spot_img
Homeຂ່າວພາຍ​ໃນຫຼວງພະບາງໄດ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວທັງພາຍໃນແລະຕ່າງປະເທດ

ຫຼວງພະບາງໄດ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວທັງພາຍໃນແລະຕ່າງປະເທດ

Published on

ທ່ານ ບຸນເລື່ອມ ມະນີວົງ ກ່າວວ່າ: ການນໍາແຂວງຫຼວງພະບາງໄດ້ຖືເອົາວຽກງານການພັດທະນາການທ່ອງທ່ຽວ ເປັນບູລິມະສິດສໍາຄັນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອສ້າງຫຼວງພະບາງໃຫ້ກາຍເປັນຈຸດໝາຍປາຍທາງ ແລະເປັນຈຸດສຸມທັງພາຍໃນແລະຕ່າງປະເທດ.

ໂດຍສະເພາະໄລຍະເປີດທາງລົດໄຟລາວ-ຈີນ ພ້ອມທັງລັດຖະບານໄດ້ເປີດປະເທດ ເຫັນວ່ານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມານໍາໃຊ້ທາງລົດໄຟມາທ່ຽວຫຼວງພະບາງເປັນຈໍານວນຫຼວງຫຼາຍຈົນໄດ້ເພີ່ມຖ້ຽວ ເພີ່ມຂະບວນຂື້ນຕື່ມ ຖ້າທຽບໃສ່ບັນດາແຂວງພາກເໜືອຖືວ່າຫຼວງພະບາງ ມີຈໍານວນນັກທ່ອງທ່ຽວນໍາໃຊ້ທາງລົດໄຟຫຼາຍ ໂດຍສະເພາະ ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວຫຼວງພະບາງ ດ້ວຍເສັ້ນທາງລົດໄຟລາວ-ຈີນມີທັງໝົດ 335.794 ເທື່ອຄົນກວມເອົາ 85,27%. ເຫດຜົນການໄປ-ມາປະຢັດເວລາ ແລະ ຂໍ້ສະດວກຫຼາຍຢ່າງໃຫ້ແກ່ການເດີນທາງ.

ທ່ານກ່າວອີກວ່າ: ເພື່ອຮອງຮັບການເພີ່ມຂື້ນຂອງນັກທ່ອງທ່ຽວໃນຕໍ່ໜ້າ,ການນໍາແຂວງໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂອ້ງ ທັງພາກລັດ ແລະ ເອກະຊົນ ໃຫ້ມີການພັດທະນາທີ່ພັກໂຮງແຮມ ຮ້ານອາຫານ ການບໍລິການ ແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມກຽມຄວາມພ້ອມດ້ານບໍລິການຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ, ໂດຍສະເພາະ ຖ້າສປ ຈີນ ເປີດປະເທດ ກໍຈະມີນັກທ່ອງທ່ຽວຈີນທີ່ເດີນທາງດ້ວຍລົດໄຟລາວ-ຈີນ ມາທ່ຽວສປປ ລາວ ກໍຄືແຂວງຫຼວງພະບາງຫຼາຍຂຶ້ນ ເຊິ່ງຈະສ້າງໂອກາດໃຫ້ແກ່ຂະແໜງການທ່ອງທ່ຽວ ແລະເສດຖະກິດຂອງແຂວງເພີ່ມຂຶ້ນ.

ແຫຼ່ງຂ່າວຈາກ CRI-FM93

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...