Homeຂ່າວພາຍ​ໃນຕະຫຼາດກາງຄືນ ຫຼວງພະບາງ ຈັດສັນໃໝ່ເປັນລະບຽບຮຽບຮ້ອຍກວ່າເກົ່າ

ຕະຫຼາດກາງຄືນ ຫຼວງພະບາງ ຈັດສັນໃໝ່ເປັນລະບຽບຮຽບຮ້ອຍກວ່າເກົ່າ

Published on

ໃນວັນທີ 15 ພະຈິກ 2022 ນີ້, ຄະນະກໍາມະການຈັດສັນຕະຫຼາດກກາງຄືນ ນະຄອນຫຼວງພະບາງ ໄດ້ລົງສໍາຫຼວດກວດກາ ເບິ່ງຄວາມເປັນລະບຽບຂອງຕະຫຼາດ ໂດຍມີຮອງເຈົ້ານະຄອນ ຫຼວງພະບາງ ແລະຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ ພ້ອມດ້ວພະນັກງານວິຊາການ ແລະເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າ ນະຄອນ ຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ນະຄອນ ຫຼວງພະບາງ ວ່າ: ຕະຫຼາດກາງຄືນ ທີ່ນະຄອນ ຫຼວງພະບາງ ໄດ້ຈັດຕັ້ງປະຕິບັດຕະຫຼາດກາງຄືນເປັນຮູບແບບໃໝ່ ເພື່ອໃຫ້ມີຄວາມສວຍງາມເປັນລະບຽບຮຽບຮ້ອຍ ແລະສະດວກສະບາຍ, ບໍ່ມີຄວາມແອອັດ ຄືໄລຍະຜ່ານມາ ເຮັດໃຫ້ນັກທ່ອງທ່ຽວ ທີ່ໄດ້ມາທ່ຽວຊົມ ແລະຊື້ເຄື່ອງເປັນຂອງຕ້ອນຂອງຝາກໄດ້ສະດວກຂຶ້ນຫຼາຍ. ເຊິ່ງໃນການຈັດສັນພື້ນທີ່ດັ່ງກ່າວ ຄະນະກໍາມະການ ແລະເຈົ້າໜ້າທີ່ຂັ້ນແຂວງ ແລະນະຄອນ ຫຼວງພະບາງ ພ້ອມດ້ວຍການຈັດຕັ້ງບ້ານ ແມ່ນໄດ້ສົມທົບກັນເພື່ອຈັດສັນຕະຫຼາດດັ່ງກ່າວ.
ສໍາລັບຕະຫຼາດກາງຄືນ ທີ່ນະຄອນ ຫຼວງພະບາງ ແມ່ນໄດ້ສ້າງຕັ້ງຂື້ນໃນເດືອນ ທັນວາ 2002 ໄດ້ໃຫ້ປະຊາຊົນບັນດາເຜົ່າ ນໍາເອົາສິນຄ້າປະເພດຫັດຖະກໍາ, ຕໍ່າຫູກ, ທັກແຊວ, ແກະສະຫຼັກ, ເຄື່ອງເງິນທີ່ເກົ່າແກ່ມາວາງຂາຍ ເພື່ອສະແດງເຖີງເອກະລັກສີໄມ້ລາຍມື ຂອງປະຊາຊົນບັນດາເຜົ່າຊາວນະຄອນ ຫຼວງພະບາງ, ໄລຍະຜ່ານມາ ໄດ້ມີຫຼາຍພາກສ່ວນເຂົ້າວາງຜະລິດຕະພັນຫຼາກຫຼາຍຊະນິດຂາຍ,ເຊິ່ງໄດ້ຈັດບ່ອນຂາຍເປັນ 4 ແຖວດ້ວຍກັນ ມີຮ້ານຂາຍເຄື່ອງທັງໝົດ 853 ຕາດ.

ໂດຍໄດ້ປະຕິບັດຕາມຄະນະພັກຂັ້ນແຂວງ, ຂັ້ນນະຄອນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 208 ແລະ ຮັບຮອງຂອງສະພາປະຊາຊົນແຂວງ ສະບັບເລກທີ196 ເພື່ອມາຈັດຕັ້ງປະຕິບັດເປັນ 2 ແຖວ ນັ່ງຢູ່ສອງຝາກແຄມທາງ ປີ່ນຫນ້າໃສ່ກັນ ຈົ່ງທາງຢາງທັງກາງ ເຊິ່ງຈຸດເລີ້ມຕົ້ນແຕ່ຫນ້າສະຖານີວິທະຍຸ ເບື້ອງໃຕ້ບ້ານປ່າຂາມ ຫາ 3 ແຍກບ້ານຈຸມຄ້ອງ ຂ້າງພະລາດສະວັງເບືອງເຫນືອ ໄດ້ຈັດສັນໃໝ່ສາມາດຮອງຮັບໄດ້ທັງຫມົດ 443 ຕາດຕໍ່ໜຶ່ງຄືນ, ໝຶ່ງຕາດລວງຍາວ 1,60ແມັດ, ລວງກ້ວາງ 2 ແມັດ.

ໃນ 853 ຮ້ານ ຈະໄດ້ພັດປ່ຽນຝຽນກັນມານັ່ງຂາຍ ໂດຍຈົກສະຫຼາກປ່ຽນມື້ຄຼິກ ແລະມື້ຄູ່, ການວາງຂາຍສິນຄ້າໄດ້ແຍກເປັນ 3 ປະເພດສິນຄ້າຄື: ຜ້າໄຫມລາວມີ 339 ຮ້ານ, ຫັດຖະກໍາທົ່ວໄປ 242 ຮ້ານ, ເຄື່ອງຫັດຖະກໍາເຜົ່າມົ້ງ 272 ຮ້ານ, ໃນນັ້ນໄດ້ເປັນເອກະພາບເຕັ້ນເປັນສີແດງຫຼືສີຂາວ ເຊິ່ງໄດ້ເລີ່ມນໍາພາປະຕິບັດມາແຕ່ວັນທີ 9 ພະຈິກ 2022 ເປັນເວລາ 6 ວັນ ສາມາດເຫັນວ່າ ຊາວຄ້າຂາຍໄດ້ເຂົ້າສູ່ລະບຽບການວາງຂາຍສິນຄ້າຫັດຖະກໍາບັນດາເຜົ່າ ໃນຕະຫຼາດກາງຄືນທີ່ໄດ້ຈັດສັນຕາດຄືນໃໝ່ມີຄວາມສ່ວຍງາມ ພ້ອມຮອງຮັບມວນຊົນແຂກພາຍໃນ ແລະຕ່າງປະເທດ ທີ່ໄດ້ມາທ່ຽວຕະຫຼາດກາງຄືນດັ່ງກ່າວຢ່າງຫຼວງຫຼາຍ.

ທີ່ມາ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...