USAID ແລະ WHO ໄດ້ມອບອຸປະກອນການແພດ ມູນຄ່າ 2 ລ້ານໂດລາ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ ພະຍາດລະບາດອື່ນໆ

0
569

ວັນທີ 15 ພະຈິກ 2022, ນະຄອນຫຼວງວຽງຈັນ, ສປປ ລາວ ມື້ນີ້ ທີ່ນະຄອນຫຼວງວຽງຈັນ, ດຣ. ປີເຕີ ເອັມ. ເຮມ໋ອນ,  ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ດຣ. ຢູ ລີ ປາກ, ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມອບອຸປະກອນການແພດ ມູນຄ່າ 2 ລ້ານ ໂດລາສະຫະລັດ ໃຫ້ແກ່ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວ ປະກອບມີ ອຸປະກອນການປ້ອງກັນພະຍາດ ແລະ ອຸປະກອນການແພດ, ຢາ, ຊຸດກວດພະຍາດໂຄວິດ19, ອົກຊີແຊນ, ຄອມພິວເຕີ ແລະ ແທັບເລັດ, ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງຂອງ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການອະນາໄມໂລກ (WHO) ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກຽມພ້ອມຮັບມືກັບວິກິດການທາງສາທາລະນະສຸກໃນອະນາຄົດ. 

ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ສະແດງຄໍາເຫັນຕໍ່ການຊ່ວຍເຫຼືອ ແລະ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເຊິ່ງ ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ກ່າວວ່າ: “ໃນຂະນະທີ່ພວກເຮົາກ້າວໄປຂ້າງໜ້າພ້ອມກັນ, ການຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການກັບຄືນສູ່ການດຳລົງຊີວິດແບບປົກກະຕິນັ້ນ, ພວກເຮົາຍັງຕ້ອງໄດ້ສືບຕໍ່ໃຫ້ມີຄວາມປອດໄພ ແລະ ລະມັດລະວັງ ຕໍ່ກັບກໍລະນີຕິດເຊື້ອທີ່ຍັງມີຢູ່ໃນຊຸມຊົນ, ໂດຍສະເພາະ ກັບການຈັດງານຕ່າງໆເຊັ່ນ: ງານກິລາແຫ່ງຊາດ ແລະ ການກັບຄືນມາຂອງການທ່ອງທ່ຽວ – ອຸປະກອນເຫຼົ່ານີ້ ຈະຊ່ວຍໃຫ້ເຮົາສາມາດປົກປ້ອງຊຸມຊົນ ແລະ ສຸຂະພາບຂອງບຸກຄະລາກອນການແພດໄດ້ດີຍິ່ງຂຶ້ນ.” 

ທ່ານ ດຣ. ໄພວັນ ແກ້ວປະເສີດ ຍັງໄດ້ກ່າວຕື່ມອີກວ່າ: “ພວກເຮົາຂໍສະແດງຄວາມຂອບໃຈ ມາຍັງອົງການ USAID ແລະ ອົງການ WHO ສໍາລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ ແລະ ການຊ່ວຍເຫຼືອໃນວຽກງານການສັກວັກຊີນກັນພະຍາດໂຄວິດ-19 ແລະ ການສ້າງຄວາມເຂັ້ມແຂງການປົກປ້ອງດ້ານສາທາລະນະສຸກທົ່ວປະເທດ. 

ອຸປະກອນ ທີ່ສະໜັບສະໜູນໂດຍ ອົງການ USAID ແລະ ອົງການ WHO ໃນຄັ້ງນີ້ ປະກອບມີ: ຜ້າປິດປາກ ຈຳນວນ 600,000 ອັນ, ຖົງມື 500,000 ຄູ່, ຊຸດປ້ອງກັນສຳລັບໃຊ້ເວລາຜ່າຕັດ 250,000 ຊຸດ, ຊຸດກວດພະຍາດໂຄວິດ-19 ແບບໄວ 289,000 ຊຸດ, ອົກຊີແຊນທາງການແພດຊ່ວຍຊີວິດ ຈຳນວນ 206 ລ້ານ ລິດ, ເຄື່ອງໃຫ້ອົກຊີແຊນ 70 ໜ່ວຍໃຫ້ໂຮງໝໍ, ໜ້າກາກແບບໃສ 24,000 ອັນ, ຄອມພິວເຕີ ແລະ ແທັບເລັດ 50 ໜ່ວຍ ເພື່ອເພີ່ມທະວີການເຝົ້າລະວັງພະຍາດ ແລະ ຍັງມີບັນດາເຄື່ອງມື ແລະ ຢາອື່ນໆອີກ. 

ອຸປະກອນດັ່ງກ່າວ ແມ່ນຈະໄດ້ຖືກແຈກຢາຍໃຫ້ກັບບັນດາໂຮງໝໍ ແລະ ໂຮງໝໍນ້ອຍທົ່ວປະເທດ. ນອກຈາກນີ້, ຍັງຈະມີອຸປະກອນການຂ້າເຊື້ອເຄື່ອງມືຜ່າຕັດ ແລະ ອຸປະກອນອື່ນໆອີກ ເຊິ່ງຈະຈັດສົ່ງໃຫ້ໃນທ້າຍປີນີ້. 

