spot_img
Homeຂ່າວພາຍ​ໃນສປປ ລາວມີຜູ້ເສຍຊີວິດ 6.800 ຄົນຕໍ່ປີ ຍ້ອນພະຍາດທີ່ເກີດຈາກຢາສູບ, ສູນເສຍມູນຄ່າທາງເສດຖະກິດ 3,6 ຕື້ກີບ

ສປປ ລາວມີຜູ້ເສຍຊີວິດ 6.800 ຄົນຕໍ່ປີ ຍ້ອນພະຍາດທີ່ເກີດຈາກຢາສູບ, ສູນເສຍມູນຄ່າທາງເສດຖະກິດ 3,6 ຕື້ກີບ

Published on

ຜູ້ປະສານງານວຽກງານສາທາລະນະສຸກ ອົງການອະນາໄມໂລກປະຈຳລາວ ໃຫ້ຮູ້ວ່າ: ການສູບຢາເຮັດໃຫ້ຄົນເສຍຊີວິດເກືອບ 10 ເທົ່າ ເມື່ອທຽບກັບການເສຍຊີວິດຂອງການເກີດອຸບັດຕິເຫດຕາມທ້ອງຖະໜົນໃນ ສປປ ລາວ ໃນແຕ່ລະປີ ແລະ ການເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບມີປະມານ 6.800 ຄົນ ໃນ ສປປ ລາວ ແລະ ການຊົມໃຊ້ຢາສູບເຮັດໃຫ້ສູນເສຍ ມູນຄ່າເຖິງ 3,6 ຕື້ກີບ.

ວັນທີ 17 ພະຈິກ 2022 ທີ່ນະຄອນຫຼວງວຽງຈັນ ທ່ານ ນາງ ເຄກ ແລນນັນ (Kate Lannan) ນັກກົດໝາຍອາວຸໂສ ຈາກກອງເລຂາສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ກ່່າວໃນກອງປະຊຸມເຜີຍແຜ່ເອກະສານກ່ຽວກັບເອກະສານວຽກງານຄວບຄຸມຢາສູບວ່າ: ສປປ ລາວ ມີອັດຕາການເກັບອາກອນຢາສູບຕໍ່າສຸດໃນບັນດາປະເທດອາຊຽນ ແລະ ໃນພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ. ພວກເຮົາຮູ້ນໍາກັນວ່າການຂຶ້ນລາຄາຢາສູບໃຫ້ແພງຂຶ້ນ ເປັນມາດຕະການຫຼຸດຜ່ອນການສູບຢາ, ມາດຕະການທາງດ້ານລາຄາ ແລະ ອາກອນ ຍັງສາມາດປົກປ້ອງສັງຄົມລາວ ຈາກການເປັນພະຍາດຮ້າຍແຮງ ແລະ ຍັງເພີ່ມລາຍຮັບໃຫ້ແກ່ລັດຖະບານຕື່ມອີກ.

ໃນປີ 2016 ສປປ ລາວ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່ຽວກັບຄຳເຕືອນສຸຂະພາບທີ່ເປັນຮູບພາບໃສ່ຊອງຢາສູບ ແລະ ຕິດຢາສູບ, ບໍລິສັດຢາສູບທັງຫຼາຍໄດ້ພະຍາຍາມທວງດຶງ ແລະ ແກ່ຍາວເວລາໃນການຈັດຕັ້ງປະຕິບັດຄໍາເຕືອນດັ່ງກ່າວ ຈຶ່ງຕ້ອງປະຕິບັດບັນດາມາດຕະການສໍາຄັນເຫຼົ່ານີ້ຢ່າງຮີບດ່ວນ ເຊັ່ນວ່າ: ການຫຸ້ມຫໍ່ຊອງ ແລະ ຕຸດຢາສູບມາດຕະຖານ ທີ່ບໍ່ມີການໂຄສະນາຕາມການກຳນົດຂອງກົດໝາຍວ່າດ້ວຍ ການຄວບຄຸມຢາສູບແຫ່ງຊາດ ເພື່ອຊ່ວຍຮັກສາຊີວິດ.

