spot_img
Homeຂ່າວພາຍ​ໃນຊຽງຂວາງ ແຂ່ງຂັນກັອບ ລະດົມທຶນໄດ້ 4,3 ຕື້ກວ່າກີບ

ຊຽງຂວາງ ແຂ່ງຂັນກັອບ ລະດົມທຶນໄດ້ 4,3 ຕື້ກວ່າກີບ

Published on

ສະຫະພັນກິລາກັອບແຂວງຊຽງຂວາງ ຮ່ວມກັບ ສະຫະພັນກິລາກັອບແຫ່ງຊາດລາວ ຈັດການແຂ່ງຂັນກິລາກັອບ ຊຶ່ງມີບັນດານັກກິລາກັອບລະດັບທີມຊາດ ແລະ ສະໝັກຫຼິ້ນເຂົ້າຮ່ວມແຂ່ງຂັນ ຊີງຂັນທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການລະດົມທຶນເຂົ້າໃນກອງທຶນຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ 2022 ໄດ້ຮັບເງິນຈຳນວນ 4,3 ຕື້ກວ່າກີບ.


ການແຂ່ງຂັນກິລາກັອບຊີງຂັນທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຂຶ້ນເມື່ອວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາລ໋ອງແທັງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍບັນດາລັດຖະມົນຕີ-ຮອງລັດຖະມົນຕີ ແລະ ນັກກິລາກັອບລະດັບທີມຊາດ ແລະ ສະໝັກຫຼິ້ນ ຕະຫຼອດຮອດນັກທຸລະກິດເຂົ້າຮ່ວມ.

ຜ່ານການແຂ່ງຂັນງານດັ່ງກ່າວ ຕະຫຼອດເຄິ່ງວັນ ສາມາດລະດົມທຶນໄດ້ເຖິງ 4,3 ຕື້ກວ່າກີບ ສ່ວນຜົນການແຂ່ງຂັນປະກົດວ່າ ແຊ໋ມລາຍການບໍ່ມີແຕັມຕໍ່ ຫຼື Over low gross ຕົກເປັນຂອງທ່ານ ທຳມະລັກ ບົວຫອມ, ແຊ໋ມສາຍ ກ ຕົກເປັນຂອງທ່ານ ກົງຕາ ຄຳເກດ, ແຊ໋ມ ສາຍ ຂ ທ່ານ ພິທັກ ສຸນິນາ, ແຊ໋ມສາຍ ຄ ທ່ານ ພອນທິບ ສ່ວນຊະນະເລີດ ລາຍການ ຕີໄກສຸດ ຂຸມ 6 ເປັນຂອງທ່ານ ສີປະເສີດ ພັນແພງດີ, ຊະນະເລີດ ລາຍການ ຕີໄກສຸດ ຂຸມ 16 ເປັນຂອງທ່ານ ກິໂກ້, ຊະນະເລີດ ລາຍການ ຕີໄກສຸດ ຂຸມ 27 ເປັນຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ຊະນະເລີດ ລາຍການ ຕີໃກ້ທຸງ ຂຸມ 5 ເປັນຂອງ ທ່ານ ກິດສະນຸ ພັກດີມະວົງ, ຊະນະເລີດ ລາຍການ ຕີໃກ້ທຸງ ຂຸມ 12 ເປັນຂອງທ່ານ ອາລຸນ ຈັນໄຊ ແລະ ຊະນະເລີດ ລາຍການ ຕີໃກ້ທຸງ ຂຸມ 23 ເປັນຂອງທ່ານ ຄຳແສງ ອາລີ.

ຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...