Homeຂ່າວຕ່າງປະເທດຊາອຸດິອາລັບບີຊະນະອາເຈນຕິນ່າ ໄດ້ປະກາດໃຫ້ວັນທີ 23 ພະຈິກ ເປັນມື້ພັກ

ຊາອຸດິອາລັບບີຊະນະອາເຈນຕິນ່າ ໄດ້ປະກາດໃຫ້ວັນທີ 23 ພະຈິກ ເປັນມື້ພັກ

Published on

ຊາອຸດິອາລັບບີ ປະກາດໃຫ້ວັນທີ 23 ພະຈິກ ເປັນມື້ພັກພິເສດ ເພື່ອໃຫ້ປະຊາຊົນໄດ້ສະຫຼອງໄຊຊະນະ ພາຍຫຼັງຊາອຸດິອາລັບບີ ຊະນະ ອາເຈນຕິນ່າ ໃນການແຂ່ງຂັນເຕະບານໂລກ 2022.

ໃນວັນອັງຄານ ທີ 22 ພະຈິກ 2022 ຊາອຸດິອາລັບບີໄດ້ສ້າງຄວາມແປກໃຈໃຫ້ກັບຜູ້ຄົນທົ່ວໂລກ ດ້ວຍການເອົາຊະນະ ອາເຈນຕິນ່າ 2-1 ໃນການແຂ່ງຂັນບານໂລກ 2022 ກຸ່ມ C ນັດທຳອິດ.

ໂດຍກະສັດ ຊັລມານ ບິນ ອັບດຸນອະຊິສ ແຫ່ງຊາອຸດິອາລັບບີ ໄດ້ປະກາດໃຫ້ວັນທີ 23 ພະຈິກ ເປັນມື້ພັກພິເສດ ເພື່ອສະຫຼອງໄຊຊະນະ ຊາອຸດິອາລັບບີຂອງທີມຊາດເຕະບານທີ່ຄວ້າໄຊຊະນະໃຫ້ກັບປະເທດຊາດ.

ບານໂລກ ໃນປີນີ້ ເປັນຄັ້ງທຳອິດທີ່ຈັດຂຶ້ນທີ່ພາກຕາເວັນອອກກາງ ແລະ ຍັງເໝືອນກັບຈັດຢູ່ໃນບ້ານຕົນເອງຍ້ອນວ່າ ຊາອຸດິອາລັບບີ ກັບກາຕາ ມີຊາຍແດນຕິດຈອດກັນ ເຮັດໃຫ້ສະໜາມກິລາເຕັມໄປດ້ວຍປະຊາຊົນຊາອຸດິອາລັບບີ 88,012 ບ່ອນນັ່ງ.

ໃນການສະເຫຼີມສະຫຼອງໃນຄັ້ງນີ້ ຈະມີເປີດໄຟທີ່ຕຶກອາຄານສູງ ແລະ ສາຍຮູບທຸງຊາດຢູ່ເທິງຕຶກ.

ແຫຼ່ງຂ່າວຈາກ Aljazeera

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...