ໃນຂະນະທີ່ ສປປ ລາວ ໄດ້ກ້າວເຂົ້າສູ່ບາດກ້າວອັນສຳຄັນຂອງການເປັນໜຶ່ງໃນຫຼາຍກວ່າ 30 ປະເທດທົ່ວໂລກ ໃນການຫ້າມຂາຍຜະລິດຕະພັນຢາສູບ ລວມທັງຢາສູບໄຟຟ້າ, ຜະລິດຕະພັນຢາສູບດັ່ງໄດ້ຖືກຂາຍຜ່ານສື່ສັງຄົມອອນລາຍ ແລະ ສາມາດເຂົ້າເຖິງຢ່າງງ່າຍດາຍ ລວມທັງເດັກນ້ອຍ ແລະ ໄວໜຸ່ມທີ່ເຂົ້າໃຈຜິດກັນວ່າເປັນຜະລິດຕະພັນທັນສະໄໝ, ແຕ່ໜ້າເສຍດາຍ ຜະລິດຕະພັນເຫຼົ່ານີ້ເປັນການຫຼອກລວງຫຼາຍ ຜູ້ຊົມໃຊ້ເປັນອັນຕະລາຍຕໍ່ສຸຂະພາບຢ່າງຮ້າຍແຮງ ແລະ ມີຄວາມສ່ຽງຕໍ່ການຕິດສານນິໂກຕິນສຳລັບຄົນລຸ້ນໃໝ່.

ທ່ານ ນາງ ຢູ ລີ ພາກ ຜູ້ປະສານງານວຽກງານສາທາລະນະສຸກ ປະຈະອົງການອະນາໄມ້ໂລກປະຈຳລາວ ໄດ້ກ່າວວ່າ: ການສູບຢາເຮັດໃຫ້ຄົນເສຍຊີວິດເກືອບ 10 ເທົ່າ ເມື່ອທຽບກັບການເສຍຊີວິດຂອງການເກີດອຸບັດຕິເຫດຕາມທ້ອງຖະໜົນໃນ ສປປ ລາວ ໃນແຕ່ລະປີ. ການເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບມີຈຳນວນຫຼາຍ ໂດຍການຊົມໃຊ້ຢາສູບເຮັດໃຫ້ສູນເສຍມູນຄ່າເຖິງ 3,6 ຕື້ກີບ, ແຕ່ລະປີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 6.800 ຄົນ ໃນ ສປປ ລາວ.

ສະນັ້ນ,  ສປປ ລາວ ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ແລະ ສາມາດຮັບປະກັນຜົນປະໂຫຍດດ້ານສຸຂະພາບ ແລະ ເສດຖະກິດຢ່າງມະຫາສານ ດ້ວຍການຄວບຄຸມຢາສູບທີ່ເຂັ້ມງວດ ແລະ ພວກເຮົາມີຄວາມພາກພູມໃຈທີ່ຈະສືບຕໍ່ໃຫ້ການສະໜັບສະໜູນກະຊວງສາທາລະນະສຸກໃນຄວາມພະຍາຍາມຄວບຄຸມຢາສູບ, ຄວາມພະຍາຍາມດັ່ງກ່າວນີ້ມັນຮຽກຮ້ອງໃຫ້ມີການຮ່ວມມືກັນຂອງຫຼາຍຂະແໜງການ, ລວມທັງ ພາສີ-ອາກອນ, ຕຳຫຼວດ ແລະ ການເງິນ ແລະ ແຜນການ, ການຮ່ວມມືກັນຂອງທຸກຂະແໜງການຂອງພາກລັດ ແລະ ທົ່ວສັງຄົມ ສາມາດປົກປ້ອງປະຊາຊົນຈາກພະຍາດທີ່ເກີດຈາກຢາສູບ.

ກອງປະຊຸມເຜີຍແຜ່ເອກະສານກ່ຽວກັບເອກະສານວຽກງານຄວບຄຸມຢາສູບ ຈັດຂຶ້ນວັນທີ 17 ພະຈິກ 2022 ທີ່ນະຄອນຫຼວງວຽງຈັນ ໂດຍ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນນາມກອງເລຂາຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ, ອົງການອະນາໄມໂລກ, ກອງເລຂາສົນທິສັນຍາສາກົນ, ບັນດາຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ສື່ມວນຊົນລາວເຂົ້າຮ່ວມ.

ແຫຼ່ງຂ່າວຈາກ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...