Homeຂ່າວຢາເສບຕິດປກສ ເມືອງຄູນຄໍາ ສະກັດຜູ້ຂົນສົ່ງຢາເສບຕິດ

ປກສ ເມືອງຄູນຄໍາ ສະກັດຜູ້ຂົນສົ່ງຢາເສບຕິດ

Published on

ໃນເວລາ 6:00 ໂມງ ໃນວັນທີ 13 ພະຈິກ 2022, ເຈົ້າຫນ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ທີ່ເຮັດຫນ້າທີ່ປະຈໍປ້ອມທາງເຂົ້າກອງລໍ ເສັ້ນທາງເລກ 8A ໄດ້ຮັບການລາຍງານຜ່ານ ໂທລະສັບ ວ່າຈະມີການຂົນສົ່ງຢາເສບຕິດມາຕາມເສັ້ນທາງດັ່ງກ່າວ, ເຈົ້າຫນ້າທີ່ຈຶ່ງສະກັດໄດ້ຜູ້ຖືກຫາ 1 ຄົນ ພ້ອມຂອງກາງຢາເສບຕິດ 13 ມັດ ລວມມີ 26.000 ເມັດ.

ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ: ໄດ້ຮັບໂທລະສັບຈາກພົນລະເມືອງດີວ່າ ມີກຸ່ມຄົນຈໍານວນຫນຶ່ງນໍາໃຊ້ລົດເກັງ ເດີນທາງຜ່ານເສັ້ນທາງ 8A ເພື່ອຂົນສົ່ງຢາເສບຕິດ ໄປທາງແບ່ງຫຼັກ 20 ເມືອງປາກກະດິງ; ເມື່ອໄດ້ຮັບ ແຫຼ່ງຂ່າວ ເຈົ້າຫນ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ຕິດຕາມກວດກາເຮັດຫນ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ.

ມາຮອດເວລາ 6:30 ໂມງ ໃນວັນດຽວກັນ, ຈຶ່ງໄດ້ພົບເຫັນລົດເປົ້າຫມາຍທີ່ແລ່ນມາດ້ວຍຄວາມໄວ, ເມື່ອມາຮອດຈຸດກວດກາ ຈຶ່ງໄດ້ລັດລົດເພື່ອກວດກາເອກະສານ; ແຕ່ໃນເວລາທີ່ ເຈົ້າຫນ້າທີ່ກໍາລັງກວດ ເອກະສານຢູ່ນັ້ນ, ຜູ້ຂັບຂີ່ເຊິ່ງເປັນເຈົ້າຂອງລົດ ໄດ້ຂັບລົດເອົາຕົວຫຼົບຫນີ ແລະ ໄດ້ປະຫມູ່ໄວ້ 1 ຄົນ.

ເຈົ້າຫນ້າທີ່ ຈຶ່ງໄດ້ໃຊ້ກໍາລັງໄລ່ຕິດຕາມໄປໄດ້ໄລຍະຫນຶ່ງ ກໍພົບເຫັນລົດຈອດຖິ້ມໄວ້ໃນປ່າແຄມທາງ, ສ່ວນຜູ້ຂັບຂີ່ລົດແມ່ນໄດ້ເອົາຕົວຫຼົບຫນີ. ຈາກ ນັ້ນ, ເຈົ້າຫນ້າທີ່ ໄດ້ກວດຄົ້ນລົດຄັນດັ່ງກ່າວ ແລ້ວພົບຢາບ້າ ຈໍານວນ 13 ມັດ ເທົ່າກັບ 26.000 ເມັດ ທີ່ຊຸກເຊື່ອງຢູ່ໃນເບາະນັ່ງເບື້ອງຫຼັງ ແລະ ກ້ອງເບາະນັ່ງເບື້ອງຫນ້າ.

ຜ່ານການສອບສວນເບື້ອງຕົ້ນ, ຜູ້ຖືກຫາຊື່ ທ້າວ ສີຊົ່ງ ອາຍຸ 29 ປີ ຢູ່ບ້ານທົ່ງແສນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ຜູ້ກ່ຽວແມ່ນເປັນຜູ້ຮັບຈ້າງຂົນສົ່ງ, ສ່ວນເຈົ້າຂອງຢາແມ່ນຜູ້ເອົາຕົວຫຼົບຫນີ; ຕໍ່ກັບຄະດີດັ່ງ ກ່າວ, ເຈົ້າຫນ້າທີ່ກໍາລັງຊອກຈັບຕົວມາດໍາເນີນຄະດີ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...