Homeຂ່າວພາຍ​ໃນຄະນະ​ເກັບ​ກູ້​ລະເບີດ​ຂອງ​ກອງທັບ​ສະຫະພັນ​ຣັດ​ເຊຍ ໄດ້​ເດີນທາງ​ມາ​ປະຕິບັດ​ໜ້າທີ່​ ຢູ່ ​ສປປ ລາວ

ຄະນະ​ເກັບ​ກູ້​ລະເບີດ​ຂອງ​ກອງທັບ​ສະຫະພັນ​ຣັດ​ເຊຍ ໄດ້​ເດີນທາງ​ມາ​ປະຕິບັດ​ໜ້າທີ່​ ຢູ່ ​ສປປ ລາວ

Published on

ໃນ​ວັນ​ທີ 17 ພະຈິກ 2022 ຜ່ານມາ, ຄະນະ​ເກັບ​ກູ້​ລະເບີດ​ຂອງ​ກອງທັບ​ສະຫະພັນ​ຣັດ​ເຊຍ ໄດ້​ເດີນທາງ​ມາ​ປະຕິບັດ​ໜ້າທີ່​ ຢູ່ ​ສປປ ລາວ, ລວມ​ທັງ​ໝົດ​ມີ 24 ສະຫາຍ. ເຊິ່ງມີຄະນະ​ທາງ​ການ​ຝ່າຍ​ລາວ ອອກ​ຕ້ອນຮັບ ຢູ່​ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ນະຄອນຫຼວງ​ວຽງຈັນ, ນຳ​ໂດຍ​ ສະຫາຍ ພັນ​ເອກ ປາດ​ຖະ​ໜາ ບຸດ​ຕິ​ຈັກ ຮອງ​ຫົວ ໜ້າ​ຫ້ອງການ​ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ປະຊາຊົນ​ລາວ ພ້ອມ​ດ້ວຍ​ຄະນະ ແລະ ຝ່າຍ​ສະ ຫະພັນຣັດເຊຍ, ມີຫົວໜ້າ​ຫ້ອງ ການ​ທີ່​ປຶກສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ​ສະຫະພັນ​ຣັດເຊຍ ​ປະຈຳ ​ສປປ ລາວ, ຫົວໜ້າ​ຫ້ອງການ​ຜູ້ຕາງໜ້າ​ກະຊວງປ້ອງ​ກັນ​ປະ ເທດ​ສະຫະພັນ​ຣັດ​ເຊຍ ປະຈຳ ​ສປປ ລາວ ແລະ ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ອອກ​ຕ້ອນຮັບ.

ໂອກາດ​ນີ້, ສະຫາຍ ຫົວໜ້າ​ຄະນະ​ຝ່າຍ​ລາວ ກໍ​ໄດ້​ສະແດງ ຄວາມ​ຊົມເຊີຍ ແລະ ຍິນ​ດີ​ຕ້ອນ ຮັບ ສະຫາຍ ພັນ​ເອກ ອາບ​ຣາ​ມົບ ເຊຣ​ເກ ຫົວໜ້າ​ວິຊາ​ການ​ໃຫຍ່ ກົມ​ຊ່າງ​ແສງ​ກຳລັງ​ປະກອບ​ອາ ວຸດ ແຫ່ງ ສະຫະພັນຣັດ​ເຊຍ ພ້ອມ​ດ້ວຍ​ຄະນະ​ເກັບ​ກູ້​ລະເບີດ ກອງທັບ​ສະຫະພັນ​ຣັດ​ເຊຍ ທີ່​ເດີນທາງ​ມາ​ເຮັດ​ວຽກ ແລະ ຢ້ຽມ ຢາມ​ຢູ່ ​ສປປ ລາວ ແຕ່​ວັນ​ທີ 17-24 ພະຈິກ 2022 ນີ້, ເຊິ່ງ​ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເສີມຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຂອງ​ທັງ​ສອງ​ປະເທດ​ທີ່​ມີ​ມູນເຊື້ອ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ, ໃຫ້​ນັບ​ມື້​ຂະຫຍາຍຕົວ​ຍິ່ງໆ​ຂື້ນ, ໂດຍ​ສະເພາະ​ແມ່ນ​ສອງກະ ຊວງ​ປ້ອງ​ກັນ​ປະເທດພວກ​ເຮົາ​ຄະນະ​ເກັບ​ກູ້​ລະເບີດ​ກອງທັບສະ ຫະພັນ​ຣັດ​ເຊຍ ຈະ​ໄດ້​ພົບ​ປະ​ສອງ​ຝ່າຍ ຮ່ວມ​ກັບ​ກອງທັບປະຊາຊົນ​ລາວ ເພື່ອ​ປຶກສາ​ຫາລື​ເອກະ​ພາບ​ການ​ກະກຽມ​ກ່ຽວ​ກັບພິທີ​ເປີດ​ການ​ເກັບ​ກູ້​ລະເບີດ, ເຝິກອົບຮົມ ແລະ ຈັດ​ຕັ້ງ​ເກັບ​ກູ້​ລະເບີດ​ຮ່ວມ​ກັນໃນ​ການ​ໄປ​ປະຕິບັດ​ໜ້າທີ່​ ຢູ່​ທີ່​ເມືອງນາ​ກາຍ ແຂວງຄຳ​ມ່ວນ ເພື່ອ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ໃນ​ປາງ​ສົງຄາມ ​ຢູ່ ​ສປປ ລາວ ພ້ອມ​ທັງ​ກວດກາ ແລະ ປັກ​ຫຼັກ​ໝາຍ​ຂອບ​ເຂດ​ເພື່ອຈະ​ສືບຕໍ່​ເກັບ​ກູ້​ໃນຕໍ່ໜ້າ.

ທີ່ມາ: Lao people’s Army News

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...