spot_img
Homeຂ່າວພາຍ​ໃນເດືອນຕຸລາ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 513 ກໍລະນີ

ເດືອນຕຸລາ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 513 ກໍລະນີ

Published on

ສະພາບການເກີດອຸບັດເຫດຕາມທ້ອງຖະໜົນຍັງເປັນປະກົດການຫຍໍ້ທໍ້ໜຶ່ງເກີດຂຶ້ນໃນສັງຄົມ, ແກ້ໄຂຍັງບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງເຫັນໄດ້ວ່າສະພາບການເກີດອຸບັດເຫດທົ່ວປະເທດຍັງນັບມື້ເພີ່ມຂຶ້ນໃນແຕ່ລະມື້ ທີ່ເກີດມາຈາກຫຼາຍສາເຫດ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ພາຫະນະ, ຊີວິດ ລວມເປັນຈຳນວນເງິນມະຫາສານ.

ສະເພາະ ດືອນຕຸລາ ໃນທົ່ວປະເທດມີອຸບັດເຫດເກີດຂຶ້ນ ທັງໝົດ 513 ກໍລະນີ, ເພີ່ມຂຶ້ນ 24 ກໍລະນີ, ພາຫະນະເປ່ເພ 915 ຄັນ, ເພີ່ມຂຶ້ນ 84 ຄັນ, ມີຜູ້ໄດ້ຮັບບາດເຈັບ 783 ຄົນ, ເພີ່ມຂຶ້ນ 33 ຄົນ ແລະ ເສຍຊີວິດ 71 ຄົນ, ເພີ່ມຂຶ້ນ 9 ຄົນ, ຖ້າທຽບໃສ່ເດືອນຜ່ານມາ ຊຶ່ງແຂວງທີ່ອຸບັດເຫດຫຼາຍກວ່າໝູ່ກໍແມ່ນ ນະຄອນຫຼວງວຽງຈັນມີ 83 ກໍລະນີ, ເສຍຊີວິດ 13 ຄົນ, ພາຫະນະເປ່ເພ 165 ຄັນ, ຄົນໄດ້ຮັບບາດເຈັບ 99 ຄົນ, ແຂວງສະຫວັນນະເຂດ 66 ກໍລະນີ, ແຂວງຈຳປາສັກ 58 ກໍລະນີ ແລະ ແຂວງອື່ນໆ ຕາມລຳດັບ.

ເກີດມາຈາກຫຼາຍສາເຫດໂດຍສະເພາະຜູ້ຂັບຂີ່ລົດບາງກຸ່ມຄົນ ຍັງບໍ່ປະຕິບັດກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ, ມີຄວາມປະມາດເຊັ່ນ: ດື່ມເຫຼົ້າເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນກໍານົດ, ປ່ຽນທິດທາງເດີນລົດກະທັນຫັນ, ຊີງຂຶ້ນໜ້າບໍ່ຮັບປະກັນ, ບໍ່ປ່ອຍສິດໃຫ້ຜູ້ອື່ນ, ລ່ວງປ້າຍຫ້າມ, ສະພາບເຕັກນິກລົດບໍ່ຮັບປະກັນ ແລະ ອື່ນໆ.

ສ່ວນຫຼາຍເກີດອຸບັດເຫດຂຶ້ນຫຼາຍກວ່າໝູ່ແມ່ນ ໃນເວລາ 1:00 ໂມງ ຫາ 7:00 ໂມງເຊົ້າ, 8:00 ໂມງ ຫາ 16:00 ໂມງແລງ ແລະ 17:00 ໂມງ ຫາ 24:00 ໂມງກາງຄືນ ແລະ ໂມງ ເຂົ້າການ-ເລີກການ ຫຼື ໂມງທີ່ຮີບດ່ວນ.

ສະນັ້ນ, ເພື່ອບໍ່ໃຫ້ເກີດຜົນເສຍຫາຍຕໍ່ຊັບສິນ, ພາຫະນະຂອງທ່ານ ແລະ ຄົນອ້ອມຂ້າງ ຕະຫຼອດຮອດມີຜູ້ເສຍຊີວິດຍ້ອນອຸບັດເຫດຕາມທ້ອງຖະໜົນຫົນທາງຕາມມາ ສັງຄົມຈົ່ງພ້ອມກັນມີສະຕິເຄົາລົບ ປະຕິບັດກົດລະບຽບຈະລາຈອນທາງບົກ ຢ່າງເຂັ້ມງວດ ແລະ ທີ່ສຳຄັນຜູ້ໃຊ້ລົດໃຊ້ຖະໜົນຮ່ວມກັນຍັງຕ້ອງຮູ້ຈັກໃຫ້ກຽດຜ່ອນສັ້ນ-ຜ່ອນຍາວ ຊຶ່ງກັນ ແລະ ກັນ ແລະ ອື່ນໆ, ພ້ອມດຽວກັນນີ້ຖ້າສັງຄົມພ້ອມກັນມີສະຕິໃນການຂັບຂີ່, ໃຊ້ລົດໃຊ້ຖະໜົນແລ້ວ ຍັງຈະເຮັດໃຫ້ອຸບັດເຫດເກີດຂຶ້ນຕາມທ້ອງຖະໜົນ ມີຄວາມຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຂໍ້ມູນຈາກ ພະແນກໂຄສະນາ ກົມຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...