spot_img
Homeຂ່າວພາຍ​ໃນກຸ່ມຄ້າຂາຍຢາເສບຕິດສວຍໃຊ້ເດັກນ້ອຍ ອາຍຸບໍ່ເຖິງກະສຽນ ຫຼື ຜູ້ຍິງຖືພາຂົນສົ່ງຢາເສບຕິດ

ກຸ່ມຄ້າຂາຍຢາເສບຕິດສວຍໃຊ້ເດັກນ້ອຍ ອາຍຸບໍ່ເຖິງກະສຽນ ຫຼື ຜູ້ຍິງຖືພາຂົນສົ່ງຢາເສບຕິດ

Published on

ກໍາລັງປ້ອງກັນຄວາມສະຫງົບກວດພົບກຸ່ມຄ້າຂາຍຢາເສບຕິດ ທີ່ສວຍໃຊ້ຊ່ອງວ່າງທາງດ້ານກົດໝາຍເປັນບ່ອນອີງໃນການເຄື່ອນໄຫວຄາ້ຂາຍ ແລະ ຂົນສົ່ງຢາເສບຕິດໂດຍໃຊ້ເດັກນ້ອຍທີ່ ມີອາຍຸບໍ່ເຖິງກະສຽນ ຫຼື ຜູ້ຍິງຖືພາ ໃນການຂົນສົ່ງຢາເສບຕິດໃຫ້ກັບພວກເຂົ້າ ແລະ ອື່ນໆ.

ນັບແຕ່ປີ 2021 ມາຮອດບັດຈຸບັນ, ກໍາລັງປ້ອງກັນຄວາມສະຫງົບ ຫຼື ຄະນະສະເພາະກິດ ໄດ້ໃຊ້ທຸກໆເຫື່ອແຮງ ແລະ ສະຕິປັນຍາສຸມໃສ່ວາລະເເຫ່ງຊາດວ່າດ້ວຍຢາເສບຕິດ ໂດຍສາມາດຈັບກຸມຜູ້ຄ້າຂາຍຢາເສບຕິດ ແລະ ຢຶດຢາເສບຕິດແຕ່ລະປະເພດໄດ້ຈໍານວນຫຼາຍ ແຕ່ກໍຍັງບໍ່ສາມາດແກ້ໄຂການລັກລອບຂົນສົ່ງ ຫຼື ຂາຍຢາເສບຕິດໄດ້ 100% ຍ້ອນວ່າກຸ່ມຄ້າຂາຍ ຢາເສບຕິດໄດ້ໃຊ້ຫຼ່ຽມກົນອຸບາຍເພື່ອປິດບັງການກະທໍາຜິດ ແລະ ຫຼົບຫຼີກການກວດກາຂອງເຈົ້າໜ້າທີ່ ເຊັ່ນ: ມີການຊຸກເຊື່ອງຢາເສບຕິດໃນເວລາຂົນສົ່ງສິນຄ້າ, ເຄື່ອນຍ້າຍຢາເສບຕິດແບບແນບນຽນ, ມີການດັດແປງສະພາບຍານພາຫະນະຂົນສົ່ງ ເພື່ອຊຸກເຊື່ອງຢາເສບຕິດໄວ້ ເເລະ ຫຼົບຫຼີກສາຍຕາຂອງເຈົ້າໜ້າທີ່ ລວມທັງສວຍໃຊ້ຊ່ອງວ່າງທາງດ້ານກົດຫມາຍ ເປັນບ່ອນອີງໃນການເຄື່ອນໄຫວໂດຍໃຊ້ເດັກນ້ອຍທີ່ມີອາຍຸບໍ່ເຖິງກະສຽນ ຫຼື ຜູ້ຍິງຖືພາເຂົ້າຮ່ວມຂະບວນການກັບພວກເຂົາ.

ໃນໄລຍະ 1 ປີ (2021-2022) ຜ່ານມາ, ກໍາລັງປ້ອງກັນຄວາມສະຫງົບສາມາດມ້າງຄະດີຢາເສບຕິດ ໄດ້ທັງຫມົດ 1.202 ເລື່ອງ, ກັກຜູ້ຕ້ອງຫາໄດ້ 1.964 ຄົນ (ຍິງ 226 ຄົນ); ຢຶດຂອງກາງຢາເສບຕິດ ປະເພດຢາບ້າ 2,8 ໂຕນ, ເຮໂຣອິນ 78,92 ກິໂລກຣາມ, ຢາເຄຕາມິນ 8,53 ກິໂລກຣາມ, ຢາໄອສ 40,54 ກິໂລກຣາມ, ແປ້ງປະສົມຢາບ້າ 40 ເປົ້າ ເທົ່າກັບ 1.997 ກິໂລກຣາມ ແລະ ປະເພດຢາເສບຕິດ ຊະນິດອື່ນໆອີກຈໍານວນໜຶ່ງ.

ແຫຼ່ງຂ່າວຈາກ ວຽງຈັນທາຍ

ຂໍ້ມູນ: ຈັນສະຫມອນ (ປກສ)

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...