ຈິງ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ການນຳພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານ ອັນມີກຽດຂອງຕົນ ພ້ອມທັງສ້າງໃຫ້ຄອບຄົວ, ຊຸມຊົນ ແລະ ສັງຄົມ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງໃນປີນີ້ ພາຍໃຕ້ຫົວຂໍ້ “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກຍິງ” ຈົ່ງປະສົບຄວາມສຳເລັດ ຕາມລະດັບຄາດໝາຍ ທີ່ວາງໄວ້.

ຂໍຂອບໃຈ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...