ເອກອັກຄະລັດຖະທູດ ສ. ອາເມລິກາ ທ່ານ ປີເຕີ ເຮມອນ ໄດ້ກ່າວວ່າ: “ອຸປະກອນທີ່ໄດ້ບໍລິຈາກໃນມື້ນີ້ ເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຢ່າງຕໍ່ເນື່ອງຂອງສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງວຽກງານການເຝົ້າລະວັງ, ການຕອບໂຕ້ ແລະ ການຫຼຸດຜ່ອນຄວາມສ່ຽງ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ສະຫະລັດອາເມລິກາ ຈະສືບຕໍ່ຕັ້ງໜ້າສະໜັບສະໜູນ ສປປ ລາວ ແລະ ປະເທດຄູ່ຮ່ວມມືໃນການຍຸຕິການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສ້າງເສດຖະກິດຄືນໃໝ່.”

ເຖິງວ່າຕົວເລກກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນປັດຈຸບັນ ຢູ່ໃນລະດັບຕ່ຳ, ແຕ່ວ່າຍັງມີການກວດພົບເຊື້ອໃນເກືອບທຸກແຂວງ, ເຊິ່ງສະແດງໃຫ້ເຫັນວ່າ ການແຜ່ເຊື້ອໃນຊຸມຊົນ ແມ່ນຍັງຄົງມີຢູ່. ນອກຈາກນີ້, ພະຍາດໂຄວິດ-19 ສາຍພັນໃໝ່ຍັງສືບຕໍ່ມີການກວດພົບເຊື້ອ ເຮັດໃຫ້ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳຕົວ ຍັງເປັນກຸ່ມທີ່ມີຄວາມສ່ຽງ.

ດຣ. ຢູ ລີ ປາກ ໄດ້ກ່າວວ່າ: “ການກັບຄືນສູ່ການດຳລົງຊີວິດແບບປົກກະຕິນັ້ນ ຖືວ່າເປັນສິ່ງທີ່ໜ້າຕື່ນເຕັ້ນ ສຳລັບ ສປປ ລາວ, ແຕ່ວ່າ ພວກເຮົາຈະຕ້ອງປະຕິບັດຢ່າງມີສະຕິ, ຮອບຄອບ ແລະ ປອດໄພ. ພວກເຮົາຕ້ອງຮັບປະກັນວ່າ ລະບົບສາທາລະນະສຸກ ແມ່ນມີຄວາມພ້ອມ ຖ້າມີກໍລະນີຕົວເລກຜູ້ຕິດເຊື້ອເພີ່ມສູງຂຶ້ນ, ພວກເຮົາຕ້ອງມີຄວາມພ້ອມໃນການສືບຕໍ່ປິ່ນປົວກໍລະນີຄົນເຈັບຂັ້ນຮຸນແຮງ ແລະ ພວກເຮົາຕ້ອງພະຍາຍາມສຸມໃສ່ການເພີ່ມອັດຕາປົກຄຸມການສັກວັກຊີນປ້ອງກັນພະຍາດໂຄວິດ-19, ໂດຍສະເພາະໃນກຸ່ມປະຊາກອນຜູ້ສູງອາຍຸ ແລະ ກຸ່ມທີ່ມີຄວາມສ່ຽງ.”

“ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍແກ້ໄຂຄວາມສ່ຽງຂອງພະຍາດ-19 ທີ່ຍັງມີຢູ່ ລວມທັງຄວາມສ່ຽງຂອງພະຍາດອື່ນໆ, ພ້ອມທັງເປັນສ່ວນສຳຄັນໃນການເສີມສ້າງຄວາມເຂັ້ມແຂງໄລຍະຍາວ ໃຫ້ແກ່ລະບົບສາທາລະນະສຸກ ໃນດ້ານອຸປະກອນ ແລະ ເຕັກໂນໂລຊີ. ພວກເຮົາຂໍຂອບໃຈເປັນຢ່າງສູງ ສຳລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງນີ້.”

ອຸປະກອນເຫຼົ່ານີ້ ເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງລັດຖະບານສະຫະລັດອາເມລິກາ ແລະ ອົງການ WHO ໃນການຊ່ວຍເຫຼືອຂະແໜງສາທາລະນະສຸກໃນ ສປປ ລາວ, ລວມທັງການ, ການຊຸກຍູ້ວຽກງານການສັກວັກຊີນກັນພະຍາດໂຄວິດ-19 ແລະ ການສັກຢາວັກຊີນຮອບປົກກະຕິ, ການສ້າງຄວາມເຂັ້ມແຂງໃນວຽກງານການຄົ້ນຄວ້າ, ການວິເຄາະ ແລະ ການເຝົ້າລະວັງພະຍາດ, ການຕິດຕາມກວດກາການລະບາດຂອງພະຍາດ, ການຮັບມືກັບພາວະສຸກເສີນທາງດ້ານສາທາລະນະສຸກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນ ສປປ ລາວ.