spot_img
Homeຂ່າວການຢ້ຽມຢາມທ່ານ ນາຍົກລົດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນ ຫວຽດນາມເຂົ້າຢ້ຽມຄໍານັບ

ທ່ານ ນາຍົກລົດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນ ຫວຽດນາມເຂົ້າຢ້ຽມຄໍານັບ

Published on

ໃນວັນທີ 4 ພະຈິກ 2022 ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມ ຄໍານັບຂອງທ່ານ ພົ.ວ ຮວິ່ງ ດັກເຮືອງ ຫົວໜ້າຄະນະປະສານງານ ທົ່ວປະເທດ ອະດີດທະຫານອາສາສະໝັກ ຫວຽດນາມ ແລະ ຊ່ຽວຊານທະຫານ ຫວຽດນາມ ທີ່ມາຊ່ວຍ ການປະຕິວັດລາວ ພ້ອມດ້ວຍຄະນະ ໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ ທ່ານ ພົ.ວ ຮວິ່ງດັກເຮືອງ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການ ສະເຫລີມມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ທັງເປັນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງເຂດວຽກງານ ໂດຍສະເພາະ ການຮ່ວມມືໃນຂົງເຂດວຽກງານສະຫະພັນນັກຮົບເກົ່າ ລາວ ແລະ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການຊ່ວຍເຫລືອ ​ຊຶ່ງກັນ ແລະ ກັນຕະຫລອດໄປ.

ພ້ອມນັ້ນ ທ່ານນາຍົກ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄື ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ ການຊ່ວຍ ເຫລືອແກ່ ສປປ ລາວ ມາໂດຍຕະຫລອດ, ທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານແລ້ວນັ້ນ ຈະໄດ້ຮັບການພັດທະນາຂຶ້ນໄປຢ່າງ​ບໍ່​ຢຸດ​ຢັ້ງ.
ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...