spot_img
Homeຂ່າວພາຍ​ໃນປກສ ກຸ່ມສີວິໄລ ມອບລົດໃຫຍ່ຄືນໃຫ້ເຈົ້າຂອງເດີມ

ປກສ ກຸ່ມສີວິໄລ ມອບລົດໃຫຍ່ຄືນໃຫ້ເຈົ້າຂອງເດີມ

Published on

ວັນທີ 15 ພະຈິກ 2022, ຢູ່ທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ, ພັທ ແອັດດີ້ ວັນຄຳທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ພ້ອມດ້ວຍຄະນະ, ໄດ້ຈັດພິທີມອບ-ຮັບລົດກະບະ ຍີ້ຫໍ້ໂຕໂຍຕ້າ ວີໂກ້ ສີດຳ ປ້າຍທະບຽນ ກກ 4389 ຄຳມ່ວນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປ ໃຫ້ເຈົ້າຂອງເດີມ ກ່າວຮັບໂດຍ ທ່ານ ແກ້ວໂອໄດ ພົງວິໄລ ເຈົ້າຂອງລົດ.

ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 15 ພະຈິກ 2022 ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ໄດ້ພົບເຫັັນລົດກະບະວີໂກ້ສີດຳ ທີ່ໄດ້ປະກາດເສຍຫາຍຢູ່ທາງສື່ສັງຄົມອອນລາຍເຟສບຸກ ພົບເຫັນຈອດໄວ້ຢູ່ຫ້ອງແຖວເຂດບ້ານຄຳຮຸ່ງ ຈຶ່ງໄດ້ຕິດຕາມສືບຄົ້ນຫາ ຈຶ່ງຮູ້ວ່າລົດຄັນດັ່ງກ່າວໄດ້ຂັບຂີ່ອອກໄປຈອດໄວ້ຢູ່ເຂດບ້ານໜອງພະຍາ ຈຶ່ງໄດ້ນຳກຳລັງ ເຂົ້າກວດກາ ແລະ ຈັບຕົວຜູ່ຖືກສົງໄສໄດ້ 1 ຄົນ ຊື່ທ້າວ ແຫຼ້ ຫຼື ອາ ອາຍຸ 24 ປີ, ພັກເຊົາຢູ່ບ້ານ ຄຳຮຸ່ງ ແລ້ວນຳຕົວຂຶ້ນມາສອບສວນ; ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວແຫຼ້ ຫຼື ອາ ໄດ້ຍອມຮັບສາລະພາບວ່າ: ໃນຕົ້ນເດືອນພະຈິກ ຕົນເອງໄດ້ລົງໄປຊອກເຮັດວຽກຢູ່ແຂວງຄຳມ່ວນ ໃນລະຫວ່າງລໍຖ້າຊອກເຮັດວຽກນັ້ນ ມີແນວຄິດຢາກໄດ້ເງີນຈຶ່ງລົງມືລັກງັດແງະເຂົ້າຮ້ານຂາຍເຄື່ອງແຫ່ງໜຶ່ງຢູ່ເຂດເມືອງທ່າແຂກ ໄດ້ເງີນສົດປະມານ 3 ແສນກີບ, ບັດເຕີມເງີນ ລວມມູນຄ່າ 8 ແສນກີບ ແລະ ລັກເອົາລົດກະບະ ໂຕໂຍຕ້າ ວີໂກ້ສີດຳປ້າຍທະບຽນ ກກ 4389 ຄຳມ່ວນ ຂັບຂີ່ມາຊຸກເຊືອງໄວ້ຢູ່ ນະຄອນຫຼວງວຽງຈັນ; ຮອດວັນທີ 15 ພະຈິກ 2022 ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ. ປັດຈຸບັນ ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໄດ້ສົ່ງຕົວຜູ້ຖືກຫາໃຫ້ ປກສ ເມືອງໄຊທານີ ດຳເນີນຄະດີຕາມລະບຽບກົດໝາຍ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທົ່ວສັງຄົມ ໃຫ້ເພີ່ມທະວີປົກປັກຮັກສາຊັບສີນວັດຖຸເງີນຄຳ ແລະ ຂໍໃຫ້ເປັນເຈົ້າການປະກອບສ່ວນປະຕິບັດພັນທະຂອງຕົນເຂົ້າໃນວຽກງານຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ເພື່ອປ້ອງກັນສະກັດກັ້ນກຸ່ມຄົນບໍ່ດີ ກໍ່ອາດຊະຍາກຳທຸກປະເພດ.

ແຫຼ່ງຂ່າວ ປກສ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...