spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອຊ້ອມຍິງຂີປະນາວຸດ

ເກົາຫຼີເໜືອຊ້ອມຍິງຂີປະນາວຸດ

Published on

ວັນທີ 2 ພະຈິກ 2022 ເວລາ  ສຳນັກຂ່າວ ບີບີຊີ ລາຍງານວ່າ: ເກົາຫຼີ​ອອກ​ໃຕ້ປະກາດເຕືອນໄພ ຜູ້ທີ່ຢູ່ອາໃສໃນໝູ່ເກາະ Ulleungdo ນອກຊາຍ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກອົບ​ພະ​ຍົບ​ໄປ ທີ່ຫຼົບໄພ ຫຼັງເກົາຫຼີ​ເໜືອ ​ໄດ້​ຍິງຂີປະນາວຸດ 3 ລູກ​ໃສ່​ເຂດ​ນ່ານ​ນ້ຳ​ຂອງ​ເກົາ​ຫຼີ​ໃຕ້.

ຕໍ່ມາ JSC ກວດ​ພົບ​ການ​ຍິງ​ຂີປະນາວຸດ ​3 ​ລູກ​, ແຕ່ພາຍຫຼັງປະ​ກາດ​ວ່າ​ເກົາ​ຫຼີ​ເຫນືອ​ໄດ້​ຍິງ​ “ຂີປະນາວຸດຢ່າງນ້ອຍ 10 ລູກ ຕາມ​ການ​ລາຍ​ງານ ເກົາຫຼີ​ເໜືອ​ໄດ້​ທົດ​ລອງ​ອາວຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປີ​ນີ້, ​ເປັນ​ສອງ​ເທົ່າ​ຂອງ​ປີ 2019 ແລະ ມີຂີປະນາວຸດ 2 ລູກ ຕົກໃນນ່ານນ້ຳທະເລຢີ່ປຸ່ນ.

ສຳລັບການຊ້ອມຍິງຂີປະນາວຸດໃນຄັ້ງນີ້ ເກີດຂຶ້ນຫຼັງ ສະຫະລັດ-ເກົາຫຼີໃຕ້ ເລີ່ມການຝຶກຮ່ວມທາງອາກາດຄັ້ງໃຫຍ່ຄັ້ງທຳອິດໃນຮອບ 5 ປີ ການຝຶກຊ້ອມຮົບຈັດຂຶ້ນຈົນຮອດວັນສຸກທີ່ຈະມາເຖິງນີ້ ມີເຄື່ອງບິນປະມານ 240 ລຳ ລວມເຖິງເຄື່ອງບິນຂັບໄລ່ລ່ອງຫົນຂັ້ນສູງF-35.

ທີ່ມາ:Word forum

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...