spot_img
Homeຂ່າວພາຍ​ໃນກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10

ກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10

Published on

ໃນລະຫວ່າງວັນທີ 3 ຫາ 6 ພະຈິກ 2022 ຄະນະຜູ້ແທນສານປະຊາຊົນສູງສຸດ ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10 ທີີ່ ກົວລາລໍາເປີ ປະເທດມາເລເຊຍ, ຊຶ່ງມີບັນດາປະທານສານສູງສຸດ ແລະ ຄະນະຜູ້ແທນ ຈາກປະເທດ ສປປ ລາວ, ສສ ຫວຽດນາມ, ມາເລເຊຍ, ມຽນມ້າ, ຟີລິບປິນ, ສິງກະໂປ, ຣາຊາອານາຈັກໄທ, ຣາຊາອານາຈັກກໍາປູເຈຍ, ບຣູໄນ ແລະ ອີນໂດເນເຊຍ ພ້ອມດ້ວຍປະເທດຜູ້ສັງເກດການ ຈາກ ສປ ຈີນ, ສ ເກົາຫຼີ ແລະ ຍິ່ປຸ່ນ ເຂົ້າຮ່ວມ.

ກອງປະຊຸມສະພາປະທານສານອາຊຽນໃນຄັ້ງນີ້ ມີຫົວຂໍ້ຄື:

  1. ປຶກສາຫາລື ແລະ ຮັບຮອງເອົາ ວຽກງານຕຸລາການອາຊຽນ ເປັນຕົ້ນ ການສ້າງເວບໄຊ ເພື່ອນໍາເອົາຂໍ້ມູນຂ່າວສານ, ບັນດາກົດໝາຍ ແລະ ອື່ນໆ ກ່ຽວກັບວຽກງານຕຸລາການອາຊຽນເຂົ້າໃນເວບໄຊ ເພື່ອເຮັດໃຫ້ບັນດາພາກພື້ນ, ສາກົນ ແລະ ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຕຸລາການອາຊຽນເພີ່ມຂຶ້ນ;
  2. ຮ່າງລະບຽບການນຳເອົາຫຼັກຖານ ສໍາລັບການດໍາເນີນຄະດີແພ່ງ ຫຼື ບັນຫາທາງການຄ້າ ເພື່ອສາມາດນໍາເອົາຫຼັກຖານຕ່າງໆ ທີ່ມີຂໍ້ຂັດແຍ່ງຂ້າມຊາຍແດນມານໍາໃຊ້ໃນແຕ່ລະເທດພາຍໃນອາຊຽນໄດ້;
  3. ການນຳໃຊ້ເຕັກໂລຊີເຂົ້າໃນການບໍລິຫານຄະດີ (AI) ພາຍໃນອາຊຽນ;
  4. ຮ່າງລະບຽບຂໍ້ຂັດແຍ່ງຂ້າມຊາຍແດນກ່ຽວກັບເດັກນ້ອຍ ໂດຍສະເພາະ ແມ່ນຄວາມຮັບຜິດຊອບ ຂອງພໍ່ແມ່ຕໍ່ລູກ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໃນກໍລະນີມີການຢ່າຮ້າງ ຫຼື ຂໍ້ຂັດແຍ່ງກ່ຽວກັບເດັກ;
  5. ວຽກງານດ້ານການສຶກສາ ແລະ ການຝຶກອົບຮົມຕຸລາການ;
  6. ວຽກງານສ້າງສານດີເດັ່ນ ແລະ ແຜນການຮ່ວມມືໃນຕໍ່ໜ້າ ຂອງສານອາຊຽນ

ຈາກນັ້ນ ບັນດາປະທານສານອາຊຽນ ກໍໄດ້ລົງນາມຮັບຮອງເອົາຖະແຫຼງການຮ່ວມ, ພ້ອມນັ້ນ ສະພາປະຊາຊົນອາຊຽນ ຍັງໄດ້ມີກອງປະຊຸມບວກ 3 ຮ່ວມກັບ ສານ ສປປ ຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນ ເພື່ອປືກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການນໍາໃຊ້ເຕັກໂນໂລຊີເຂົ້າໃນການດໍາເນີນຄະດີໃນຂົງເຂດອາຊຽນ.

ຂ່າວຈາກ ສານປະຊາຊົນສູງສຸດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...