Homeຂ່າວພາຍ​ໃນສະຫວັນນະເຂດ ຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວລາວ-ໄທ ສະຫວັນນະເຂດ-ມຸກດາຫານ

ສະຫວັນນະເຂດ ຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວລາວ-ໄທ ສະຫວັນນະເຂດ-ມຸກດາຫານ

Published on

ໃນຕອນເຊົ້າວັນທີ 13 ພະ ຈິກ 2022 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ແຂວງສະຫວັນນະເຂດ ໄດ້ມີພິທີຕ້ອນຮັບຂະ ບວນຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ສະຫວັນນະ ເຂດ-ມຸກ ດາຫານ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າ ແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ, ທ່ານ ພຕວ ສົມໝາຍ ພົມມະຈັນ ຫົວໜ້າກອງ ບັນຊາການ ປກສ ແຂວງ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ພະແນກ ຖວທ ແຂວງ, ຝ່າຍແຂວງມຸກດາຫານນຳ ໂດຍ ທ່ານ ວະໄລພັນ ນ້ອຍສັນເທ໊ຍ ຮອງຜູ້ວ່າຣາຊະການແຂວງມຸກ ດາຫານ, ທ່ານ ອະທິປັດ ໂຣດ ຈະນະໄພບູນ ກົງສຸນໃຫຍ່ແຫ່ງ ຣາຊາອານາຈັກໄທປະຈຳແຂວງ ສະຫວັນນະເຂດ, ຄະນະຊີ້ນຳ ຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວລາວ-ໄທ ບັນດານັກທ່ຽວທ່ຽວ ຈາກ ປະເທດໄທ-ລາວ ແລະ ຊື່ມວນຊົນ ເຂົ້າຮ່ວມ.

ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງ ໄດ້ລາຍງານວ່າ: ກິດຈະກໍາຄາ ຣາວານລົດຖີບ 2 ຝັ່ງຂອງ ເຊື່ອມ ໂຍງການທ່ອງທ່ຽວລາວ-ໄທ ເພື່ອແນໃສ່ການຟື້ນຟູ ແລະ ການສົ່ງເສີມການທ່ອງທ່ຽວລະຫວ່າງ ສະຫວັນນະເຂດ-ມຸກດາຫານທັງ ເປັນການກະຕຸ້ນເສດຖະກິດພາຍຫຼັງ ການແຜ່ລະບາດຂອງພະຍາດໂຄວິດ-19, ການກະກຽມແມ່ນ ເລິ່ມແຕ່ເດືອນກັນຍາຫາເດືອນ ຕຸລາ ໄດ້ມີການສຳຫຼວດເສັ້ນທາງ ແລະ ປະຊຸມວາງແຜນຈັດ ກິດຈະກຳການທ່ອງທ່ຽວຮ່ວມກັນ 5 ຄັ້ງ, ມີການໂຄສະນາປະຊາສຳພັນທົ່ວສັງຄົມໃນແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ ແລະ ຮັບລົງທະບຽນດ້ວຍຫຼາຍຮູບແບບ, ທັງແບບອອນລາຍ ແລະ ແບບສະໝັກດ້ວຍຕົນເອງ, ການເຂົ້າຮ່ວມຄາຣາວານຄັ້ງ ນີ້ມີຜູ້ເຂົ້າຮ່ວມ 580 ຄົນ, ໃນນີ້ແຂວງມຸກດາຫານ ມີ 430 ຄົນ ແລະ ແຂວງສະຫວັນນະເຂດ 150 ຄົນ.

ໂອກາດນີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວຕ້ອນຮັບ ຂະບວນຄາຣາວານລົດຖີບ 2 ຝັ່ງ ຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ, ສຳລັບຄາຣາວານລົດ ຖີບ 2 ຝັງຂອງເຊື່ອມໂຍງການ ທ່ອງທ່ຽວລາວ-ໄທ ສະຫວັນນະເຂດ-ມຸກດາຫານ ແມ່ນໄດ້ເລີ່ມຂີ່ຈາກຂົວມິດຕະພາບລາວ-ໄທ ແຫ່ງທີ່ 2 ໄປຫາ ພຣະທາດອີງຮັງແລ້ວກັບເຂົ້າມາກົງສຸນໃຫຍ່ ແຫ່ງຣາຊະອານາຈັກໄທປະຈຳ ແຂວງສະຫວັນນະເຂດ, ຂີ່ມາເສັ້ນແຄມຂອງຕໍ່ໜ້າຮູບປັ້ນພະຍານາກໃຫຍ່ ໜ້າວັດໃຫຍ່ໄຊຍະພູມກັບມາຮັບປະທານອາຫານທ່ຽງ ແລະ ຈັດກິດຈະກຳທີ່ຫໍພິພິທະພັນແຂວງ, ນອກນີ້ ໃນຕອນແລງກໍ່ໄດ້ມີພິທີບາສີສູ່ຂວັນ ທີ່ໂຮງໜັງເກົ່າລາວຈະເລີນສະແຄ ພ້ອມຮັບຊົມກິດຈະກຳຕ່າງໆ, ໃນຕອນເຊົ້າວັນທີ 14 ພະຈິກ 2022 ກໍມີພິທີຕັກບາດທີ່ແຄມ ຂອງຕໍ່ໜ້າຮູບປັ້ນພະຍານາກ ໃຫຍ່ໜ້າວັດໃຫຍ່ໄຊຍະພູມ ໂດຍມີ ພຣະສົງ 39 ອົງ.

ຂ່າວຈາກ ສະຫວັນພັດທະນາ ຂ່າວ

ພາບຈາກ ກົງສູນໃຫຍ່ສະຫວັນນະເຂດ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...